Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 9:5 - ພຣະຄຳພີສັກສິ

5 ດັ່ງນັ້ນ ຊາວຢິວ​ຈຶ່ງ​ປະຕິບັດ​ຕໍ່​ສັດຕູ​ຕາມໃຈ​ມັກ. ພວກເຂົາ​ໄດ້​ໃຊ້​ດາບ​ໂຈມຕີ​ພວກ​ສັດຕູ ແລະ​ສັງຫານ​ພວກເຂົາ.

Uka jalj uñjjattʼäta Copia luraña




ເອສະເທີ 9:5
11 Jak'a apnaqawi uñst'ayäwi  

ພວກເພິ່ນ​ຕີ​ເອົາ​ໄດ້​ດິນແດນ​ການາອານ ພຣະອົງ​ໄດ້​ໄຊຊະນະ​ປະຊາຊົນ​ທີ່​ຢູ່​ທີ່​ນັ້ນ. ພຣະອົງ​ໃຫ້​ພວກເພິ່ນ​ມີ​ອຳນາດ​ເຮັດ​ຕາມຊອບໃຈ ຈັດການ​ກັບ​ປະຊາຊົນ​ແລະ​ກະສັດ​ການາອານ​ໄດ້​ຕາມ​ໃຈຊອບ.


ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ປະກາດ​ນີ້ ໄປ​ທົ່ວ​ທຸກ​ແຂວງ​ໃນ​ອານາຈັກ. ໃນ​ປະກາດ​ນັ້ນ​ມີ​ເນື້ອຄວາມ​ວ່າ ໃນ​ວັນ​ທີ່​ກຳນົດ​ໄວ້​ຄື​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄົນ​ຢິວ​ທຸກຄົນ​ບໍ່​ວ່າ​ໜຸ່ມ​ຫລື​ເຖົ້າ ແມ່ຍິງ​ຫລື​ເດັກນ້ອຍ​ຕ້ອງ​ຖືກ​ຂ້າ​ຖິ້ມ​ໝົດ. ພວກເຂົາ​ຈະ​ຕ້ອງ​ຖືກ​ປະຫານໝູ່​ຢ່າງ​ບໍ່​ປານີ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ຈະ​ຕ້ອງ​ຖືກ​ຢຶດ.


ໃນ​ຈົດໝາຍ​ເຫຼົ່ານັ້ນ​ໄດ້​ອະທິບາຍ​ວ່າ ກະສັດ​ໄດ້​ອະນຸຍາດ​ໃຫ້​ຊາວຢິວ​ຢູ່​ໃນ​ທຸກ​ເມືອງ​ຈັດ​ລະບຽບ​ການ​ປ້ອງກັນ​ຕົວເອງ. ຖ້າ​ພວກເຂົາ​ພ້ອມ​ທັງ​ລູກ​ເມຍ​ຖືກ​ໂຈມຕີ ດ້ວຍ​ກອງທັບ​ຈາກ​ຊົນຊາດ​ໃດ​ຫລື​ແຂວງ​ໃດ ກໍ​ໃຫ້​ພວກເຂົາ​ຕໍ່ສູ້​ຄືນ ແລະ​ທຳລາຍ​ຄົນ​ທີ່​ໂຈມຕີ​ເຫຼົ່ານັ້ນ; ໃຫ້​ຂ້າ​ພວກເຂົາ​ຖິ້ມ​ຢ່າງ​ບໍ່​ໃຫ້​ເຫຼືອ​ທັງ​ຢຶດ​ຊັບສິນ​ຂອງ​ພວກເຂົາ​ໄດ້.


ຢູ່​ພາຍ​ໃນ​ເມືອງ​ເອກຊູຊາ​ເອງ ຊາວຢິວ​ໄດ້​ຂ້າ​ຫ້າຮ້ອຍ​ຄົນ.


ຄົນ​ຊອບທຳ​ນັ້ນ​ຈະ​ຈະເລີນ​ຂຶ້ນ​ດັ່ງ​ຕົ້ນ​ຕານ ຈະ​ໃຫຍ່ຂຶ້ນ​ດັ່ງ​ຕົ້ນແປກ​ທີ່​ເລບານອນ​ນັ້ນ.


ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ພຣະເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຍຸດຕິທຳ ຄື​ພຣະອົງ​ຈະ​ນຳ​ເອົາ​ຄວາມ​ທົນທຸກ​ໄປ​ສູ່​ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ຖືກ​ທົນທຸກ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka