Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 1:14 - ພຣະຄຳພີສັກສິ

14 ຊາວ​ເອຢິບ​ໄດ້​ບັງຄັບ​ຊາວ​ອິດສະຣາເອນ ໃຫ້​ເຜົາ​ດິນຈີ່ ແລະ​ເຮັດ​ວຽກ​ກໍ່ສ້າງ ທັງ​ເຮັດ​ວຽກ​ໜັກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ແຕ່​ຢ່າງ​ໃດ​ເລີຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 1:14
30 Jak'a apnaqawi uñst'ayäwi  

ພຣະອົງ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຄົນ​ຕ່າງດ້າວ​ຢູ່​ໃນ​ຕ່າງ​ດິນແດນ​ໜຶ່ງ ພວກເຂົາ​ຈະ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຈະ​ຖືກ​ກົດຂີ່​ຢ່າງ​ທາລຸນ​ເປັນ​ເວລາ​ສີ່ຮ້ອຍ​ປີ.


ຕາມ​ທີ່​ພວກ​ຄົນໜຸ່ມ​ໄດ້​ແນະນຳ​ເພິ່ນ​ນັ້ນ. ເພິ່ນ​ເວົ້າ​ວ່າ, “ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ໃຫ້​ພວກທ່ານ; ເຮົາ​ແຮ່ງ​ຈະ​ວາງ​ພາລະໜັກ​ຫລາຍກວ່າ​ນັ້ນ​ອີກ. ເພິ່ນ​ໄດ້​ຕີ​ພວກທ່ານ​ດ້ວຍ​ໄມ້ແສ້, ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທີ່​ມີ​ໄລ​ເຫຼັກ.”


ໃຫ້​ອິດສະຣາເອນ​ກ່າວ​ເຖີດ​ວ່າ, “ພວກເຂົາ​ໄດ້​ໃຫ້​ຂ້ານ້ອຍ​ທຸກຍາກ​ຢ່າງໜັກ ຕັ້ງແຕ່​ຍັງ​ໜຸ່ມນ້ອຍ​ເປັນ​ຕົ້ນມາ.


(ເປັນຫຍັງ​ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄອກ​ແກະ​ມື້​ທີ່​ສູ້ຮົບ​ນັ້ນ?) ເຖິງ​ປານ​ນັ້ນ​ເໝືອນ​ດັ່ງ​ນົກ​ກາງແກ​ໃຊ້​ເງິນ​ເຄືອບ​ປີກ ແລະ​ຂົນ​ຂອງ​ມັນ​ເຄືອບ​ດ້ວຍ​ຄຳສົດ.


“ເຮົາ​ໄດ້​ເອົາ​ພາລະໜັກ​ອອກ​ຈາກ​ບ່າ​ພວກເຈົ້າ ເຮົາ​ໄດ້​ໃຫ້​ພວກເຈົ້າ​ວາງ​ຫາບ​ດິນຈີ່​ລົງ​ແລ້ວ.


ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ຄົນ​ຄຸມ​ດູແລ​ຊາວ​ອິດສະຣາເອນ ໃຫ້​ເຮັດ​ວຽກ​ໜັກ​ຈົນ​ໝົດ​ເຮື່ອແຮງ ແລະ​ໝົດ​ກຳລັງໃຈ ພວກເຂົາ​ໄດ້​ສ້າງ​ເມືອງ​ປີທົມ​ແລະ​ເມືອງ​ຣາມາເຊັດ ເພື່ອ​ເປັນ​ສາງ​ໄວ້​ເຂົ້າ​ຂອງ​ກະສັດ​ຟາໂຣ.


ຊາວ​ເອຢິບ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຊາວ​ອິດສະຣາເອນ​ຂົມຂື່ນ ໂດຍ​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ໜັກ​ຢ່າງ​ຂ້າທາດ


ຕໍ່ມາ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໄດ້​ສັ່ງ​ຊີຟາຣາ ແລະ​ປູອາ ນາງ​ໝໍ​ຕຳແຍ​ຊາວ​ເຮັບເຣີ​ສອງ​ຄົນ​ວ່າ,


ຕໍ່ມາ​ອີກ​ຫລາຍປີ ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ​ກໍໄດ້​ຕາຍໄປ, ແຕ່​ເພາະ​ຊາວ​ອິດສະຣາເອນ​ຍັງ​ຕົກ​ເປັນ​ທາດຮັບໃຊ້​ຢູ່ ພວກເຂົາ​ຈຶ່ງ​ຮ້ອງໄຫ້​ຄວນຄາງ​ແລະ​ຮ້ອງ​ຫາ​ຜູ້​ຊ່ວຍເຫລືອ. ສຽງ​ຂໍຮ້ອງ​ຂອງ​ພວກເຂົາ​ໄດ້​ດັງ​ຂຶ້ນ​ໄປ​ເຖິງ​ພຣະເຈົ້າ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ແລ້ວ​ໂມເຊ​ກໍ​ນຳ​ຖ້ອຍຄຳ​ເຫຼົ່ານີ້​ໄປ​ບອກ​ຊາວ​ອິດສະຣາເອນ, ແຕ່​ເນື່ອງ​ຈາກ​ວ່າ​ຈິດໃຈ​ຂອງ​ພວກເຂົາ​ເປັນທຸກ ທັງ​ອ່ອນ​ເພຍ ແລະ​ເສຍ​ກຳລັງ​ໃຈ ຍ້ອນ​ຖືກ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້​ຢ່າງ​ໂຫດຮ້າຍ​ທາລຸນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ເຊື່ອຟັງ​ໂມເຊ.


ໂຕສິງ​ຮ້ອງ​ແຜດສຽງ ໝີ​ຕຽມ​ກະໂດດ​ຄຸບ​ສັນໃດ ຜູ້ປົກຄອງ​ຊົ່ວ​ກໍ​ພ້ອມ​ທີ່​ຈະ​ຂົ່ມເຫັງ​ຄົນທຸກ​ສັນນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ ທີ່​ອາໄສ​ຢູ່​ທີ່​ພູເຂົາ​ຊີໂອນ​ວ່າ, “ຢ່າ​ສູ່​ຢ້ານ​ຊາວ​ອັດຊີເຣຍ​ເລີຍ ແມ່ນ​ວ່າ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ ດັ່ງ​ຊາວ​ເອຢິບ​ໄດ້​ເຮັດ​ມາ​ກໍຕາມ.


ຄື​ຜູ້​ກົດຂີ່​ປະຊາຊົນ​ຢ່າງ​ໂຫດຮ້າຍ ແລະ​ບໍ່ໄດ້​ຢຸດ​ເຂັ່ນຂ້າ​ຊົນຊາດ​ທັງຫລາຍ​ທີ່​ພວກຕົນ​ຕີ​ໄດ້​ນັ້ນ.


ເຮົາ​ຈະ​ເອົາ​ໃຫ້​ພວກ​ທີ່​ກົດຂີ່​ເຈົ້າ​ດື່ມ​ແທນ ຄື​ພວກ​ທີ່​ໃຫ້​ເຈົ້າ​ນອນ​ກາງ​ຫົນທາງ​ນັ້ນ ແລະ​ພວກເຂົາ​ກໍໄດ້​ຢຽບຢໍ່າ​ເຈົ້າ​ລົງ ດັ່ງ​ຢຽບ​ຂີ້ຝຸ່ນ​ດິນ​ທີ່​ພື້ນ​ຕີນ​ຂອງ​ເຂົາເຈົ້າ.”


ພຣະເຈົ້າຢາເວ​ກ່າວ​ວ່າ, ບັດນີ້ ໃນ​ບາບີໂລນ​ແມ່ນ​ສິ່ງ​ດຽວກັນ​ນັ້ນ ທີ່​ໄດ້​ເກີດຂຶ້ນ​ອີກ ຄື​ພວກເຈົ້າ​ໄດ້​ຖືກ​ຈັບ​ໄປ ແລະ​ບໍ່ໄດ້​ຈ່າຍ​ຫຍັງ​ໃຫ້​ພວກເຈົ້າ. ພຣະເຈົ້າຢາເວ​ກ່າວ​ວ່າ, ຜູ້​ທີ່​ປົກຄອງ​ເໜືອ​ພວກເຈົ້າ​ເວົ້າ​ໂມ້​ທັງ​ໂອ້ອວດ ແລະ​ດູຖູກ​ຫຍໍ້ຫຍັນ​ເຮົາ​ຢູ່​ເປັນ​ປະຈຳ.


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


ຢ່າ​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ເຈົ້າ.


ແລະ​ພວກເຈົ້າ​ມອບ​ພວກເຂົາ ສືບຕໍ່​ໃຫ້​ພວກ​ລູກຫລານ​ຂອງ​ພວກເຈົ້າ​ກໍໄດ້. ພວກເຂົາ​ຈະ​ຢູ່​ຮັບໃຊ້​ພວກເຈົ້າ​ຕາບໃດ​ທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່. ແຕ່​ພວກເຈົ້າ​ຕ້ອງ​ບໍ່​ປະຕິບັດ​ຢ່າງ​ໂຫດຮ້າຍ​ທາລຸນ​ຕໍ່​ພີ່ນ້ອງ​ອິດສະຣາເອນ ຊົນຊາດ​ດຽວກັນ​ກັບ​ພວກເຈົ້າ.


ເໝືອນ​ດັ່ງ​ກັບ​ວ່າ​ລາວ​ຖືກ​ຈ້າງ​ປະຈຳ​ປີ. ນາຍ​ຂອງ​ລາວ​ບໍ່​ຕ້ອງ​ເຮັດ​ຕໍ່​ລາວ​ແບບ​ໂຫດຮ້າຍ​ທາລຸນ.


ພວກເຈົ້າ​ກືນກິນ​ປະຊາຊົນ​ຂອງເຮົາ. ພວກເຈົ້າ​ລອກ​ໜັງ​ຂອງ​ພວກເຂົາ​ອອກ​ຫັກ​ກະດູກ​ຂອງ​ພວກເຂົາ ແລະ​ຕັດ​ເປັນ​ຕ່ອນໆ​ເໝືອນ​ຊີ້ນ​ຢູ່​ໃນ​ໝໍ້.


ຈົ່ງ​ຕັກ​ນໍ້າ​ໄວ້​ໃຊ້​ໃນ​ເວລາ​ເມືອງ​ຖືກ​ປິດລ້ອມ​ເຖີດ ແລະ​ເສີມສ້າງ​ປ້ອມ​ປ້ອງກັນ​ເມືອງ​ໃຫ້​ເຂັ້ມແຂງ ຈົ່ງ​ຢຽບ​ດິນ​ໜຽວ​ເພື່ອ​ເຮັດ​ກ້ອນ​ດິນຈີ່ ແລະ​ຈົ່ງ​ຈັດຕຽມ​ເຕົາ​ເຜົາ​ດິນຈີ່​ໃຫ້​ພ້ອມ,


ແລະ​ບັນພະບຸລຸດ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ໄປ​ທີ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເພິ່ນ​ໄດ້​ອາໄສ​ຢູ່​ເປັນ​ເວລາ​ຫລາຍ​ປີ. ຊາວ​ເອຢິບ​ໄດ້​ກົດຂີ່​ຂົ່ມເຫັງ​ບັນພະບຸລຸດ​ຂອງ​ພວກ​ຂ້າພະເຈົ້າ ຕະຫລອດ​ທັງ​ພວກ​ຂ້າພະເຈົ້າ​ດ້ວຍ


ກະສັດ​ຜູ້​ນີ້​ໄດ້​ໃຊ້​ກົນອຸບາຍ​ຫລອກລວງ​ບັນພະບຸລຸດ​ຂອງ​ພວກເຮົາ ເຮັດ​ໂຫດຮ້າຍ​ຕໍ່​ພວກເພິ່ນ ໂດຍ​ບັງຄັບ​ໃຫ້​ເອົາ​ລູກນ້ອຍ​ອ່ອນ​ຂອງ​ພວກເພິ່ນ​ອອກ​ໄປ​ຖິ້ມ​ເສຍ ເພື່ອ​ບໍ່​ໃຫ້​ມີ​ຊີວິດ​ເຫຼືອ​ຢູ່​ໄດ້.


ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ລຳບາກ​ອັນ​ຮ້າຍແຮງ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຮັບ​ໃນ​ປະເທດ​ເອຢິບ ເຮົາ​ໄດ້ຍິນ​ສຽງ​ໂອ່ຍຄາງ​ຂອງ​ພວກເຂົາ​ແລ້ວ ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ. ບັດນີ້​ມາແມ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ທີ່​ປະເທດ​ເອຢິບ.’


ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອບ​ຢ່າງ​ໂຫດຮ້າຍ ແລະ​ໄດ້​ຂົ່ມເຫັງ​ພວກ​ຂ້ານ້ອຍ​ໃຫ້​ເຮັດ​ວຽກ​ເໝືອນ​ດັ່ງ​ຂ້າທາດ.


ແຕ່​ສຳລັບ​ພວກເຈົ້າ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ກອບກູ້ ອອກ​ມາ​ຈາກ​ຂຸມ​ນະຣົກ​ຂອງ​ເອຢິບ. ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ ເພື່ອ​ຫລໍ່ຫລອມ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ໃນວັນນີ້.


ນາງ​ຕອບ​ວ່າ, “ຢ່າ​ເອີ້ນ​ຂ້ອຍ​ວ່າ ນາໂອມີ, ແຕ່​ໃຫ້​ເອີ້ນ​ຂ້ອຍ​ວ່າ ມາຣາ ຍ້ອນ​ວ່າ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ໃຫ້​ຊີວິດ​ຂອງຂ້ອຍ​ຂົມຂື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka