Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 8:1 - ພຣະຄຳພີສັກສິ

1 ໃນ​ມື້​ດຽວກັນ​ນັ້ນ ກະສັດ​ເຊເຊັດ​ໄດ້​ມອບ​ຊັບສິນ​ທັງໝົດ​ຂອງ​ຮາມານ ສັດຕູ​ຂອງ​ຊາວຢິວ​ໃຫ້​ແກ່​ຣາຊີນີ​ເອສະເທີ. ຣາຊີນີ​ເອສະເທີ​ບອກ​ກະສັດ​ວ່າ ມໍເດໄກ​ເປັນ​ຍາດພີ່ນ້ອງ​ຂອງ​ຕົນ ແລະ​ຕັ້ງແຕ່​ນັ້ນ​ມາ​ມໍເດໄກ​ກໍໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ພົບ​ກະສັດ​ໄດ້.

Uka jalj uñjjattʼäta Copia luraña




ເອສະເທີ 8:1
12 Jak'a apnaqawi uñst'ayäwi  

ພວກ​ທີ່​ເພິ່ນ​ຂໍ​ຄຳ​ປຶກສາ​ນຳ​ເລື້ອຍໆ ມີ​ດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເສນາ ແລະ​ເມມູການ, ຄື​ຂ້າຣາຊການ​ຊາວ​ເປີເຊຍ ແລະ​ຊາວ​ເມເດຍ​ເຈັດ​ຄົນ​ທີ່​ເປັນ​ພວກ​ມີ​ຕຳແໜ່ງ​ສູງສຸດ​ໃນ​ອານາຈັກ.


ເວລາ​ຂອງ​ເອສະເທີ​ທີ່​ຈະ​ເຂົ້າ​ໄປ​ຫາ​ກະສັດ​ກໍໄດ້​ມາ​ເຖິງ. ເອສະເທີ​ເປັນ​ລູກສາວ​ຂອງ​ອາບີໄຮ ແລະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ມໍເດໄກ ພໍ່​ລ້ຽງ​ຂອງ​ນາງ. ເມື່ອ​ທຸກຄົນ​ເຫັນ​ເອສະເທີ​ຕ່າງ​ກໍ​ຊົມເຊີຍ​ນາງ. ເມື່ອ​ຜຽນ​ຂອງ​ນາງ​ມາ​ເຖິງ ນາງ​ໄດ້​ນຸ່ງ​ເຄື່ອງ​ຕາມ​ຄຳແນະນຳ​ຂອງ​ເຮໄກ ຊາຍ​ຕອນ​ຜູ້​ທີ່​ຮັບຜິດຊອບ​ໂຮງ​ຂອງ​ພວກ​ນາງ​ສະໜົມ.


ລາວ​ມີ​ພີ່ນ້ອງ​ຄົນ​ໜຶ່ງ​ຊື່​ວ່າ ເອສະເທີ ແລະ​ນາງ​ມີ​ຊື່​ເປັນ​ພາສາ​ເຮັບເຣີ​ວ່າ ຮາດາສາ; ນາງ​ເປັນ​ຍິງສາວ​ທີ່​ມີ​ຮູບຮ່າງ​ສວຍງາມ. ເມື່ອ​ພໍ່​ແມ່​ນາງ​ຕາຍໄປ ມໍເດໄກ​ໄດ້​ຮັບ​ເອົາ​ນາງ​ມາ​ລ້ຽງ​ເປັນ​ດັ່ງ​ລູກສາວ​ຂອງ​ຕົນເອງ.


ເອສະເທີ​ຕອບ​ວ່າ, “ສັດຕູ​ຂອງ​ພວກ​ຂ້ານ້ອຍ ຜູ້​ຂົ່ມເຫັງ​ພວກ​ຂ້ານ້ອຍ ກໍ​ຄື​ຮາມານ​ຊາຍ​ຊົ່ວຊ້າ​ຄົນ​ນີ້.” ຮາມານ​ປະເຊີນ​ໜ້າ​ກັບ​ກະສັດ ແລະ​ຣາຊີນີ ດ້ວຍ​ຄວາມ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.


ແລ້ວ​ກະສັດ​ເຊເຊັດ​ກໍ​ກ່າວ​ແກ່​ຣາຊີນີ​ເອສະເທີ ແລະ​ມໍເດໄກ​ຄົນ​ຢິວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ແຂວນ​ຄໍ​ຮາມານ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຊາວຢິວ ແລະ​ເຮົາ​ກໍ​ເອົາ​ຊັບສິນ​ຂອງ​ລາວ​ໃຫ້​ແກ່​ເອສະເທີ​ແລ້ວ.


ບໍ່ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງແຕ່​ເງົາ ພວກເຂົາ​ສະສົມ​ຊັບສິນ ແຕ່​ບໍ່​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ສິ່ງນັ້ນ.


ຄົນດີ​ປະ​ຊັບສົມບັດ​ໄວ້​ໃຫ້​ລູກຫລານ, ແຕ່​ຊັບສົມບັດ​ຂອງ​ຄົນບາບ​ກໍ​ສະສົມ​ໄວ້​ສຳລັບ​ຄົນ​ຊອບທຳ.


ເປັນ​ຄົນ​ຮັ່ງມີ​ຍ້ອນ​ໂກງ​ດອກເບ້ຍ​ແລະ​ເອົາ​ປຽບ​ຄົນອື່ນ ຊັບສົມບັດ​ຂອງຕົນ​ກໍ​ຈະ​ຖືກ​ເອົາ​ໄປ​ໃຫ້​ຄົນ​ໃຈ​ບຸນ​ທີ່​ເຮັດ​ດີ​ຕໍ່​ຄົນທຸກ.


ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນ​ໂງ່​ເອີຍ ໃນ​ຄືນ​ນີ້​ແຫຼະ ຊີວິດ​ຂອງ​ເຈົ້າ​ຈະ​ດັບ​ໄປ​ຈາກ​ເຈົ້າ, ສ່ວນ​ສິ່ງຂອງ​ທີ່​ເຈົ້າ​ໄດ້​ຫາ​ມາ​ໄວ້​ນັ້ນ ຈະ​ຕົກ​ເປັນ​ຂອງ​ຜູ້ໃດ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka