Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:3 - ພຣະຄຳພີສັກສິ

3 ຕໍ່ມາ ຣາຊີນີ​ເອສະເທີ​ກໍໄດ້​ກ່າວ​ຕໍ່​ກະສັດ​ອີກ ໂດຍ​ຂາບລົງ​ທີ່​ຕີນ​ຂອງ​ເພິ່ນ​ທັງ​ຮ້ອງໄຫ້. ຣາຊີນີ​ຮ້ອງ​ຂໍ​ເພິ່ນ​ໃຫ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ລົງ​ໄປ ເພື່ອ​ຢຸດຢັ້ງ​ແຜນການ​ອັນ​ຊົ່ວຮ້າຍ​ຂອງ​ຮາມານ ເຊື້ອສາຍ​ຂອງ​ອາກັກ ຜູ້​ທີ່​ໄດ້​ປະພຶດ​ຊົ່ວ​ຕໍ່ສູ້​ຊາວຢິວ.

Uka jalj uñjjattʼäta Copia luraña




ເອສະເທີ 8:3
10 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ມາ​ຮອດ​ຄົນ​ຂອງ​ພຣະເຈົ້າ​ທີ່​ພູເຂົາ​ແລ້ວ ນາງ​ກໍ​ກົ້ມ​ຂາບລົງ​ຕໍ່ໜ້າ​ພ້ອມ​ທັງ​ຈັບ​ຕີນ​ຂອງ​ເພິ່ນ​ໄວ້. ເກຮາຊິ​ກຳລັງ​ຈະ​ດຶງ​ນາງ​ອອກ ແຕ່​ຄົນ​ຂອງ​ພຣະເຈົ້າ​ກ່າວ​ວ່າ, “ປ່ອຍ​ນາງ​ເຖີດ ເຈົ້າ​ບໍ່​ເຫັນ​ບໍ​ວ່າ ນາງ​ມີ​ຄວາມທຸກໃຈ​ຢ່າງ​ໃຫຍ່ຫລວງ? ແລະ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ບອກ​ໃຫ້​ຂ້ອຍ​ຮູ້​ໃນ​ເລື່ອງ​ນີ້.”


ໃນ​ເວລາ​ຕໍ່ມາ ກະສັດ​ເຊເຊັດ​ໄດ້​ເລື່ອນຊັ້ນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຮາມານ​ເປັນ​ລູກຊາຍ​ຂອງ​ຮາມເມດາທາ ເປັນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາກັກ. ໃຫ້​ມີ​ຕຳແໜ່ງ​ສູງຂື້ນ​ແລະ​ໃຫ້​ນັ່ງ​ສູງ​ກວ່າ​ເຈົ້ານາຍ​ທັງຫລາຍ​ທີ່​ຢູ່​ນຳກັນ.


ປະຊາຊົນ​ຂອງ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ເອງ​ໄດ້​ຖືກ​ຂາຍ​ເພື່ອ​ໃຫ້​ຖືກ​ສັງຫານໝູ່. ຖ້າ​ບໍ່ມີ​ຫຍັງ​ຮ້າຍແຮງ​ກວ່າ​ການ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້ ຂ້ານ້ອຍ​ຈະ​ມິດ​ຢູ່ ແລະ​ຈະ​ບໍ່​ລົບກວນ​ທ່ານ​ໃນ​ເລື່ອງ​ນີ້; ແຕ່​ພວກ​ຂ້ານ້ອຍ​ກຳລັງ​ຈະ​ຖືກ​ທຳລາຍ​ລ້າງຜານ​ໃຫ້​ສູນສິ້ນໄປ.”


ກະສັດ​ຈຶ່ງ​ຖອດ​ແຫວນ​ທີ່​ມີ​ກາປະທັບ​ມອບ​ໃຫ້​ມໍເດໄກ (ແຫວນ​ນີ້​ໄດ້​ເອົາ​ຄືນ​ມາ​ຈາກ​ຮາມານ). ຣາຊີນີ​ເອສະເທີ​ຍັງ​ໄດ້​ມອບ​ຊັບສິນ​ຂອງ​ຮາມານ​ໃຫ້​ມໍເດໄກ​ເປັນ​ຜູ້​ຮັບຜິດຊອບ.


ກະສັດ​ເດ່​ໄມ້​ເທົ້າ​ຄຳ​ໃສ່​ຣາຊີນີ ຣາຊີນີ​ຈຶ່ງ​ລຸກ​ຂຶ້ນ​ເວົ້າ​ວ່າ,


ເຈົ້າ​ເຮເຊກີຢາ​ປິ່ນໜ້າ​ເຂົ້າ​ຝາ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,


ຄື​ລາວ​ໄດ້​ຕໍ່ສູ້​ກັບ​ເທວະດາ​ຈົນ​ຊະນະ. ລາວ​ໄດ້​ຮ້ອງໄຫ້​ແລະ​ຂໍ​ພອນ. ທີ່​ເບັດເອນ ພຣະເຈົ້າ​ໄດ້​ລົງ​ມາ​ຫາ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ຢູ່​ທີ່​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ລາວ.


ຝ່າຍ​ພຣະບຸດ​ນັ້ນ ຂະນະ​ເມື່ອ​ຊົງ​ເປັນ​ມະນຸດ​ຢູ່ ພຣະອົງ​ໄດ້​ຊົງ​ຖວາຍ​ຄຳ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ດ້ວຍ​ການ​ຮ້ອງໄຫ້​ຢ່າງ​ໜັກ ແລະ​ມີ​ນໍ້າຕາ​ໄຫລ​ຮ້ອງຂໍ​ຕໍ່​ພຣະເຈົ້າ ຜູ້​ຊົງ​ສາມາດ​ໂຜດ​ໃຫ້​ພຣະອົງ​ພົ້ນ​ຈາກ​ຕາຍ​ໄດ້ ແລະ​ຊົງ​ນ້ອມ​ຮັບ​ຟັງ ເນື່ອງ​ດ້ວຍ​ຄວາມ​ຢຳເກງ​ຂອງ​ພຣະອົງ.


ນາງ​ຂາບລົງ​ທີ່​ຕີນ​ຂອງ​ດາວິດ ແລະ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ​ກ່ອນ​ທ້ອນ ໃຫ້​ຂ້ານ້ອຍ​ຮັບ​ເອົາ​ຄວາມຜິດ​ທັງໝົດ​ນັ້ນ​ສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka