Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 7:8 - ພຣະຄຳພີສັກສິ

8 ລາວ​ກຳລັງ​ກົ້ມ​ຕົວ​ລົງ​ໃສ່​ຕັ່ງນວມ​ຍາວ ບ່ອນ​ທີ່​ຣາຊີນີ​ເອສະເທີ​ນັ່ງ​ຢູ່​ນັ້ນ​ເພື່ອ​ຂໍ​ຄວາມ​ເມດຕາ ພໍດີ​ຖືກ​ກັບ​ເວລາ​ທີ່​ກະສັດ​ກັບຄືນ​ມາ​ຈາກ​ສວນ ແລະ​ເຂົ້າ​ໄປ​ໃນ​ຫ້ອງ. ເມື່ອ​ເຫັນ​ດັ່ງນີ້​ແລ້ວ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ນີ້​ກຳລັງ​ຈະ​ຂົ່ມຂືນ​ຣາຊີນີ​ຕໍ່ໜ້າ​ເຮົາ​ຢູ່​ທີ່​ວັງ​ຂອງເຮົາ​ບໍ?” ກະສັດ​ເວົ້າ​ຍັງ​ບໍ່​ທັນ​ຂາດຄຳ ບັນດາ​ຊາຍ​ຕອນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ຮາມານ​ໄວ້.

Uka jalj uñjjattʼäta Copia luraña




ເອສະເທີ 7:8
9 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ກະສັດ​ກໍໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ທີ່​ເມືອງ​ເອກຊູຊາ​ສຳລັບ​ທຸກຄົນ ບໍ່​ວ່າ​ຮັ່ງມີ​ຫລື​ຍາກຈົນ. ງານກິນລ້ຽງ​ນີ້​ໄດ້​ຈັດຂຶ້ນ​ໃນ​ເດີ່ນ​ຂອງ​ສວນ​ຂອງ​ຣາຊວັງ ແລະ​ດຳເນີນ​ໄປ​ຕະຫລອດ​ໜຶ່ງ​ອາທິດ.


ເດີ່ນ​ຫຍ້າ​ກໍ​ຖືກ​ຕົບແຕ່ງ​ດ້ວຍ​ຜ້າກັ້ງ​ຝ້າຍ​ສີຟ້າ​ແລະ​ສີຂາວ ຊຶ່ງ​ໃຊ້​ເຊືອກ​ຜ້າ​ປ່ານ​ສີມ່ວງ​ເກາະ​ໃສ່​ເສົາ​ຫີນອ່ອນ​ດ້ວຍ​ຮ່ວງເງິນ. ມີ​ຕັ່ງນວມ​ຍາວ​ທີ່​ເຮັດ​ດ້ວຍ​ເງິນ​ແລະ​ຄຳ ຕັ້ງ​ໄວ້​ຕາມ​ເດີ່ນ ຊຶ່ງ​ປູ​ດ້ວຍ​ຫີນອ່ອນ​ສີຂາວ, ຫີນ​ມຸກ​ສີແດງ​ທີ່​ເຫລື້ອມໃສ ແລະ​ເພັດ​ສີຟ້າ.


ແລ້ວ​ມໍເດໄກ​ກໍ​ກັບຄືນ​ໄປ​ທີ່​ທາງ​ເຂົ້າ​ວັງ ແລະ​ໃນຂະນະ​ດຽວກັນ​ນັ້ນ​ຮາມານ​ກໍ​ຟ້າວ​ກັບຄືນ​ເມືອ ທັງ​ອັດ​ໜ້າ​ຂອງຕົນ​ໄວ້​ດ້ວຍ​ຄວາມ​ອັບອາຍ.


ດັ່ງນັ້ນ ຮາມານ​ຈຶ່ງ​ຖືກ​ແຂວນຄໍ​ໃສ່​ບ່ອນ​ທີ່​ລາວ​ເອງ​ໄດ້​ສ້າງ​ຂຶ້ນ ເພື່ອ​ແຂວນຄໍ​ມໍເດໄກ. ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ກະສັດ​ກໍໄດ້​ເຢັນລົງ.


ພຣະເຈົ້າ​ມອບ​ໂລກນີ້​ໃຫ້​ແກ່​ຄົນຊົ່ວ​ປົກຄອງ ແລະ​ເຮັດ​ໃຫ້​ຜູ້​ຕັດສິນ​ຄວາມ​ຕາບອດ​ໝົດ​ແລ້ວ. ຖ້າ​ບໍ່ແມ່ນ​ພຣະອົງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ ແມ່ນ​ຜູ້ໃດ​ເດນໍ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້.


ເຈົ້າ​ອາດ​ເປັນ​ຄົນ​ສຳຄັນ, ແຕ່​ພຣະເຈົ້າຢາເວ​ຈະ​ຈັບ​ເຈົ້າ​ໂຍນ​ຖິ້ມ​ອອກ​ໄປ​ຢ່າງແຮງ.


ບັນດາ​ກະສັດ​ຈະ​ເປັນ​ດັ່ງ​ບິດາ​ຂອງເຈົ້າ ບັນດາ​ຣາຊີນີ​ກໍ​ຈະ​ເປັນ​ດັ່ງ​ມານດາ​ຂອງເຈົ້າ. ພວກເຂົາ​ຈະ​ກົ້ມ​ໃຫ້ກຽດ​ເຈົ້າ​ຕໍ່ໜ້າ​ເຈົ້າ ຈະ​ໃຫ້​ຄວາມນັບຖື​ແກ່​ເຈົ້າ​ຢ່າງ​ອ່ອນນ້ອມ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ທີ່​ລໍຄອຍ​ໃຫ້​ເຮົາ​ຊ່ວຍເຫຼືອ​ຈະ​ບໍ່​ຜິດຫວັງ​ຈັກເທື່ອ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນລ້ຽງແກະ​ຍາດ​ຂາ​ສອງ​ເບື້ອງ ແລະ​ຫູ​ເບື້ອງ​ໜຶ່ງ​ຂອງ​ລູກແກະ​ທີ່​ຖືກ​ສິງ​ກັດ​ໄດ້​ສັນໃດ; ຊາວ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຊາມາເຣຍ ຄື​ຜູ້​ທີ່​ເວລາ​ນີ້​ນອນ​ຢຽດ​ຢູ່​ເທິງ​ເບາະ​ອັນ​ຫລູຫລາ ກໍ​ຈະ​ລອດຊີວິດ​ໄດ້ ພຽງແຕ່​ໜ້ອຍຄົນ​ສັນນັ້ນ.


ມີ​ບາງຄົນ​ໃນ​ພວກເຂົາ ໄດ້​ຕັ້ງຕົ້ນ​ຖົ່ມ​ນໍ້າລາຍ​ໃສ່​ພຣະເຢຊູເຈົ້າ ພວກເຂົາ​ເອົາ​ຜ້າ​ມັດ​ຕາ​ພຣະອົງ ແລະ​ທຸບຕີ​ພຣະອົງ ພວກເຂົາ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ!” ແລ້ວ​ພວກ​ທະຫານ​ຍາມ​ກໍ​ຮັບ​ເອົາ​ພຣະອົງ​ໄປ​ຕົບຕີ ແລະ​ເອົາ​ໄມ້ແສ້​ຂ້ຽນ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka