6 ເອສະເທີຕອບວ່າ, “ສັດຕູຂອງພວກຂ້ານ້ອຍ ຜູ້ຂົ່ມເຫັງພວກຂ້ານ້ອຍ ກໍຄືຮາມານຊາຍຊົ່ວຊ້າຄົນນີ້.” ຮາມານປະເຊີນໜ້າກັບກະສັດ ແລະຣາຊີນີ ດ້ວຍຄວາມສະທ້ານຢ້ານກົວຈົນຕົວສັ່ນ.
ເມື່ອພວກສັດຕູໃນຊົນຊາດອ້ອມແອ້ມໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາຈຶ່ງຮັບຮູ້ວ່າພວກຕົນເສຍໜ້າ ເພາະໃນເມື່ອທຸກຄົນຕ່າງກໍຮູ້ວ່າ ວຽກງານນີ້ໄດ້ສຳເລັດລົງໂດຍການຊ່ວຍເຫຼືອຂອງພຣະເຈົ້າຂອງພວກເຮົາ.
ກະສັດຈຶ່ງຖອດແຫວນຂອງເພິ່ນອອກ ຊຶ່ງໃຊ້ປະທັບຂໍ້ປະກາດໃຫ້ເປັນທາງການ ແລະໄດ້ມອບປະກາດນັ້ນໃຫ້ສັດຕູຂອງຊາວຢິວ ຄືຮາມານລູກຊາຍຂອງຮາມເມດາທາ ຜູ້ເປັນເຊື້ອສາຍຂອງອາກັກ.
ແລ້ວກະສັດເຊເຊັດກໍຖາມຣາຊີນີວ່າ, “ຜູ້ໃດທີ່ບັງອາດເຮັດຢ່າງນີ້? ຄົນນັ້ນຢູ່ໃສ?”
ໃນມື້ດຽວກັນນັ້ນ ກະສັດເຊເຊັດໄດ້ມອບຊັບສິນທັງໝົດຂອງຮາມານ ສັດຕູຂອງຊາວຢິວໃຫ້ແກ່ຣາຊີນີເອສະເທີ. ຣາຊີນີເອສະເທີບອກກະສັດວ່າ ມໍເດໄກເປັນຍາດພີ່ນ້ອງຂອງຕົນ ແລະຕັ້ງແຕ່ນັ້ນມາມໍເດໄກກໍໄດ້ຮັບອະນຸຍາດໃຫ້ເຂົ້າພົບກະສັດໄດ້.
ເມື່ອຄົນຊົ່ວໂຈມຕີທັງຫາທາງທີ່ຈະສັງຫານ ພວກເຂົາກໍຈະຖືກຕ້ານທານໂດຍເຕະສະດຸດລົ້ມ.
ຄົນມີປັນຍາຍ່ອມເຮັດໃຫ້ກະສັດມີຄວາມສຸກ ຖ້າກະສັດເກີດໂມໂຫກໍເຮັດໃຫ້ບາງຄົນຕ້ອງເສຍຊີວິດ.
ຖ້າເຈົ້າເຫັນຄົນຍາກຈົນໃນເມືອງຖືກຂົ່ມເຫັງ ທັງຄວາມຍຸດຕິທຳ ແລະຄວາມທ່ຽງທຳເອົາໄປເສຍຈາກພວກເຂົາ ຢ່າປະຫລາດໃຈເລີຍ. ດ້ວຍວ່າ, ຍັງມີນາຍເໜືອພວກເຂົາຄອຍຈັບຕາເບິ່ງພວກເຂົາຢູ່ ແລະຜູ້ເປັນນາຍເໜືອພວກເຂົານັ້ນ ກໍຍັງມີນາຍຊັ້ນຜູ້ໃຫຍ່ກວ່າອີກຈັບຕາເບິ່ງພວກເຂົາ.
ຂ້າພະເຈົ້າວິນຫົວແລະຢ້ານກົວຈົນສັ່ນເຊັນ. ຂ້າພະເຈົ້າລໍຖ້າໃຫ້ເຖິງຕອນຄໍ່າ ແຕ່ຄວາມຢ້ານກົວໃຫຍ່ພັດປົກຄຸມຂ້າພະເຈົ້າໄວ້.
ສ່ວນຄົນພາຍນອກນັ້ນ ແມ່ນພຣະເຈົ້າຈະຊົງຕັດສິນລົງໂທດ, “ຈົ່ງກຳຈັດຄົນຊົ່ວຊ້ານີ້ໃຫ້ອອກໄປຈາກພວກເຈົ້າເສຍ.”
ໃນຂະນະນັ້ນ ຜູ້ຊົ່ວຮ້າຍຈຶ່ງຈະປາກົດຕົວ ແລະອົງພຣະເຢຊູເຈົ້າກໍຈະປະຫານມັນເສຍດ້ວຍລົມຈາກປາກຂອງພຣະອົງ ແລະຈະລ້າງຜານໃຫ້ມັນດັບສູນໄປດ້ວຍແສງອັນຮຸ່ງເຮືອງ ໃນເວລາທີ່ພຣະອົງສະເດັດມານັ້ນ.
ທ່ານກໍຮູ້ຄຳບູຮານທີ່ມີກ່າວໄວ້ວ່າ ‘ຄົນຊົ່ວກໍເຮັດແຕ່ຄວາມຊົ່ວເທົ່ານັ້ນ.’ ດັ່ງນັ້ນ ຂ້ານ້ອຍຈຶ່ງບໍ່ທຳຮ້າຍທ່ານ.