ອົບພະຍົບ 1:1 - ພຣະຄຳພີສັກສິ1 ຕໍ່ໄປນີ້ແມ່ນລາຍຊື່ພວກລູກຊາຍຂອງຢາໂຄບ ທີ່ໄດ້ອົບພະຍົບພ້ອມເພິ່ນໄປຢູ່ໃນປະເທດເອຢິບ ມີດັ່ງນີ້: Uka jalj uñjjattʼäta |
ຊາຍແດນທາງດ້ານເໜືອຂອງດິນແດນ ແມ່ນນັບແຕ່ທິດຕາເວັນອອກ ຈາກທະເລເມດີແຕຣາເນ ເຖິງເມືອງເຮດໂລນ, ຊ່ອງແຄບຮາມັດ, ເມືອງຮາຊາເອໂນນ ແລະຊາຍແດນລະຫວ່າງອານາຈັກດາມັສກັດແລະຮາມັດ. ຈົ່ງໃຫ້ແຕ່ລະເຜົ່າໄດ້ຮັບສ່ວນໜຶ່ງຂອງດິນແດນ ທີ່ຕໍ່ອອກໄປແຕ່ຊາຍແດນທາງທິດຕາເວັນອອກ ຫາທິດຕາເວັນຕົກ ເຖິງທະເລເມດີແຕຣາເນ ຕາມລຳດັບແຕ່ເໜືອສູ່ໃຕ້ມີດັ່ງນີ້: ດານ ອາເຊ ເນັບທາລີ ມານາເຊ ເອຟຣາອິມ ຣູເບັນ ຢູດາ