Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 7:7 - ພຣະຄຳພີສັກສິ

7 ກະສັດ​ລຸກ​ຢືນ​ຂຶ້ນ​ທັງ​ໃຈຮ້າຍ​ຫລາຍ ແລະ​ອອກ​ຈາກ​ຫ້ອງ​ໜີໄປ​ຂ້າງ​ນອກ​ທີ່​ສວນ​ອຸທະຍານ. ຮາມານ​ເຫັນ​ວ່າ​ກະສັດ​ຕັ້ງໃຈ​ຈະ​ລົງໂທດ​ຕົນ​ເພາະ​ເລື່ອງ​ນີ້; ສະນັ້ນ ລາວ​ຈຶ່ງ​ຢູ່​ຮ້ອງຂໍ​ຣາຊີນີ​ເອສະເທີ​ໃຫ້​ໄວ້​ຊີວິດ​ຕົນ.

Uka jalj uñjjattʼäta Copia luraña




ເອສະເທີ 7:7
14 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ບັນດາ​ຄົນ​ຮັບໃຊ້​ບອກ​ຣາຊີນີ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລ້ວ ຍານາງ​ກໍ​ປະຕິເສດ​ທີ່​ຈະ​ມາ. ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ກະສັດ​ຄຽດຮ້າຍ​ຢ່າງໜັກ.


ຫລັງຈາກ​ນັ້ນ ກະສັດ​ກໍໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ທີ່​ເມືອງ​ເອກຊູຊາ​ສຳລັບ​ທຸກຄົນ ບໍ່​ວ່າ​ຮັ່ງມີ​ຫລື​ຍາກຈົນ. ງານກິນລ້ຽງ​ນີ້​ໄດ້​ຈັດຂຶ້ນ​ໃນ​ເດີ່ນ​ຂອງ​ສວນ​ຂອງ​ຣາຊວັງ ແລະ​ດຳເນີນ​ໄປ​ຕະຫລອດ​ໜຶ່ງ​ອາທິດ.


ດັ່ງນັ້ນ ຮາມານ​ຈຶ່ງ​ຖືກ​ແຂວນຄໍ​ໃສ່​ບ່ອນ​ທີ່​ລາວ​ເອງ​ໄດ້​ສ້າງ​ຂຶ້ນ ເພື່ອ​ແຂວນຄໍ​ມໍເດໄກ. ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ກະສັດ​ກໍໄດ້​ເຢັນລົງ.


ເມື່ອ​ຄົນຊົ່ວ​ເຫັນ​ການ​ນີ້​ແລ້ວ​ກໍ​ເກີດ​ຄວາມ​ບໍ່​ພໍໃຈ ຈຶ່ງ​ມີ​ໃຈ​ຢາກ​ຮ້າຍ​ດ້ວຍ​ຄວາມ​ກຽດຊັງ​ຍິ່ງ. ຝ່າຍ​ຄົນຊົ່ວຊ້າ​ນັ້ນ​ຈະ​ສູນຫາຍ​ໄປ​ໃນ​ທີ່ສຸດ ແລະ​ຄວາມ​ປາຖະໜາ​ຂອງ​ພວກເຂົາ​ກໍ​ສູນຫາຍ​ໄປ​ດ້ວຍ.


ຄົນຊົ່ວ​ຈະ​ຕ້ອງ​ກົ້ມຂາບ​ຄົນ​ຊອບທຳ ແລະ​ຂໍ​ຄວາມ​ເຫັນໃຈ​ຢ່າງ​ນົບນ້ອມ.


ກະສັດ​ພໍໃຈ​ນຳ​ຂ້າຣາຊການ​ທີ່​ມີ​ຄວາມ​ສາມາດ, ແຕ່​ຜູ້​ທີ່​ຫລົ້ມເຫລວ​ຈະ​ຖືກ​ລົງໂທດ.


ຄົນມີ​ປັນຍາ​ຍ່ອມ​ເຮັດ​ໃຫ້​ກະສັດ​ມີ​ຄວາມສຸກ ຖ້າ​ກະສັດ​ເກີດ​ໂມໂຫ​ກໍ​ເຮັດ​ໃຫ້​ບາງຄົນ​ຕ້ອງ​ເສຍ​ຊີວິດ.


ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເປັນ​ດັ່ງ​ສຽງ​ໂຕສິງ​ແຜດສຽງ, ແຕ່​ຄວາມ​ເມດຕາ​ຂອງເພິ່ນ​ກໍ​ເປັນ​ດັ່ງ​ນໍ້າ​ຄ້າງ​ເທິງ​ຫຍ້າອ່ອນ.


ພວກ​ລູກຊາຍ​ຂອງ​ຄົນ​ທີ່​ກົດຂີ່​ເຈົ້າ​ກໍ​ຈະ​ມາ ກົ້ມ​ຂາບລົງ​ເພື່ອ​ໃຫ້​ຄວາມນັບຖື​ແກ່​ເຈົ້າ. ຜູ້​ທີ່​ເຄີຍ​ຫຍໍ້ຫຍັນ​ເຈົ້າ​ແຕ່​ເມື່ອກ່ອນ​ເມື່ອຫລັງ ກໍ​ຈະ​ນະມັດສະການ​ເຮົາ​ທີ່​ແທບ​ຕີນ​ເຈົ້າ. ພວກເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ‘ນະຄອນ​ຂອງ​ພຣະເຈົ້າຢາເວ’ ‘ຊີໂອນ ເມືອງ​ຂອງ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.’


ແລ້ວ​ເຈົ້າ​ເນບູ​ກາດເນັດຊາ​ກໍ​ໂກດຮ້າຍ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ຢ່າງ​ສຸດຂີດ​ຈົນ​ໜ້າດຳ​ຕາແດງ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຄົນ​ຂອງຕົນ ໄປ​ດັງ​ໄຟ​ໃນ​ເຕົາ​ໃຫ້​ຮ້ອນ​ຂຶ້ນ​ກວ່າເກົ່າ​ເຖິງ​ເຈັດ​ເທົ່າ.


ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.


ຖ້າ​ເພິ່ນ​ເວົ້າ​ວ່າ, ‘ບໍ່​ເປັນຫຍັງ’ ຂ້ອຍ​ກໍ​ຈະ​ປອດໄພ, ແຕ່​ຖ້າ​ເພິ່ນ​ຮ້າຍ​ຂຶ້ນ ເຈົ້າ​ກໍ​ຈະ​ຮູ້​ວ່າ​ເພິ່ນ​ຍັງ​ຕັ້ງໃຈ​ທີ່​ຈະ​ທຳລາຍ​ຂ້ອຍ​ຢູ່.


ໂຢນາທານ​ຕອບ​ວ່າ, “ຢ່າ​ຄິດ​ຢ່າງ​ນັ້ນ​ເລີຍ ຖ້າ​ຂ້ອຍ​ຮູ້ແນ່​ວ່າ​ພໍ່​ຂອງຂ້ອຍ​ຕັ້ງໃຈ​ທີ່​ຈະ​ທຳຮ້າຍ​ເຈົ້າ ຂ້ອຍ​ຈະ​ບໍ່​ບອກ​ເຈົ້າ​ຊັ້ນບໍ?”


ສະນັ້ນ ຈົ່ງ​ພິຈາລະນາ​ໃຫ້​ດີ​ເບິ່ງດູ ແລະ​ຕັດສິນໃຈ​ວ່າ​ຍານາງ​ຄວນ​ຈະ​ເຮັດ​ຢ່າງ​ໃດ ເລື່ອງ​ນີ້​ອາດ​ນຳ​ເອົາ​ຄວາມ​ຫຼົ້ມຈົມ​ມາ​ສູ່​ນາຍ​ຂອງ​ພວກເຮົາ ຕະຫລອດ​ທັງ​ທຸກຄົນ​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ກໍໄດ້. ເພິ່ນ​ເປັນ​ຄົນ​ດື້ດ້ານ​ທີ່ສຸດ​ຈຶ່ງ​ບໍ່​ຍອມ​ຟັງ​ຜູ້ໃດ​ໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka