2 ກະສັດຈຶ່ງຖອດແຫວນທີ່ມີກາປະທັບມອບໃຫ້ມໍເດໄກ (ແຫວນນີ້ໄດ້ເອົາຄືນມາຈາກຮາມານ). ຣາຊີນີເອສະເທີຍັງໄດ້ມອບຊັບສິນຂອງຮາມານໃຫ້ມໍເດໄກເປັນຜູ້ຮັບຜິດຊອບ.
ແລ້ວກະສັດກໍຖອດແຫວນແຫ່ງອຳນາດອອກຈາກນິ້ວມືຂອງຕົນ ແລະສຸບໃສ່ນິ້ວມືຂອງໂຢເຊັບ. ເພິ່ນເອົາເສື້ອໂຕງາມທີ່ສຸດໃຫ້ໂຢເຊັບນຸ່ງ ແລະເອົາສາຍສ້ອຍຄຳຄ້ອງຄໍໃຫ້.
ພາລະກິດອັນສຳຄັນແລະຍິ່ງໃຫຍ່ທັງໝົດທີ່ເພິ່ນໄດ້ກະທຳ ແລະເລື່ອງລາວທັງໝົດຂອງການແຕ່ງຕັ້ງມໍເດໄກ ໃຫ້ເປັນຂ້າຣາຊການຊັ້ນຜູ້ໃຫຍ່ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດທາງຣາຊການຂອງບັນດາກະສັດແຫ່ງເປີເຊຍແລະເມເດຍ.
ກະສັດຈຶ່ງຖອດແຫວນຂອງເພິ່ນອອກ ຊຶ່ງໃຊ້ປະທັບຂໍ້ປະກາດໃຫ້ເປັນທາງການ ແລະໄດ້ມອບປະກາດນັ້ນໃຫ້ສັດຕູຂອງຊາວຢິວ ຄືຮາມານລູກຊາຍຂອງຮາມເມດາທາ ຜູ້ເປັນເຊື້ອສາຍຂອງອາກັກ.
ຕໍ່ມາ ຣາຊີນີເອສະເທີກໍໄດ້ກ່າວຕໍ່ກະສັດອີກ ໂດຍຂາບລົງທີ່ຕີນຂອງເພິ່ນທັງຮ້ອງໄຫ້. ຣາຊີນີຮ້ອງຂໍເພິ່ນໃຫ້ເຮັດສິ່ງໃດສິ່ງໜຶ່ງລົງໄປ ເພື່ອຢຸດຢັ້ງແຜນການອັນຊົ່ວຮ້າຍຂອງຮາມານ ເຊື້ອສາຍຂອງອາກັກ ຜູ້ທີ່ໄດ້ປະພຶດຊົ່ວຕໍ່ສູ້ຊາວຢິວ.
ຈົ່ງມີຄວາມຫວັງໃນພຣະເຈົ້າຢາເວ ແລະຈົ່ງເຊື່ອຟັງຂໍ້ຄຳສັ່ງເຖີດ; ພຣະອົງຈະໃຫ້ກຽດເຈົ້າໂດຍໄດ້ຮັບດິນແດນ ເຈົ້າຈະເຫັນຄົນຊົ່ວຖືກຂັບໄລ່ອອກໄປສິ້ນ.
ແລ້ວກະສັດກໍໄດ້ມອບຕຳແໜ່ງສູງໃຫ້ດານີເອນຕຳແໜ່ງໜຶ່ງ ທັງມອບຂອງຂວັນທີ່ສະຫງ່າງາມຫລາຍຢ່າງໃຫ້ແກ່ລາວ ແລະແຕ່ງຕັ້ງລາວໃຫ້ເປັນຜູ້ປົກຄອງແຂວງບາບີໂລນ ແລະເປັນຫົວໜ້າພວກທີ່ປຶກສາທັງໝົດປະຈຳກະສັດ.
ແຕ່ຜູ້ເປັນພໍ່ເອີ້ນບັນດາຄົນຮັບໃຊ້ຂອງຕົນມາ ເພິ່ນເວົ້າວ່າ, ‘ໄວໆ ຟ້າວເອົາເຄື່ອງຢ່າງດີທີ່ສຸດມາໃຫ້ລູກຂອງເຮົານຸ່ງ ຈົ່ງເອົາແຫວນມາສວມໃສ່ນິ້ວມື ແລະສຸບເກີບໃສ່ຕີນໃຫ້ລູກຂອງເຮົາ.