ອົບພະຍົບ 1:10 - ພຣະຄຳພີສັກສິ10 ໃນກໍລະນີເກີດເສິກຂຶ້ນ ພວກເຂົາອາດເຂົ້າຂ້າງຂອງສັດຕູ ແລະຫັນມາຕໍ່ສູ້ພວກເຮົາ ແລະອອກໄປຈາກ ປະເທດ. ບັດນີ້ ພວກເຮົາຕ້ອງຫາວິທີກຳຈັດຄົນພວກນີ້ບໍ່ໃຫ້ຫລາຍຂຶ້ນ.” Uka jalj uñjjattʼäta |
ພວກເຂົາມີຈຳນວນຫລາຍກວ່າພວກເຮົາ, ສະນັ້ນ ຂໍໃຫ້ທ່ານມາສາບແຊ່ງພວກເຂົາໃຫ້ພວກເຮົາດ້ວຍ. ບາງທີພວກເຮົາອາດຈະຊະນະ ແລະຂັບໄລ່ພວກເຂົາໃຫ້ອອກຈາກດິນແດນຂອງພວກເຮົາກໍໄດ້. ເຮົາຮູ້ວ່າເມື່ອໃດທີ່ທ່ານກ່າວຄຳອວຍພອນ ປະຊາຊົນຈະໄດ້ຮັບຄຳອວຍພອນ ແລະເມື່ອໃດທີ່ທ່ານກ່າວຄຳສາບແຊ່ງ ພວກເຂົາຈະໄດ້ຮັບຄຳສາບແຊ່ງ.”
ແຕ່ແມ່ທັບຂອງພວກຟີລິດສະຕິນໃຈຮ້າຍໃຫ້ເຈົ້າອາກີເຊ ແລະເວົ້າຕໍ່ລາວວ່າ, “ສົ່ງຊາຍຄົນນີ້ກັບເມືອເມືອງທີ່ທ່ານໄດ້ມອບໃຫ້ລາວສາ ຢ່າໃຫ້ລາວອອກໄປສູ່ສະໜາມຮົບກັບພວກເຮົາເລີຍ ເພາະລາວອາດຫັນກັບມາຕໍ່ສູ້ພວກເຮົາໃນເວລາສູ້ຮົບກັນກໍໄດ້. ແມ່ນຫຍັງຈະດີກວ່າສຳລັບລາວ ຖ້າບໍ່ແມ່ນການຂ້າຄົນຂອງພວກເຮົາ ເພື່ອໃຫ້ນາຍຂອງລາວພໍໃຈລາວຄືນ?