Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:6 - ພຣະຄຳພີສັກສິ

6 ຂ້ານ້ອຍ​ຈະ​ທົນ​ຢູ່​ໄດ້​ຢ່າງໃດ ຖ້າ​ຄວາມພິນາດ​ນີ້​ມາ​ເຖິງ​ຊົນຊາດ​ຂອງ​ຂ້ານ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ຕ້ອງ​ຖືກ​ຂ້າ?”

Uka jalj uñjjattʼäta Copia luraña




ເອສະເທີ 8:6
9 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ກັບຄືນ​ເມືອ​ຫາ​ພໍ່​ໄດ້​ຢ່າງ​ໃດ ໃນ​ເມື່ອ​ບໍ່ມີ​ເດັກ​ຄົນ​ນີ້​ເມືອ​ນຳ? ຂ້ານ້ອຍ​ທົນ​ເບິ່ງ​ເພິ່ນ​ທໍລະມານ​ໃຈ​ຕາຍ​ບໍ່ໄດ້ດອກ.”


ແລະ​ຕອບ​ເພິ່ນ​ວ່າ, “ຂໍ​ພະຣາຊາ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຈະ​ໃຫ້​ຂ້ານ້ອຍ​ບໍ່​ໂສກເສົ້າ​ໄດ້​ຢ່າງໃດ ໃນ​ເມື່ອ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຝັງ​ໄວ້​ໃນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ປະຕູ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍໄຟ?”


ປະຊາຊົນ​ຂອງ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ເອງ​ໄດ້​ຖືກ​ຂາຍ​ເພື່ອ​ໃຫ້​ຖືກ​ສັງຫານໝູ່. ຖ້າ​ບໍ່ມີ​ຫຍັງ​ຮ້າຍແຮງ​ກວ່າ​ການ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້ ຂ້ານ້ອຍ​ຈະ​ມິດ​ຢູ່ ແລະ​ຈະ​ບໍ່​ລົບກວນ​ທ່ານ​ໃນ​ເລື່ອງ​ນີ້; ແຕ່​ພວກ​ຂ້ານ້ອຍ​ກຳລັງ​ຈະ​ຖືກ​ທຳລາຍ​ລ້າງຜານ​ໃຫ້​ສູນສິ້ນໄປ.”


ເມື່ອ​ຮອດ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄື​ວັນ​ທີ່​ປະກາດ​ເປັນ​ທາງການ​ຂອງ​ກະສັດ​ມີ​ຜົນ​ໃຊ້​ໄດ້ ແມ່ນ​ວັນ​ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຢິວ​ຫວັງ​ຈະ​ມີ​ອຳນາດ​ເໜືອ​ພວກເຂົາ. ແຕ່​ພວກ​ຢິວ​ກັບ​ມີ​ອຳນາດ​ເໜືອ​ພວກ​ສັດຕູ.


ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງເຮົາ ແລະ​ຄຳ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ສຳລັບ​ຊາວ​ອິດສະຣາເອນ ແມ່ນ​ຂໍ​ໃຫ້​ພວກເຂົາ​ໄດ້​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka