17 ແຕ່ນາງໝໍຕຳແຍທັງສອງເປັນຄົນຢຳເກງພຣະເຈົ້າ. ພວກນາງບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດຟາໂຣ ແລະປ່ອຍເດັກນ້ອຍຜູ້ຊາຍໃຫ້ມີຊີວິດຢູ່.
ອັບຣາຮາມຈຶ່ງຕອບວ່າ, “ຂ້ານ້ອຍຄິດວ່າໃນທີ່ນີ້ ຈະບໍ່ມີໃຜຢຳເກງພຣະເຈົ້າ ແລະພວກເຂົາອາດສັງຫານຂ້ານ້ອຍເສຍ ເພື່ອເອົາເມຍຂອງຂ້ານ້ອຍໄປ.
ໃນວັນທີສາມ ໂຢເຊັບຈຶ່ງເວົ້າຕໍ່ພວກເຂົາວ່າ, “ຂ້ອຍເປັນຄົນຢຳເກງພຣະເຈົ້າ ພວກເຈົ້າຈະລອດຊີວິດໄດ້ ຖ້າພວກເຈົ້າເຮັດດັ່ງນີ້:
ແຕ່ກະສັດໄດ້ບັງຄັບໃຫ້ໂຢອາບກັບພວກນາຍທະຫານ ປະຕິບັດຕາມຄຳສັ່ງຂອງຕົນ. ພວກເຂົາຈຶ່ງລາເພິ່ນໄປເພື່ອນັບເບິ່ງຈຳນວນປະຊາຊົນອິດສະຣາເອນ.
ຜູ້ປົກຄອງທຸກຄົນ ທີ່ມາຮັບໜ້າທີ່ກ່ອນຂ້າພະເຈົ້ານັ້ນ ລ້ວນແຕ່ວາງພາລະໜັກໃຫ້ແກ່ປະຊາຊົນ ໂດຍຮຽກຮ້ອງເອົາເງິນສີ່ສິບຫລຽນຕໍ່ວັນ ເປັນຄ່າອາຫານແລະຄ່າເຫຼົ້າອະງຸ່ນ. ແມ່ນແຕ່ຄົນຮັບໃຊ້ຂອງພວກເຂົາກໍໄດ້ບີບບີ້ປະຊາຊົນ. ແຕ່ຂ້າພະເຈົ້າປະຕິບັດແຕກຕ່າງນັ້ນ ເພາະຂ້າພະເຈົ້າຢຳເກງຢຳເກງພຣະເຈົ້າ.
ຂ້າຣາຊການຄົນອື່ນຈຶ່ງຖາມລາວວ່າ, “ເປັນຫຍັງເຈົ້າບໍ່ຍອມຟັງຄຳສັ່ງຂອງກະສັດ?”
ຄຸນຄວາມດີຂອງພຣະອົງນັ້ນປະເສີດເລີດລໍ້າຫລາຍ ພຣະອົງຮັກສາໄວ້ສຳລັບຜູ້ທີ່ໃຫ້ກຽດພຣະເຈົ້າ ທຸກຄົນກໍຮູ້ວ່າພຣະອົງເລີດລໍ້າສໍ່າໃດ ຊົງຄຸ້ມຄອງໃຫ້ຄວາມປອດໄພ ແກ່ຜູ້ທີ່ວາງໃຈໃນພຣະອົງ.
ເມື່ອເຫັນເປັນເຊັ່ນນີ້ ກະສັດຟາໂຣຈຶ່ງໄດ້ເອີ້ນນາງໝໍຕຳແຍທັງສອງມາ ແລະຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຕາມຄຳສັ່ງ? ເປັນຫຍັງພວກເຈົ້າປ່ອຍໃຫ້ເດັກນ້ອຍຜູ້ຊາຍມີຊີວິດຢູ່?”
ເພາະນາງໝໍຕຳແຍທັງສອງຢຳເກງພຣະເຈົ້າ. ພຣະເຈົ້າຈຶ່ງດີຕໍ່ພວກນາງ ໂດຍໄດ້ໃຫ້ພວກນາງມີລູກຫລາຍຄົນ.
ຈົ່ງສັດຊື່ແລະທ່ຽງທຳແລະພຣະເຈົ້າກໍຈະຍົກບາບໃຫ້, ຈົ່ງຢຳເກງພຣະເຈົ້າຢາເວແລະສິ່ງຊົ່ວຮ້າຍຈະບໍ່ມາຖືກເຈົ້າ.
ການຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ແມ່ນການກຽດຊັງສິ່ງທີ່ຊົ່ວຮ້າຍ ເຮົາຊັງຄວາມຫຍາບຊ້າແລະການອວດດີ ທາງຊົ່ວຮ້າຍອັບປີແລະຄຳເວົ້າຕົວະ.
ໃນທີ່ສຸດນີ້ ຍັງມີພຽງສິ່ງດຽວທີ່ຈະເວົ້າ ຈົ່ງຢຳເກງພຣະເຈົ້າ ແລະເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ເພາະພຣະອົງໄດ້ສ້າງມະນຸດຂຶ້ນມາກໍເພື່ອສິ່ງທັງໝົດນີ້.
ຄົນບາບຜູ້ໜຶ່ງອາດໄດ້ເຮັດຊົ່ວໄວ້ຕັ້ງຮ້ອຍຢ່າງ ແລະຍັງມີຊີວິດຢູ່. ເອີແມ່ນແລ້ວ ຂ້າພະເຈົ້າຮູ້ສິ່ງທີ່ພວກເຂົາເວົ້າວ່າ, “ຖ້າທ່ານຢຳເກງພຣະເຈົ້າ ທຸກສິ່ງກໍຈະເປັນໄປໂດຍດີ;
ແລ້ວພວກເຂົາກໍເວົ້າຕໍ່ກະສັດວ່າ, “ດານີເອນຜູ້ເປັນຊະເລີຍຄົນໜຶ່ງຈາກຢູດາຍ ລາວບໍ່ໄດ້ເຄົາຣົບນັບຖືພະຣາຊາ ຫລືເຊື່ອຟັງຄຳສັ່ງທີ່ທ່ານໄດ້ປະກາດອອກໄປນັ້ນ. ລາວໄດ້ພາວັນນາອະທິຖານເປັນປະຈຳ ວັນລະສາມເທື່ອ.”
ເອຟຣາອິມກຳລັງຖືກກົດຂີ່ ນາງຈຶ່ງເສຍດິນແດນທີ່ເປັນສິດຂອງຕົນ ເພາະນາງດື້ດັນໄປຂໍຄວາມຊ່ວຍເຫລືອນຳຜູ້ອື່ນ ທີ່ບໍ່ມີຫຍັງຊ່ວຍເຫລືອນາງໄດ້.
ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.”
ຢ່າສູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ, ແຕ່ຂ້າຈິດວິນຍານບໍ່ໄດ້, ແຕ່ຈົ່ງຢ້ານພຣະເຈົ້າຜູ້ທີ່ທຳລາຍໄດ້ ທັງຮ່າງກາຍ ແລະຈິດວິນຍານໃນໄຟນະຣົກ.
ເຮົາຈະເຕືອນໃຫ້ພວກເຈົ້າຮູ້ວ່າ ຜູ້ໃດທີ່ພວກເຈົ້າຄວນຢ້ານ ຈົ່ງຢ້ານພຣະເຈົ້າຜູ້ທີ່ມີສິດອຳນາດ ທີ່ຈະຂ້າແລະຖິ້ມລົງໃນນະຣົກໄດ້ ແມ່ນແທ້ເຮົາບອກພວກເຈົ້າວ່າ ຈົ່ງຢ້ານພຣະອົງນັ້ນແຫຼະ.”
ແຕ່ເປໂຕກັບອັກຄະສາວົກຄົນອື່ນໆຕອບວ່າ, “ພວກຂ້ານ້ອຍຈຳຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າມະນຸດ.
ແລ້ວເພິ່ນກໍສັ່ງທະຫານຍາມທີ່ຢືນຢູ່ໃກ້ຕົນນັ້ນວ່າ, “ຂ້າບັນດາປະໂຣຫິດຂອງພຣະເຈົ້າຢາເວຖິ້ມເສຍ ເພາະພວກເຂົາຮ່ວມມືກັບດາວິດ ແລະບໍ່ບອກເຮົາວ່າດາວິດປົບໜີໄປໃສ ທັງໆທີ່ພວກເຂົາຮູ້ທຸກສິ່ງຢູ່.” ແຕ່ພວກທະຫານຍາມປະຕິເສດທີ່ຈະລົງມືຂ້າບັນດາປະໂຣຫິດຂອງພຣະເຈົ້າຢາເວ.