Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:4 - ພຣະຄຳພີສັກສິ

4 ກະສັດ​ເດ່​ໄມ້​ເທົ້າ​ຄຳ​ໃສ່​ຣາຊີນີ ຣາຊີນີ​ຈຶ່ງ​ລຸກ​ຂຶ້ນ​ເວົ້າ​ວ່າ,

Uka jalj uñjjattʼäta Copia luraña




ເອສະເທີ 8:4
3 Jak'a apnaqawi uñst'ayäwi  

“ຖ້າ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ທີ່​ເຂົ້າ​ໄປ​ໃນ​ເດີ່ນ​ຂອງ​ວັງ ເພື່ອ​ພົບ​ກະສັດ​ໂດຍ​ບໍ່ໄດ້​ຖືກ​ເອີ້ນ​ມາ ຈະ​ຕ້ອງ​ຕາຍ. ນັ້ນແຫລະ ຄື​ກົດໝາຍ; ທຸກໆ​ຄົນ​ນັບ​ຕັ້ງແຕ່​ພວກ​ທີ່ປຶກສາ​ຂອງ​ກະສັດ ຈົນເຖິງ​ປະຊາຊົນ​ຕາມ​ແຂວງ​ຕ່າງໆ ກໍ​ຮູ້ຈັກ​ກົດໝາຍ​ນີ້. ມີ​ທາງດຽວ​ທີ່​ເວັ້ນຈາກ​ກົດໝາຍ​ນີ້​ໄດ້ ຄື​ຖ້າ​ກະສັດ​ຍື່ນ​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຜູ້ໃດ ເພິ່ນ​ຈະ​ໄວ້​ຊີວິດ​ຂອງ​ຜູ້ນັ້ນ. ແຕ່​ເປັນ​ເວລາ​ໜຶ່ງ​ເດືອນ​ແລ້ວ ທີ່​ກະສັດ​ບໍ່ໄດ້​ເອີ້ນ​ຂ້ອຍ​ເຂົ້າ​ໄປ​ຫາ​ເພິ່ນ.”


ເມື່ອ​ກະສັດ​ຫລຽວເຫັນ​ຣາຊີນີ​ເອສະເທີ​ຢືນ​ຢູ່​ຂ້າງ​ນອກ ເພິ່ນ​ກໍ​ມີ​ຄວາມ​ເມດຕາ ແລະ​ເດ່​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຣາຊີນີ. ແລ້ວ​ຣາຊີນີ​ກໍ​ຂຶ້ນ​ມາ​ຈັບ​ສົ້ນ​ໄມ້ຄ້ອນເທົ້າ​ນັ້ນ.


ຕໍ່ມາ ຣາຊີນີ​ເອສະເທີ​ກໍໄດ້​ກ່າວ​ຕໍ່​ກະສັດ​ອີກ ໂດຍ​ຂາບລົງ​ທີ່​ຕີນ​ຂອງ​ເພິ່ນ​ທັງ​ຮ້ອງໄຫ້. ຣາຊີນີ​ຮ້ອງ​ຂໍ​ເພິ່ນ​ໃຫ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ລົງ​ໄປ ເພື່ອ​ຢຸດຢັ້ງ​ແຜນການ​ອັນ​ຊົ່ວຮ້າຍ​ຂອງ​ຮາມານ ເຊື້ອສາຍ​ຂອງ​ອາກັກ ຜູ້​ທີ່​ໄດ້​ປະພຶດ​ຊົ່ວ​ຕໍ່ສູ້​ຊາວຢິວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka