Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:8 - ພຣະຄຳພີສັກສິ

8 ແຕ່ວ່າ​ຄຳ​ປະກາດ​ທີ່​ໃຊ້​ອອກ​ໄປ​ໃນ​ນາມ​ຂອງ​ກະສັດ ແລະ​ທັງ​ປະທັບຕາ​ດ້ວຍ​ກາປະທັບ​ຂອງ​ກະສັດ​ນັ້ນ​ຈະ​ລົບລ້າງ​ບໍ່ໄດ້. ເຖິງ​ຢ່າງ​ໃດ​ກໍຕາມ ໃຫ້​ຣາຊີນີ​ຂຽນ​ຈົດໝາຍ​ໄປ​ຫາ​ຊາວຢິວ​ຕາມ​ໃຈຊອບ ໃຫ້​ຂຽນ​ໃນ​ນາມ​ຂອງເຮົາ ແລະ​ປະທັບ​ກາ​ຂອງ​ກະສັດ​ໃສ່.”

Uka jalj uñjjattʼäta Copia luraña




ເອສະເທີ 8:8
9 Jak'a apnaqawi uñst'ayäwi  

ດັ່ງນັ້ນ ນາງ​ຈຶ່ງ​ຂຽນ​ຈົດໝາຍ​ບາງສະບັບ​ເຊັນຊື່​ຂອງ​ກະສັດ​ອາຮາບ​ລົງ ຕີ​ຕາປະທັບ​ຂອງ​ເພິ່ນ​ໃສ່ ແລ້ວ​ກໍ​ສົ່ງ​ຈົດໝາຍ​ນີ້​ໄປ​ຫາ​ພວກ​ຂ້າຣາຊການ​ພ້ອມ​ທັງ​ປະຊາຊົນ​ຊັ້ນ​ຜູ້ນຳ​ໃນ​ເມືອງ​ຢິດຊະເຣນ.


ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ຂໍ​ຈົ່ງ​ອອກ​ດຳລັດ​ປະກາດ​ເປັນ​ທາງການ​ວ່າ ຣາຊີນີ​ວາຊະຕີ​ຈະ​ເຂົ້າ​ມາ​ຫາ​ກະສັດ​ບໍ່ໄດ້​ອີກ​ຕໍ່ໄປ. ຈົ່ງ​ຂຽນ​ຄຳ​ປະກາດ​ນີ້​ໄວ້​ໃນ​ກົດໝາຍ​ຂອງ​ເປີເຊຍ​ແລະ​ເມເດຍ ເພື່ອ​ວ່າ​ຈະ​ບໍ່ມີ​ການ​ລົບລ້າງ​ໄດ້​ຈັກເທື່ອ. ແລ້ວ​ໃຫ້​ຍົກ​ຕຳແໜ່ງ​ຣາຊີນີ​ແກ່​ຍິງ​ອື່ນ​ທີ່​ດີກວ່າ​ນາງ.


ດັ່ງນັ້ນ ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ທີໜຶ່ງ ຮາມານ​ຈຶ່ງ​ເອີ້ນ​ພວກ​ເລຂາທິການ​ຂອງ​ກະສັດ​ມາ ແລະ​ໃຫ້​ພວກເຂົາ​ຂຽນ ແລະ​ແປ​ປະກາດ​ນັ້ນ​ອອກ​ເປັນ​ຫລາຍ​ພາສາ ຕາມ​ແບບ​ຂຽນ​ທີ່​ມີ​ໃຊ້​ໃນ​ອານາຈັກ ແລະ​ສົ່ງ​ໃຫ້​ພວກ​ຜູ້ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ທຸກຄົນ. ປະກາດ​ນີ້​ໄດ້​ອອກ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບຕາ​ໃສ່​ດ້ວຍ​ແຫວນ​ຂອງ​ເພິ່ນ.


ມໍເດໄກ​ໄດ້​ໃຫ້​ພວກເຂົາ​ຂຽນ​ຈົດໝາຍ​ນັ້ນ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບ​ກາ​ຂອງ​ກະສັດ​ໃສ່. ຈົດໝາຍ​ໄດ້​ຖືກ​ສົ່ງ​ໄປ​ໂດຍ​ພວກ​ຂີ່​ມ້າ​ໂຕ​ໄວ​ທີ່ສຸດ​ຈາກ​ຄອກ​ມ້າ​ຂອງ​ກະສັດ.


“ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ແລະ​ເປັນຫ່ວງ​ຂ້ານ້ອຍ ແລະ​ຖ້າ​ທ່ານ​ເຫັນ​ວ່າ​ເປັນ​ການ​ຖືກຕ້ອງ ກໍ​ຂໍ​ທ່ານ​ອອກ​ຄຳສັ່ງ​ເປັນ​ທາງການ ເພື່ອ​ກີດກັ້ນ​ບໍ່​ໃຫ້​ຄຳສັ່ງ​ຂອງ​ຮາມານ​ຖືກ​ນຳ​ໄປ​ປະຕິບັດ ຄື​ຄຳສັ່ງ​ຂອງ​ລູກຊາຍ​ຂອງ​ຮາມເມດາທາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອາກັກ ເພື່ອ​ທຳລາຍ​ລ້າງຜານ​ຊາວຢິວ​ທຸກຄົນ​ໃນ​ອານາຈັກ​ນີ້.


ສະນັ້ນ ຂໍ​ໃຫ້​ພະຣາຊາ​ອອກ​ຄຳສັ່ງ​ນີ້​ແລະ​ເຊັນ​ຊື່​ລົງ​ໃນ​ໜັງສື​ໝາຍສຳຄັນ ເພື່ອ​ຈະ​ໄດ້​ນຳ​ອອກ​ໄປ​ໃຊ້​ບັງຄັບ​ເປັນ​ກົດໝາຍ​ຂອງ​ເມເດຍ​ແລະ​ເປີເຊຍ ຊຶ່ງ​ເປັນ​ກົດໝາຍ​ທີ່​ປ່ຽນແປງ​ບໍ່ໄດ້.”


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka