ເອສະເທີ 9:10 - ພຣະຄຳພີສັກສິ10 ລວມຢູ່ໃນພວກນີ້ ມີລູກຊາຍສິບຄົນຂອງຮາມານ ຜູ້ເປັນລູກຊາຍຂອງຮາມເມດາທາ. ແຕ່ການປຸ້ນສະດົມບໍ່ມີເກີດຂຶ້ນເລີຍ. Uka jalj uñjjattʼäta |
ພວກຜູ້ນຳຂ່າວກໍແລ່ນນຳເອົາປະກາດນີ້ ໄປທົ່ວທຸກແຂວງໃນອານາຈັກ. ໃນປະກາດນັ້ນມີເນື້ອຄວາມວ່າ ໃນວັນທີ່ກຳນົດໄວ້ຄືວັນທີສິບສາມຂອງເດືອນອາດາກ ຄົນຢິວທຸກຄົນບໍ່ວ່າໜຸ່ມຫລືເຖົ້າ ແມ່ຍິງຫລືເດັກນ້ອຍຕ້ອງຖືກຂ້າຖິ້ມໝົດ. ພວກເຂົາຈະຕ້ອງຖືກປະຫານໝູ່ຢ່າງບໍ່ປານີ ແລະສິ່ງຂອງຂອງພວກເຂົາຈະຕ້ອງຖືກຢຶດ.
ໃນຈົດໝາຍເຫຼົ່ານັ້ນໄດ້ອະທິບາຍວ່າ ກະສັດໄດ້ອະນຸຍາດໃຫ້ຊາວຢິວຢູ່ໃນທຸກເມືອງຈັດລະບຽບການປ້ອງກັນຕົວເອງ. ຖ້າພວກເຂົາພ້ອມທັງລູກເມຍຖືກໂຈມຕີ ດ້ວຍກອງທັບຈາກຊົນຊາດໃດຫລືແຂວງໃດ ກໍໃຫ້ພວກເຂົາຕໍ່ສູ້ຄືນ ແລະທຳລາຍຄົນທີ່ໂຈມຕີເຫຼົ່ານັ້ນ; ໃຫ້ຂ້າພວກເຂົາຖິ້ມຢ່າງບໍ່ໃຫ້ເຫຼືອທັງຢຶດຊັບສິນຂອງພວກເຂົາໄດ້.