Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:11 - ພຣະຄຳພີສັກສິ

11 ໃນ​ຈົດໝາຍ​ເຫຼົ່ານັ້ນ​ໄດ້​ອະທິບາຍ​ວ່າ ກະສັດ​ໄດ້​ອະນຸຍາດ​ໃຫ້​ຊາວຢິວ​ຢູ່​ໃນ​ທຸກ​ເມືອງ​ຈັດ​ລະບຽບ​ການ​ປ້ອງກັນ​ຕົວເອງ. ຖ້າ​ພວກເຂົາ​ພ້ອມ​ທັງ​ລູກ​ເມຍ​ຖືກ​ໂຈມຕີ ດ້ວຍ​ກອງທັບ​ຈາກ​ຊົນຊາດ​ໃດ​ຫລື​ແຂວງ​ໃດ ກໍ​ໃຫ້​ພວກເຂົາ​ຕໍ່ສູ້​ຄືນ ແລະ​ທຳລາຍ​ຄົນ​ທີ່​ໂຈມຕີ​ເຫຼົ່ານັ້ນ; ໃຫ້​ຂ້າ​ພວກເຂົາ​ຖິ້ມ​ຢ່າງ​ບໍ່​ໃຫ້​ເຫຼືອ​ທັງ​ຢຶດ​ຊັບສິນ​ຂອງ​ພວກເຂົາ​ໄດ້.

Uka jalj uñjjattʼäta Copia luraña




ເອສະເທີ 8:11
9 Jak'a apnaqawi uñst'ayäwi  

ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ປະກາດ​ນີ້ ໄປ​ທົ່ວ​ທຸກ​ແຂວງ​ໃນ​ອານາຈັກ. ໃນ​ປະກາດ​ນັ້ນ​ມີ​ເນື້ອຄວາມ​ວ່າ ໃນ​ວັນ​ທີ່​ກຳນົດ​ໄວ້​ຄື​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄົນ​ຢິວ​ທຸກຄົນ​ບໍ່​ວ່າ​ໜຸ່ມ​ຫລື​ເຖົ້າ ແມ່ຍິງ​ຫລື​ເດັກນ້ອຍ​ຕ້ອງ​ຖືກ​ຂ້າ​ຖິ້ມ​ໝົດ. ພວກເຂົາ​ຈະ​ຕ້ອງ​ຖືກ​ປະຫານໝູ່​ຢ່າງ​ບໍ່​ປານີ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ຈະ​ຕ້ອງ​ຖືກ​ຢຶດ.


ແຕ່​ຊາວຢິວ​ໃນ​ນະຄອນ​ຊູຊາ​ໄດ້​ຖື​ເອົາ​ວັນ​ທີ​ສິບຫ້າ​ເປັນ​ວັນ​ພັກ ເພາະ​ໃນ​ວັນ​ທີ​ສິບສາມ​ແລະ​ສິບ​ສີ່ ພວກເຂົາ​ໄດ້​ຂ້າ​ສັດຕູ ແລະ​ຢຸດ​ການ​ຂ້າ​ໃນ​ວັນ​ທີ​ສິບຫ້າ.


ລູກສາວ​ຂອງ​ບາບີໂລນ​ເອີຍ ເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ເໝືອນກັນ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕອບ​ສະໜອງ​ເຈົ້າ​ຄືນ ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ແກ່​ພວກເຮົາ​ນັ້ນ


ແຕ່​ຄົນ​ຊອບທຳ​ດີໃຈ​ແລະ​ຊົມຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ ພວກເຂົາ​ສຸກໃຈ​ແລະ​ໂຮຮ້ອງ​ຢ່າງ​ມ່ວນຊື່ນ.


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ພວກເຂົາ​ບໍ່​ຈຳເປັນ​ຕ້ອງ​ໄປ​ຫາຊອກ​ຟືນ​ຕາມ​ທົ່ງນາ ຫລື​ຕັດ​ຕົ້ນໄມ້​ໃນ​ປ່າ ເພາະ​ພວກເຂົາ​ຈະ​ມີ​ອາວຸດ​ທີ່​ບໍ່​ໃຊ້​ແລ້ວ​ນັ້ນ​ໄວ້​ດັງ​ໄຟ. ພວກເຂົາ​ຈະ​ປຸ້ນຈີ້​ພວກ​ທີ່​ໄດ້​ປຸ້ນຈີ້​ພວກເຂົາ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka