Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:5 - ພຣະຄຳພີສັກສິ

5 “ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ແລະ​ເປັນຫ່ວງ​ຂ້ານ້ອຍ ແລະ​ຖ້າ​ທ່ານ​ເຫັນ​ວ່າ​ເປັນ​ການ​ຖືກຕ້ອງ ກໍ​ຂໍ​ທ່ານ​ອອກ​ຄຳສັ່ງ​ເປັນ​ທາງການ ເພື່ອ​ກີດກັ້ນ​ບໍ່​ໃຫ້​ຄຳສັ່ງ​ຂອງ​ຮາມານ​ຖືກ​ນຳ​ໄປ​ປະຕິບັດ ຄື​ຄຳສັ່ງ​ຂອງ​ລູກຊາຍ​ຂອງ​ຮາມເມດາທາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອາກັກ ເພື່ອ​ທຳລາຍ​ລ້າງຜານ​ຊາວຢິວ​ທຸກຄົນ​ໃນ​ອານາຈັກ​ນີ້.

Uka jalj uñjjattʼäta Copia luraña




ເອສະເທີ 8:5
9 Jak'a apnaqawi uñst'ayäwi  

ກະສັດ​ພໍໃຈ​ນາງ​ຫລາຍກວ່າ​ຍິງສາວ​ຄົນອື່ນໆ ແລະ​ນາງ​ໄດ້​ຮັບ​ຄວາມ​ກະລຸນາ ແລະ​ຄວາມ​ຮັກ​ຈາກ​ກະສັດ ຫລາຍກວ່າ​ຍິງ​ສາວ​ຄົນອື່ນໆ. ເພິ່ນ​ສວມ​ມົງກຸດ​ໃສ່​ຫົວ​ນາງ ແລະ​ແຕ່ງຕັ້ງ​ນາງ​ໃຫ້​ເປັນ​ຣາຊີນີ​ແທນ​ຣາຊີນີ​ວາຊະຕີ.


ແລ້ວ​ກໍ​ໃຫ້​ທ່ານ​ເອົາ​ຍິງ​ຜູ້ໜຶ່ງ​ທີ່​ທ່ານ​ມັກ​ທີ່ສຸດ ມາ​ເປັນ​ຣາຊີນີ​ແທນ​ນາງ​ວາຊະຕີ.” ກະສັດ​ເຫັນ​ວ່າ​ເປັນ​ການ​ແນະນຳ​ທີ່ດີ; ສະນັ້ນ ເພິ່ນ​ຈຶ່ງ​ປະຕິບັດ​ຕາມ.


ໃນ​ເວລາ​ຕໍ່ມາ ກະສັດ​ເຊເຊັດ​ໄດ້​ເລື່ອນຊັ້ນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຮາມານ​ເປັນ​ລູກຊາຍ​ຂອງ​ຮາມເມດາທາ ເປັນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາກັກ. ໃຫ້​ມີ​ຕຳແໜ່ງ​ສູງຂື້ນ​ແລະ​ໃຫ້​ນັ່ງ​ສູງ​ກວ່າ​ເຈົ້ານາຍ​ທັງຫລາຍ​ທີ່​ຢູ່​ນຳກັນ.


ຖ້າ​ພະຣາຊາ​ເມດຕາ ພໍ​ທີ່​ຈະ​ໃຫ້​ຕາມ​ຄຳ​ຂໍຮ້ອງ​ຂອງ​ຂ້ານ້ອຍ​ໄດ້​ແລ້ວ ຂ້ານ້ອຍ​ຢາກ​ໃຫ້​ທ່ານ​ກັບ​ຮາມານ​ມາ​ເປັນ​ແຂກ​ໃນ​ງານ​ກິນລ້ຽງ ທີ່​ຂ້ານ້ອຍ​ຈະ​ຈັດຂຶ້ນ​ອີກ​ສຳລັບ​ທ່ານ​ໃນ​ມື້ອື່ນ. ໃນ​ເວລາ​ນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ບອກ​ທ່ານ​ວ່າ ຂ້ານ້ອຍ​ຕ້ອງການ​ຫຍັງ.”


ແລ້ວ​ຣາຊີນີ​ເອສະເທີ​ກໍ​ຕອບ​ວ່າ, “ຖ້າ​ພະຣາຊາ​ພໍໃຈ​ອະນຸຍາດ​ໃຫ້ ຕາມ​ຄຳ​ຂໍຮ້ອງ​ຢ່າງ​ຖ່ອມຕົວ​ຂອງ​ຂ້ານ້ອຍ​ນີ້​ແລ້ວ ຄວາມ​ປາຖະໜາ​ຂອງ​ຂ້ານ້ອຍ​ກໍ​ຄື​ວ່າ: ໃຫ້​ຂ້ານ້ອຍ​ກັບ​ປະຊາຊົນ​ຂອງ​ຂ້ານ້ອຍ​ມີ​ຊີວິດ​ຢູ່.


ບັດນີ້ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້​ແລ້ວ ຈົ່ງ​ບອກ​ແຜນການ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ຮູ້​ນຳ​ແດ່ທ້ອນ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ຮັບໃຊ້​ພຣະອົງ​ຕໍ່ໄປ ແລະ​ສືບຕໍ່​ເຮັດ​ໃຫ້​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ຫລາຍ​ຍິ່ງ​ຂຶ້ນ. ໂຜດ​ລະນຶກເຖິງ​ຄື​ກັນ​ວ່າ ພຣະອົງ​ໄດ້​ເລືອກ​ເອົາ​ຊົນຊາດ​ນີ້​ເປັນ​ປະຊາຊົນ​ຂອງ​ພຣະອົງ.”


ໃຜ​ຈະ​ຮູ້​ວ່າ​ພຣະອົງ​ພໍໃຈ​ນຳ​ປະຊາຊົນ​ຂອງ​ພຣະອົງ ແລະ​ພໍໃຈ​ນຳ​ຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າ​ພຣະອົງ​ບໍ່​ນຳພາ​ຂ້ານ້ອຍ​ໄປ? ການ​ທີ່​ພຣະອົງ​ນຳພາ​ພວກ​ຂ້ານ້ອຍ​ໄປ​ນັ້ນ ຈະ​ສຳແດງ​ໃຫ້​ປະຊາຊົນ​ອື່ນໆ​ໃນ​ໂລກ​ເຫັນ​ວ່າ ພວກ​ຂ້ານ້ອຍ​ທັງຫລາຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ແທ້.”


ລາວ​ເວົ້າ​ວ່າ, ‘ອະນຸຍາດ​ໃຫ້​ຂ້ອຍ​ໄປ​ເທາະ ເພາະ​ຄອບຄົວ​ຂອງ​ພວກເຮົາ​ສະຫລອງ​ງານ​ຖວາຍບູຊາ​ຢູ່​ໃນ​ເມືອງ ແລະ​ອ້າຍ​ຂອງ​ຂ້ອຍ​ກໍ​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ນັ້ນ. ຖ້າ​ເຈົ້າ​ເປັນ​ເພື່ອນຂ້ອຍ ຈົ່ງ​ອະນຸຍາດ​ໃຫ້​ຂ້ອຍ​ໄປ​ຫາ​ພີ່ນ້ອງ​ຂອງຂ້ອຍ​ສາ.’ ດ້ວຍເຫດນີ້ ດາວິດ​ຈຶ່ງ​ບໍ່ໄດ້​ມາ​ຮ່ວມ​ໂຕະ​ນຳ​ພໍ່.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka