Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 1:20 - ພຣະຄຳພີສັກສິ

20 ສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ມີ​ຈຳນວນ​ຄົນ​ທະວີຄູນ​ຂຶ້ນ​ເລື້ອຍໆ ທັງ​ມີ​ກຳລັງ​ເຂັ້ມແຂງ​ຫລາຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 1:20
17 Jak'a apnaqawi uñst'ayäwi  

ຟ້າ​ສະຫວັນ​ສູງ​ເໜືອ​ແຜ່ນດິນ​ໂລກ​ຫລາຍ​ເທົ່າໃດ ພຣະອົງ​ກໍ​ຮັກ​ຜູ້​ທີ່​ຢຳເກງ​ພຣະອົງ​ສູງ​ຫລາຍ​ເທົ່ານັ້ນ.


ພຣະອົງ​ໂຜດ​ອາຫານ​ໃຫ້​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ບໍ່​ໃຫ້​ລືມ​ພັນທະສັນຍາ​ຂອງ​ພຣະອົງ​ຈັກເທື່ອ.


ທຸກຄົນ​ທີ່​ໃຫ້ກຽດ​ພຣະອົງ​ກໍໄດ້​ຕາມ​ທີ່​ຕ້ອງການ ພຣະອົງ​ໄດ້ຍິນ​ສຽງ​ພວກເຂົາ​ຮ້ອງໄຫ້​ແລະ​ຊ່ວຍ​ເຂົາ​ໃຫ້​ພົ້ນ.


ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້ຍິນ​ຄຳ​ທີ່​ຂ້ານ້ອຍ​ສັນຍາ ແລະ​ມອບ​ສິ່ງ​ທີ່​ເປັນ​ຂອງ​ຜູ້​ຢຳເກງ​ພຣະນາມ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.


ແທ້ຈິງ​ແລ້ວ ພຣະອົງ​ຕຽມພ້ອມ​ທີ່​ຈະ​ຊ່ວຍຊູ ຜູ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ພົ້ນໄພ​ໄດ້ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ຕໍ່ໄປ ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.


ເຖິງ​ແມ່ນ​ວ່າ ຊາວ​ເອຢິບ​ຂົ່ມເຫັງ​ຊາວ​ອິດສະຣາເອນ​ໜັກ​ປານໃດ​ກໍຕາມ ຈຳນວນ​ຊາວ​ອິດສະຣາເອນ​ກໍ​ຍິ່ງ​ເພີ່ມ​ທະວີຄູນ​ຍິ່ງ​ຂຶ້ນ ແລະ​ແຜ່ຜາຍ​ໄປ​ທົ່ວ​ປະເທດ ຈົນ​ຊາວ​ເອຢິບ​ມີ​ຄວາມ​ຫວັ່ນເກງ​ຊາວ​ອິດສະຣາເອນ.


ພວກ​ນາງ​ຈຶ່ງ​ຕອບ​ວ່າ, “ຍິງ​ຊາວ​ເຮັບເຣີ​ຕ່າງ​ກັບ​ຍິງ​ຊາວ​ເອຢິບ. ພວກເຂົາ​ອອກລູກ​ງ່າຍ​ຫລາຍ. ກ່ອນ​ທີ່​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກ​ຂ້ານ້ອຍ​ຈະ​ໄປ​ເຖິງ​ນັ້ນ ພວກເຂົາ​ກໍໄດ້​ອອກລູກ​ກ່ອນ​ແລ້ວ.”


ແຕ່​ເນື່ອງ​ຈາກ​ວ່າ ຊາວ​ອິດສະຣາເອນ​ໃນ​ລຸ້ນ​ຕໍ່ມາ​ມີ​ລູກ​ຫລາຍ ຈົນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ທັງ​ມີ​ກຳລັງ​ພົນ​ເຂັ້ມແຂງ ພວກເຂົາ​ຈຶ່ງ​ແຜ່ຜາຍ​ກະຈັດ​ກະຈາຍ​ກັນ​ຢູ່​ເຕັມ​ປະເທດ​ເອຢິບ.


ຄົນ​ຊົ່ວຮ້າຍ​ບໍ່ໄດ້​ຮັບ​ສິ່ງໃດສິ່ງໜຶ່ງ​ເລີຍ, ແຕ່​ຄົນ​ທີ່​ຫວ່ານ​ຄວາມ​ຊອບທຳ ຍ່ອມ​ໄດ້​ຮັບ​ບຳເໜັດ​ເປັນ​ແນ່ແທ້.


ໃຫ້ທານ​ແກ່​ຄົນທຸກ​ກໍ​ເທົ່າກັບ​ເອົາ​ໃຫ້​ພຣະເຈົ້າຢາເວ​ຢືມ ແລະ​ພຣະອົງ​ຈະ​ຈ່າຍ​ຄືນ​ໃຫ້​ແກ່​ຜູ້​ທີ່​ເຮັດ​ເຊັ່ນນັ້ນ.


ຄົນບາບ​ຜູ້ໜຶ່ງ​ອາດ​ໄດ້​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ​ຍັງ​ມີ​ຊີວິດ​ຢູ່. ເອີ​ແມ່ນ​ແລ້ວ ຂ້າພະເຈົ້າ​ຮູ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ, “ຖ້າ​ທ່ານ​ຢຳເກງ​ພຣະເຈົ້າ ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ;


ຝ່າຍ​ຄົນ​ຊອບທຳ​ຈະ​ມີ​ຄວາມສຸກ ແລະ​ສິ່ງ​ທັງຫລາຍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຂົາ. ພວກເຂົາ​ສາມາດ​ທີ່​ຈະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ຈະ​ເອົາ​ນໍ້າ​ເຢັນ​ພຽງ​ຈອກ​ດຽວ ໃຫ້​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ໃນ​ຈຳພວກ​ນີ້​ດື່ມ ເພາະ​ເປັນ​ສິດ​ຂອງເຮົາ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ແນ່ນອນ.”


ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’


ພຣະ​ກະລຸນາ​ຂອງ​ພຣະອົງ ກໍ​ມີ​ແກ່​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ ທັງ​ຊົ່ວ​ອາຍຸ​ນີ້ ແລະ​ຊົ່ວ​ອາຍຸ​ໜ້າ​ສືບໆໄປ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka