Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 7:9 - ພຣະຄຳພີສັກສິ

9 ແລ້ວ​ຄົນ​ໜຶ່ງ​ໃນ​ພວກ​ຊາຍຕອນ​ທີ່​ຊື່​ວ່າ​ຮັກໂບນາ ກໍໄດ້​ເວົ້າ​ວ່າ, “ຍິ່ງ​ໄປ​ກວ່າ​ນີ້​ອີກ ຮາມານ​ຍັງ​ໄດ້​ສ້າງ​ບ່ອນ​ແຂວນຄໍ​ສູງ​ຊາວສອງ​ແມັດ​ທີ່​ເຮືອນ​ຂອງ​ລາວ ເພື່ອ​ລາວ​ຈະ​ໄດ້​ແຂວນ​ຄໍ​ມໍເດໄກ ຜູ້​ທີ່​ຊ່ວຍ​ຊີວິດ​ຂອງ​ພະຣາຊາ.” ກະສັດ​ສັ່ງ​ວ່າ, “ແຂວນຄໍ​ຮາມານ​ໃສ່​ບ່ອນ​ນັ້ນ.”

Uka jalj uñjjattʼäta Copia luraña




ເອສະເທີ 7:9
20 Jak'a apnaqawi uñst'ayäwi  

ເຢຮູ​ຫລຽວ​ຂຶ້ນ​ໄປ ແລະ​ຮ້ອງ​ໃສ່​ວ່າ, “ແມ່ນ​ໃຜ​ຢູ່​ຝ່າຍ​ຂ້າພະເຈົ້າ​ແດ່?” ໃນ​ຂະນະນັ້ນ ໄດ້​ມີ​ຊາຍ​ຕອນ​ສອງ​ສາມ​ຄົນ​ໄດ້​ຫລຽວເບິ່ງ​ລາວ​ທາງ​ປ່ອງຢ້ຽມ.


ໃນ​ມື້​ທີ​ເຈັດ​ຂອງ​ງານ​ກິນລ້ຽງ ກະສັດ​ມີ​ອາຣົມ​ເບີກບານ​ມ່ວນຊື່ນ ຍ້ອນ​ເຫຼົ້າ​ອະງຸ່ນ​ທີ່​ເພິ່ນ​ໄດ້​ດື່ມ. ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ຊາຍ​ຕອນ​ເຈັດ​ຄົນ ທີ່​ເປັນ​ຄົນ​ຮັບໃຊ້​ສ່ວນຕົວ​ຂອງຕົນ​ມາ ດັ່ງນີ້: ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ​ກາກກັດ.


ດັ່ງນັ້ນ ເມຍ​ຂອງ​ລາວ​ພ້ອມທັງ​ໝູ່ເພື່ອນ​ຈຶ່ງ​ແນະນຳ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ໃຫ້​ເຂົາ​ສ້າງ​ບ່ອນ​ແຂວນຄໍ​ຂຶ້ນ​ສູງ 22 ແມັດ? ແລະ​ໃນ​ມື້ອື່ນ​ເຊົ້າ ໃຫ້​ທ່ານ​ຂໍ​ນຳ​ກະສັດ​ແຂວນຄໍ​ມໍເດໄກ​ໃສ່​ຫັ້ນ ແລ້ວ​ຈຶ່ງ​ໄປ​ໃນ​ງານ​ກິນລ້ຽງ​ດ້ວຍ​ຄວາມ​ສະບາຍ​ໃຈ.” ຮາມານ​ຄິດ​ວ່າ​ເປັນ​ຄວາມຄິດ​ທີ່ດີ; ສະນັ້ນ ລາວ​ຈຶ່ງ​ໃຫ້​ເຂົາ​ສ້າງ​ບ່ອນ​ແຂວນຄໍ​ຂຶ້ນ.


ຂະນະທີ່​ພວກເຂົາ​ກຳລັງ​ເວົ້າກັນ​ຢູ່​ນັ້ນ ຊາຍ​ຕອນ​ຢູ່​ໃນ​ວັງ​ກໍ​ມາຮອດ ແລະ​ຟ້າວ​ພາ​ຮາມານ​ໄປ​ໃນ​ງານ​ກິນລ້ຽງ​ຂອງ​ຣາຊີນີ​ເອສະເທີ​ທີ່​ໄດ້​ຈັດຕຽມ​ໄວ້ແລ້ວ.


ຕອນ​ທີ່​ພວກເຂົາ​ໄດ້​ອ່ານ​ນັ້ນ ມີ​ທັງ​ເລື່ອງ​ຂອງ​ມໍເດໄກ ທີ່​ຮູ້​ເຖິງ​ການ​ວາງແຜນ​ສັງຫານ​ກະສັດ ຄື​ການ​ປອງຮ້າຍ​ຊຶ່ງ​ຊາຍ​ຕອນ​ສອງ​ຄົນ ຄື​ບິກທານາ ແລະ​ເຕເຣເຊ ຄົນ​ເຝົ້າ​ຫ້ອງ​ຂອງ​ກະສັດ​ໄດ້​ເຮັດ​ຂຶ້ນ​ໃນ​ວັງ.


ແລ້ວ​ກະສັດ​ເຊເຊັດ​ກໍ​ກ່າວ​ແກ່​ຣາຊີນີ​ເອສະເທີ ແລະ​ມໍເດໄກ​ຄົນ​ຢິວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ແຂວນ​ຄໍ​ຮາມານ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຊາວຢິວ ແລະ​ເຮົາ​ກໍ​ເອົາ​ຊັບສິນ​ຂອງ​ລາວ​ໃຫ້​ແກ່​ເອສະເທີ​ແລ້ວ.


ກະສັດ​ໄດ້​ສັ່ງ​ໃຫ້​ປະຕິບັດ​ຕາມ​ນັ້ນ ແລະ​ຄຳ​ປະກາດ​ກໍ​ຖືກ​ນຳ​ອອກ​ໃຊ້​ທີ່​ເມືອງ​ຊູຊາ. ຊາກສົບ​ລູກຊາຍ​ຂອງ​ຮາມານ​ສິບ​ຄົນ​ຖືກ​ແຂວນ​ໄວ້​ໃຫ້​ຄົນ​ເຫັນ.


ແຕ່​ເອສະເທີ​ໄດ້​ເຂົ້າ​ໄປ​ຫາ​ກະສັດ ແລະ​ກະສັດ​ໄດ້​ອອກ​ຄຳສັ່ງ​ເປັນ​ລາຍລັກອັກສອນ ໃຫ້​ຮາມານ​ໄດ້​ຮັບ​ໂທດ​ດ້ວຍ​ເຄາະກຳ​ທີ່​ລາວ​ໄດ້​ວາງ​ແຜນການ​ໄວ້​ສຳລັບ​ຊາວຢິວ ຄື​ລາວ​ພ້ອມ​ດ້ວຍ​ລູກຊາຍ​ສິບ​ຄົນ​ຂອງ​ລາວ​ຖືກ​ແຂວນຄໍ​ເທິງ​ຫລັກ.


ຂໍ​ໃຫ້​ຄົນຊົ່ວຮ້າຍ​ຖືກ​ບ້ວງແຮ້ວ​ຂອງ​ພວກເຂົາ​ເອງ ແຕ່​ໃຫ້​ຂ້ານ້ອຍ​ເວັ້ນໄປ​ຢ່າງ​ປອດໄພ​ເຖີດ.


ແຕ່​ໄພພິບັດ​ຈະ​ຖືກ​ພວກເຂົາ​ກ່ອນ ກ່ອນ​ຮູ້ສຶກຕົວ ພວກເຂົາ​ຈະ​ຖືກ​ແຮ້ວ​ຂອງ​ຕົນເອງ ແລະ​ຈິບຫາຍ​ໄປສິ້ນ.


ພວກເຂົາ​ໄດ້​ຖືກ​ທຳລາຍ​ຖິ້ມ​ໃນ​ຊົ່ວອຶດ​ຫັນໃຈດຽວ ພວກເຂົາ​ໄດ້​ລົງ​ໄປ​ສູ່​ຈຸດຈົບ​ອັນ​ໜ້າຢ້ານ.


ແລ້ວ​ກະສັດ​ກໍ​ອອກ​ຄຳສັ່ງ​ໃຫ້​ຈັບ​ຊາຍ​ທັງໝົດ​ທີ່​ຟ້ອງ​ດານີເອນ ແລະ​ໃຫ້​ໂຍນ​ພວກເຂົາ​ທັງ​ເມຍ​ແລະ​ລູກໆ​ລົງ​ໄປ​ໃນ​ຖໍ້າ​ສິງ. ຝູງ​ສິງ​ໄດ້​ໂດດ​ຄຸບ​ກິນ​ພວກເຂົາ ແລະ​ຫັກ​ກະດູກ​ທຸກຄົນ​ກ່ອນ​ທີ່​ພວກເຂົາ​ຕົກລົງ​ເຖິງ​ພື້ນ​ຖໍ້າ.


ພວກ​ຂ້ານ້ອຍ​ທັງໝົດ​ຜູ້​ບໍລິຫານ​ອານາຈັກ​ຂອງທ່ານ ຄື​ຜູ້​ກວດກາ​ຣາຊການ​ແຜ່ນດິນ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຄົນອື່ນໆ​ໄດ້​ຕົກລົງ​ກັນ​ເຫັນດີ​ວ່າ ພະຣາຊາ​ສົມຄວນ​ຈະ​ອອກ​ຄຳສັ່ງ​ຢ່າງ​ໜຶ່ງ ແລະ​ໃຫ້​ທຸກຄົນ​ເຮັດ​ຕາມ​ຢ່າງ​ເຂັ້ມງວດ. ໃຫ້​ອອກ​ຄຳສັ່ງ​ວ່າ​ໃນ​ສາມສິບ​ວັນ​ນີ້ ຢ່າ​ໃຫ້​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ທັງ​ສິ້ນ ເວັ້ນໄວ້​ແຕ່​ຂໍ​ຈາກ​ພະຣາຊາ​ເທົ່ານັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຝ່າຝືນ​ຄຳສັ່ງ​ນີ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.


ດາວິດ​ແລ່ນ​ເຂົ້າ​ໄປ​ຫາ​ໂກລີອາດ​ຢຽບ​ໂຕ​ລາວ​ໄວ້, ຖອດ​ເອົາ​ດາບ​ຂອງ​ໂກລີອາດ​ອອກ​ມາ​ຈາກ​ຝັກ ແລະ​ໃຊ້​ດາບ​ນັ້ນ​ຕັດ​ຫົວ​ຂອງ​ລາວ. ເມື່ອ​ພວກ​ຟີລິດສະຕິນ​ເຫັນ​ວ່າ ຜູ້​ເກັ່ງກ້າ​ຂອງ​ພວກ​ຕົນ​ຕາຍໄປ​ແລ້ວ ພວກເຂົາ​ຈຶ່ງ​ພາກັນ​ແລ່ນ​ປົບໜີໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka