Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 1:16 - ພຣະຄຳພີສັກສິ

16 “ເມື່ອ​ພວກເຈົ້າ​ໄປ​ຊ່ວຍ​ເອົາ​ລູກ​ອອກ​ໃຫ້​ຍິງ​ຊາວ​ເຮັບເຣີ ຖ້າ​ເດັກນ້ອຍ​ເປັນ​ຜູ້ຊາຍ​ໃຫ້​ຂ້າ​ຖິ້ມ, ແຕ່​ຖ້າ​ເດັກນ້ອຍ​ເປັນ​ຜູ້ຍິງ​ໃຫ້​ປະ​ໄວ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 1:16
7 Jak'a apnaqawi uñst'ayäwi  

ຊາວ​ເອຢິບ​ຈຶ່ງ​ກຽດຊັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ອຸບາຍ​ຕໍ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.


ຕໍ່ມາ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໄດ້​ສັ່ງ​ຊີຟາຣາ ແລະ​ປູອາ ນາງ​ໝໍ​ຕຳແຍ​ຊາວ​ເຮັບເຣີ​ສອງ​ຄົນ​ວ່າ,


ແຕ່​ກະສັດ​ຟາໂຣ​ກໍໄດ້​ສັ່ງ​ປະຊາຊົນ​ຂອງຕົນ​ວ່າ, “ລູກ​ຜູ້ຊາຍ​ທຸກໆ​ຄົນ​ຂອງ​ຊາວ​ເຮັບເຣີ​ທີ່​ເກີດ​ໃໝ່ ໃຫ້​ຖິ້ມ​ລົງ​ໃນ​ແມ່ນໍ້ານິນ, ແຕ່​ລູກ​ຜູ້ຍິງ​ຈົ່ງ​ປະ​ໄວ້​ໃຫ້​ມີ​ຊີວິດ​ຢູ່.”


ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ ເຫັນ​ລູກຊາຍ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ມໍຣະດົກ​ຂອງ​ມັນ’


ກະສັດ​ຜູ້​ນີ້​ໄດ້​ໃຊ້​ກົນອຸບາຍ​ຫລອກລວງ​ບັນພະບຸລຸດ​ຂອງ​ພວກເຮົາ ເຮັດ​ໂຫດຮ້າຍ​ຕໍ່​ພວກເພິ່ນ ໂດຍ​ບັງຄັບ​ໃຫ້​ເອົາ​ລູກນ້ອຍ​ອ່ອນ​ຂອງ​ພວກເພິ່ນ​ອອກ​ໄປ​ຖິ້ມ​ເສຍ ເພື່ອ​ບໍ່​ໃຫ້​ມີ​ຊີວິດ​ເຫຼືອ​ຢູ່​ໄດ້.


ເພາະ​ພໍ່​ແມ່​ຂອງ​ໂມເຊ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ເຊື່ອງ​ໂມເຊ​ໄວ້​ເປັນ​ເວລາ​ສາມ​ເດືອນ ເພາະ​ເຫັນ​ວ່າ​ໂມເຊ​ມີ​ຮູບຮ່າງ​ງາມ ແລະ​ພວກເພິ່ນ​ກໍ​ບໍ່​ຢ້ານກົວ​ທີ່​ຈະ​ຝ່າຝືນ​ຄຳສັ່ງ​ຂອງ​ກະສັດ.


ຫາງ​ພະຍານາກ ໄດ້​ຟາດ​ດວງດາວ​ໃນ​ທ້ອງຟ້າ ໜຶ່ງ​ສ່ວນ​ສາມ​ລົງ​ໃສ່​ແຜ່ນດິນ​ໂລກ ແລະ​ພະຍານາກ​ໂຕ​ນັ້ນ ຢືນ​ຢູ່​ຕໍ່ໜ້າ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ ເພື່ອ​ຈະ​ກິນ​ລູກ​ນັ້ນ​ເມື່ອ​ເກີດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka