ເອສະເທີ 8:10 - ພຣະຄຳພີສັກສິ10 ມໍເດໄກໄດ້ໃຫ້ພວກເຂົາຂຽນຈົດໝາຍນັ້ນໃນນາມຂອງກະສັດເຊເຊັດ ແລະປະທັບກາຂອງກະສັດໃສ່. ຈົດໝາຍໄດ້ຖືກສົ່ງໄປໂດຍພວກຂີ່ມ້າໂຕໄວທີ່ສຸດຈາກຄອກມ້າຂອງກະສັດ. Uka jalj uñjjattʼäta |
ພວກຜູ້ສົ່ງຂ່າວກໍໄດ້ອອກໄປທົ່ວທັງອານາຈັກຢູດາຍແລະອິດສະຣາເອນ ຕາມຄຳສັ່ງຂອງກະສັດແລະບັນດາຂ້າຣາຊການຂອງເພິ່ນ, ໃນບັດເຊີນນັ້ນມີຖ້ອຍຄຳດັ່ງນີ້: “ປະຊາຊົນອິດສະຣາເອນເອີຍ ພວກທ່ານຜູ້ທີ່ໄດ້ລອດຈາກການຮຸກຮານຂອງກອງທັບອັດຊີເຣຍ; ບັດນີ້ ຈົ່ງກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ ແລະພຣະອົງກໍຈະກັບຄືນມາຫາພວກທ່ານ.
ພວກເຂົາຈະນຳພວກພີ່ນ້ອງຮ່ວມຊາດຂອງພວກເຈົ້າ ກັບຄືນມາຈາກຊົນຊາດຕ່າງໆເພື່ອເປັນຂອງຂວັນໃຫ້ແກ່ພຣະເຈົ້າຢາເວ. ພວກເຂົາຈະນຳພີ່ນ້ອງຮ່ວມຊາດຂອງພວກເຈົ້າທັງໝົດ ມາສູ່ເນີນພູສັກສິດຂອງເຮົາ ໃນນະຄອນເຢຣູຊາເລັມ ໂດຍໃຊ້ມ້າ, ລໍ, ອູດ, ລໍ້ ແລະກວຽນ. ພຣະເຈົ້າຢາເວກ່າວວ່າ, ດັ່ງຊາວອິດສະຣາເອນນຳພືດຜົນເປັນເມັດໃສ່ພາຊະນະທີ່ຊຳລະໃຫ້ໝົດມົນທິນແລ້ວ ມາທີ່ພຣະວິຫານຂອງພຣະເຈົ້າຢາເວ.