ເອສະເທີ 9:3 - ພຣະຄຳພີສັກສິ3 ຕາມທີ່ຈິງແລ້ວ ບັນດາຂ້າຣາຊການປະຈຳແຂວງທຸກຄົນຄື: ພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຜູ້ຕາງໜ້າຂອງກະສັດ ຕ່າງກໍໄດ້ຊ່ວຍເຫລືອຊາວຢິວ ເພາະທຸກຄົນຕ່າງກໍຢ້ານກົວມໍເດໄກ. Uka jalj uñjjattʼäta |
ດັ່ງນັ້ນ ໃນວັນທີສິບສາມຂອງເດືອນທີໜຶ່ງ ຮາມານຈຶ່ງເອີ້ນພວກເລຂາທິການຂອງກະສັດມາ ແລະໃຫ້ພວກເຂົາຂຽນ ແລະແປປະກາດນັ້ນອອກເປັນຫລາຍພາສາ ຕາມແບບຂຽນທີ່ມີໃຊ້ໃນອານາຈັກ ແລະສົ່ງໃຫ້ພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຂ້າຣາຊການທຸກຄົນ. ປະກາດນີ້ໄດ້ອອກໃນນາມຂອງກະສັດເຊເຊັດ ແລະປະທັບຕາໃສ່ດ້ວຍແຫວນຂອງເພິ່ນ.
ເຫດການນີ້ໄດ້ເກີດຂຶ້ນໃນວັນທີ 23 ຂອງເດືອນທີສາມ ອັນກົງກັບເດືອນຊີວານ . ມໍເດໄກໄດ້ເອີ້ນເອົາພວກເລຂາທິການຂອງກະສັດ ແລະບອກໃຫ້ພວກເຂົາຂຽນຈົດໝາຍເຖິງຊາວຢິວ ແລະເຖິງພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຂ້າຣາຊການໃນ 127 ແຂວງ, ຄືຕັ້ງແຕ່ອິນເດຍຈົນເຖິງຊູດານ. ພວກເລຂາທິການໄດ້ຂຽນຈົດໝາຍເຖິງແຕ່ລະແຂວງ ຕາມພາສາແລະວິທີຂຽນໃນແຂວງນັ້ນ ແລະໄດ້ຂຽນໄປເຖິງຊາວຢິວເປັນພາສາແລະວິທີຂຽນຂອງຊາວຢິວ.
ແລ້ວກະສັດກໍໄດ້ສັ່ງບັນດາຂ້າຣາຊການຊັ້ນຜູ້ໃຫຍ່ ໃນແຂວງທັງໝົດຂອງເພິ່ນໃຫ້ມາໂຮມກັນດັ່ງນີ້: ເຈົ້າແຂວງ, ຮອງເຈົ້າແຂວງ, ຜູ້ປົກຄອງກຳແພງນະຄອນ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະບັນດາຂ້າຣາຊການຄົນອື່ນໆ. ບັນດາຂ້າຣາຊການເຫຼົ່ານີ້ຕ້ອງມາໃນງານສະຫລອງຮູບປັ້ນເປັນຄຳ ທີ່ກະສັດເນບູກາດເນັດຊາໄດ້ຕັ້ງຂຶ້ນນັ້ນ.