Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:7 - ພຣະຄຳພີສັກສິ

7 ແລ້ວ​ກະສັດ​ເຊເຊັດ​ກໍ​ກ່າວ​ແກ່​ຣາຊີນີ​ເອສະເທີ ແລະ​ມໍເດໄກ​ຄົນ​ຢິວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ແຂວນ​ຄໍ​ຮາມານ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຊາວຢິວ ແລະ​ເຮົາ​ກໍ​ເອົາ​ຊັບສິນ​ຂອງ​ລາວ​ໃຫ້​ແກ່​ເອສະເທີ​ແລ້ວ.

Uka jalj uñjjattʼäta Copia luraña




ເອສະເທີ 8:7
7 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ທີ່​ຢູ່​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ຂໍ້​ກ່າວຫາ​ຂຽນ​ເປັນ​ລາຍລັກອັກສອນ​ມາ​ຕໍ່ສູ້​ພວກເຂົາ.


ດັ່ງນັ້ນ ຮາມານ​ຈຶ່ງ​ຖືກ​ແຂວນຄໍ​ໃສ່​ບ່ອນ​ທີ່​ລາວ​ເອງ​ໄດ້​ສ້າງ​ຂຶ້ນ ເພື່ອ​ແຂວນຄໍ​ມໍເດໄກ. ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ກະສັດ​ກໍໄດ້​ເຢັນລົງ.


ແລ້ວ​ຄົນ​ໜຶ່ງ​ໃນ​ພວກ​ຊາຍຕອນ​ທີ່​ຊື່​ວ່າ​ຮັກໂບນາ ກໍໄດ້​ເວົ້າ​ວ່າ, “ຍິ່ງ​ໄປ​ກວ່າ​ນີ້​ອີກ ຮາມານ​ຍັງ​ໄດ້​ສ້າງ​ບ່ອນ​ແຂວນຄໍ​ສູງ​ຊາວສອງ​ແມັດ​ທີ່​ເຮືອນ​ຂອງ​ລາວ ເພື່ອ​ລາວ​ຈະ​ໄດ້​ແຂວນ​ຄໍ​ມໍເດໄກ ຜູ້​ທີ່​ຊ່ວຍ​ຊີວິດ​ຂອງ​ພະຣາຊາ.” ກະສັດ​ສັ່ງ​ວ່າ, “ແຂວນຄໍ​ຮາມານ​ໃສ່​ບ່ອນ​ນັ້ນ.”


ໃນ​ມື້​ດຽວກັນ​ນັ້ນ ກະສັດ​ເຊເຊັດ​ໄດ້​ມອບ​ຊັບສິນ​ທັງໝົດ​ຂອງ​ຮາມານ ສັດຕູ​ຂອງ​ຊາວຢິວ​ໃຫ້​ແກ່​ຣາຊີນີ​ເອສະເທີ. ຣາຊີນີ​ເອສະເທີ​ບອກ​ກະສັດ​ວ່າ ມໍເດໄກ​ເປັນ​ຍາດພີ່ນ້ອງ​ຂອງ​ຕົນ ແລະ​ຕັ້ງແຕ່​ນັ້ນ​ມາ​ມໍເດໄກ​ກໍໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ພົບ​ກະສັດ​ໄດ້.


ຄົນດີ​ປະ​ຊັບສົມບັດ​ໄວ້​ໃຫ້​ລູກຫລານ, ແຕ່​ຊັບສົມບັດ​ຂອງ​ຄົນບາບ​ກໍ​ສະສົມ​ໄວ້​ສຳລັບ​ຄົນ​ຊອບທຳ.


ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka