Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:16 - ພຣະຄຳພີສັກສິ

16 ພວກ​ຢິວ​ທີ່​ຢູ່​ໃນ​ນັ້ນ​ກໍ​ດີໃຈ​ແລະ​ຊົມຊື່ນ​ຍິນດີ, ເປັນ​ສຸກໃຈ​ແລະ​ໄດ້​ຮັບ​ກຽດ.

Uka jalj uñjjattʼäta Copia luraña




ເອສະເທີ 8:16
14 Jak'a apnaqawi uñst'ayäwi  

“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ. ວັນ​ຕໍ່ມາ​ເປັນ​ວັນ​ທີ​ສິບສີ່; ໃນວັນນີ້​ບໍ່ມີ​ການ​ຂ້າຟັນກັນ​ອີກ ແລ້ວ​ພວກເຂົາ​ກໍ​ກິນລ້ຽງ​ສະຫລອງ​ກັນ​ຢ່າງ​ຊົມຊື່ນ​ຍິນດີ.


ແສງ​ສະຫວ່າງ​ສ່ອງແຈ້ງ​ໃນ​ຄວາມມືດ​ສຳລັບ​ຄົນ​ສັດຊື່ ຄື​ພວກຄົນ​ທີ່​ເມດຕາປານີ​ແລະ​ເຮັດ​ຖືກຕ້ອງ.


ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ພຣະອົງ​ດີ​ຕໍ່​ພວກເຮົາ. ຈົ່ງ​ຖື​ກິ່ງໄມ້ ແລະ​ເລີ່ມ​ສະຫລອງ​ເທດສະການ ຈົ່ງ​ພາກັນ​ຍ່າງ​ເປັນ​ຂະບວນ​ອ້ອມ​ແທ່ນບູຊາ​ເຖີດ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ໃຫ້​ແສງແຈ້ງ​ແກ່​ຂ້ານ້ອຍ ແລະ​ເຮັດ​ໃຫ້​ຄວາມ​ມືດມົວ​ຂອງ​ຂ້ານ້ອຍ​ສູນຫາຍ​ໄປສິ້ນ.


ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ບໍ່​ມິດງຽບ​ຢູ່​ຕໍ່ໄປ ແຕ່​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ຖວາຍ​ແດ່​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຕະຫລອດ​ໄປ​ເປັນນິດ.


ແສງ​ສະຫວ່າງ​ສ່ອງແຈ້ງ​ໃສ່​ຄົນ​ຊອບທຳ ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ແກ່​ຄົນດີ​ດ້ວຍ.


ເມື່ອ​ຄົນ​ສັດຊື່​ຮັ່ງມີ​ເປັນດີ​ຊາວ​ເມືອງ​ກໍ​ເປັນ​ສຸກໃຈ ແລະ​ເມື່ອ​ຄົນ​ຊົ່ວຮ້າຍ​ຕາຍໄປ​ກໍ​ຈະ​ມີ​ສຽງ​ໂຮຮ້ອງ​ຢ່າງ​ຊົມຊື່ນ.


ເມື່ອ​ຄົນດີ​ມີ​ອຳນາດ​ທຸກຄົນ​ກໍ​ປິຕິ​ຍິນດີ, ແຕ່​ເມື່ອ​ມີ​ຄົນຊົ່ວ​ປົກຄອງ ປະຊາຊົນ​ຕ່າງ​ກໍ​ໜີໄປ​ຫລົບລີ້.


ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka