13 ຊາວເອຢິບໄດ້ເຮັດໃຫ້ຊີວິດຂອງຊາວອິດສະຣາເອນຂົມຂື່ນ ໂດຍບັງຄັບພວກເຂົາໃຫ້ເຮັດວຽກໜັກຢ່າງຂ້າທາດ
ພຣະອົງຈຶ່ງກ່າວແກ່ເພິ່ນວ່າ, “ເຊື້ອສາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນຕ່າງດິນແດນໜຶ່ງ ພວກເຂົາຈະຕົກເປັນທາດຮັບໃຊ້ຢູ່ໃນທີ່ນັ້ນ ແລະຈະຖືກກົດຂີ່ຢ່າງທາລຸນເປັນເວລາສີ່ຮ້ອຍປີ.
ຕາມທີ່ພວກຄົນໜຸ່ມໄດ້ແນະນຳເພິ່ນນັ້ນ. ເພິ່ນເວົ້າວ່າ, “ພໍ່ຂອງເຮົາໄດ້ວາງພາລະໜັກໃຫ້ພວກທ່ານ; ເຮົາແຮ່ງຈະວາງພາລະໜັກຫລາຍກວ່ານັ້ນອີກ. ເພິ່ນໄດ້ຕີພວກທ່ານດ້ວຍໄມ້ແສ້, ແຕ່ເຮົາຈະຂ້ຽນພວກທ່ານດ້ວຍໄມ້ແສ້ທີ່ມີໄລເຫຼັກ.”
ຈົ່ງບອກພວກເຂົາວ່າ, ‘ພໍ່ຂອງເຮົາໄດ້ວາງພາລະໜັກເທິງພວກທ່ານ; ສ່ວນເຮົາຈະວາງພາລະໜັກກວ່ານັ້ນອີກ. ເພິ່ນຂ້ຽນພວກທ່ານດ້ວຍໄມ້ແສ້ທຳມະດາ; ແຕ່ເຮົາຈະຂ້ຽນພວກທ່ານດ້ວຍໄມ້ແສ້ຕີງົວ.”’
ຊາວເອຢິບຈຶ່ງກຽດຊັງປະຊາຊົນຂອງພຣະອົງ ແລະໃຊ້ອຸບາຍຕໍ່ພວກຜູ້ຮັບໃຊ້ຂອງພຣະອົງດ້ວຍ.
ຊາວເອຢິບໄດ້ບັງຄັບຊາວອິດສະຣາເອນ ໃຫ້ເຜົາດິນຈີ່ ແລະເຮັດວຽກກໍ່ສ້າງ ທັງເຮັດວຽກໜັກທຸກຊະນິດຢູ່ຕາມທົ່ງນາ ໂດຍບໍ່ມີຄວາມເມດຕາປານີແຕ່ຢ່າງໃດເລີຍ.
ໂຕສິງຮ້ອງແຜດສຽງ ໝີຕຽມກະໂດດຄຸບສັນໃດ ຜູ້ປົກຄອງຊົ່ວກໍພ້ອມທີ່ຈະຂົ່ມເຫັງຄົນທຸກສັນນັ້ນ.
ຢ່າເຮັດກັບພວກເຂົາຢ່າງໂຫດຮ້າຍທາລຸນ, ແຕ່ຈົ່ງຢຳເກງພຣະເຈົ້າຂອງເຈົ້າ.
ແຕ່ສຳລັບພວກເຈົ້າແລ້ວ ພວກເຈົ້າເປັນປະຊາຊົນທີ່ພຣະເຈົ້າຢາເວໄດ້ຊ່ວຍກອບກູ້ ອອກມາຈາກຂຸມນະຣົກຂອງເອຢິບ. ພຣະອົງໄດ້ນຳພວກເຈົ້າອອກມາ ເພື່ອຫລໍ່ຫລອມໃຫ້ເປັນໄພ່ພົນຂອງພຣະອົງ ເໝືອນດັ່ງທີ່ພວກເຈົ້າເປັນຢູ່ໃນວັນນີ້.