Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:9 - ພຣະຄຳພີສັກສິ

9 ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ 23 ຂອງ​ເດືອນ​ທີສາມ ອັນ​ກົງ​ກັບ​ເດືອນ​ຊີວານ . ມໍເດໄກ​ໄດ້​ເອີ້ນ​ເອົາ​ພວກ​ເລຂາທິການ​ຂອງ​ກະສັດ ແລະ​ບອກ​ໃຫ້​ພວກເຂົາ​ຂຽນ​ຈົດໝາຍ​ເຖິງ​ຊາວຢິວ ແລະ​ເຖິງ​ພວກ​ຜູ້​ປົກຄອງ​ແຂວງ, ພວກ​ຜູ້ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ໃນ 127 ແຂວງ, ຄື​ຕັ້ງແຕ່​ອິນເດຍ​ຈົນເຖິງ​ຊູດານ. ພວກ​ເລຂາທິການ​ໄດ້​ຂຽນ​ຈົດໝາຍ​ເຖິງ​ແຕ່ລະ​ແຂວງ ຕາມ​ພາສາ​ແລະ​ວິທີຂຽນ​ໃນ​ແຂວງ​ນັ້ນ ແລະ​ໄດ້​ຂຽນ​ໄປ​ເຖິງ​ຊາວຢິວ​ເປັນ​ພາສາ​ແລະ​ວິທີ​ຂຽນ​ຂອງ​ຊາວຢິວ.

Uka jalj uñjjattʼäta Copia luraña




ເອສະເທີ 8:9
10 Jak'a apnaqawi uñst'ayäwi  

ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ, ເຊັບນາ ແລະ​ໂຢອາ​ກໍໄດ້​ບອກ​ຂ້າຣາຊການ​ຜູ້ນັ້ນ​ວ່າ, “ທ່ານເອີຍ ເວົ້າ​ພາສາ​ອາຣາມິກ​ກໍໄດ້ ເພາະ​ພວກ​ຂ້າພະເຈົ້າ​ເຂົ້າໃຈ​ຢູ່. ຢ່າ​ເວົ້າ​ພາສາ​ເຮັບເຣີ​ເທາະ ເພາະ​ທຸກຄົນ​ຢູ່​ເທິງ​ກຳແພງ​ກຳລັງ​ຟັງ​ຢູ່.”


ພວກເຂົາ​ໄດ້​ມາ​ປະຊຸມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສາມ​ຂອງ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ກະສັດ​ອາສາ.


ເຫດການ​ຊຶ່ງ​ມີ​ກ່າວ​ໃນ​ທີ່​ນີ້​ແມ່ນ​ເກີດຂຶ້ນ​ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ຜູ້​ທີ່​ໄດ້​ປົກຄອງ 127 ແຂວງ ຕັ້ງແຕ່​ອິນເດຍ​ເຖິງ​ຊູດານ.


ເພິ່ນ​ໄດ້ສົ່ງ​ຈົດໝາຍ​ອອກ​ໄປ​ຕາມ​ແຕ່ລະ​ແຂວງ​ໃນ​ຣາຊອານາຈັກ ເປັນ​ພາສາ ແລະ​ວິທີ​ຂຽນ​ທີ່​ໃຊ້​ກັນ​ຕາມ​ແຂວງ​ນັ້ນໆ ໂດຍ​ບອກ​ວ່າ, ຜົວ​ທຸກຄົນ​ຈະ​ຕ້ອງ​ເປັນ​ນາຍ​ຢູ່​ໃນ​ເຮືອນ​ຂອງຕົນ ແລະ​ເວົ້າ​ຈາ​ດ້ວຍ​ອຳນາດ​ອັນ​ເດັດຂາດ.


ກະສັດ​ເຊເຊັດ​ໄດ້​ກຳນົດ​ພາສີ​ແຮງງານ​ແກ່​ຄົນ​ທີ່​ຢູ່​ຕາມ​ຊາຍຝັ່ງ​ທະເລ​ຂອງ​ອານາຈັກ ແລະ​ຄົນ​ທີ່​ຢູ່​ພາຍ​ໃນ​ອານາຈັກ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ສົ່ງ​ເອກະສານ​ໄປ​ເຖິງ​ປະຊາຊົນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ທົ່ວໂລກ ໂດຍ​ມີ​ເນື້ອຄວາມ​ດັ່ງ​ຕໍ່ໄປນີ້: “ຂໍ​ອວຍພອນ​ບັນດາ​ທ່ານ ຈົ່ງ​ປະສົບ​ແຕ່​ສັນຕິສຸກ ເປັນ​ສັນຕິສຸກ​ເຕັມ​ລົ້ນ​ແລະ​ຄົບຖ້ວນ


ເຈົ້າດາຣິອຸດ​ໄດ້​ຕັດສິນໃຈ​ແຕ່ງຕັ້ງ​ເຈົ້າແຂວງ ໜຶ່ງຮ້ອຍ​ຊາວ​ຄົນ ໃຫ້​ປົກຄອງ​ທົ່ວ​ອານາຈັກ​ຂອງ​ເພິ່ນ.


ແລ້ວ​ກະສັດ​ດາຣິອຸດ​ກໍໄດ້​ຂຽນ​ຂໍ້ຄວາມ​ສົ່ງ​ໄປ​ເຖິງ​ປະຊາຊົນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໃນ​ແຜ່ນດິນ​ໂລກ​ວ່າ: “ຂໍ​ຄວາມສຸກ​ສຳລານ ຈົ່ງ​ມີ​ແກ່​ທ່ານ​ທັງຫລາຍ​ເທີ້ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka