Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 7:4 - ພຣະຄຳພີສັກສິ

4 ປະຊາຊົນ​ຂອງ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ເອງ​ໄດ້​ຖືກ​ຂາຍ​ເພື່ອ​ໃຫ້​ຖືກ​ສັງຫານໝູ່. ຖ້າ​ບໍ່ມີ​ຫຍັງ​ຮ້າຍແຮງ​ກວ່າ​ການ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້ ຂ້ານ້ອຍ​ຈະ​ມິດ​ຢູ່ ແລະ​ຈະ​ບໍ່​ລົບກວນ​ທ່ານ​ໃນ​ເລື່ອງ​ນີ້; ແຕ່​ພວກ​ຂ້ານ້ອຍ​ກຳລັງ​ຈະ​ຖືກ​ທຳລາຍ​ລ້າງຜານ​ໃຫ້​ສູນສິ້ນໄປ.”

Uka jalj uñjjattʼäta Copia luraña




ເອສະເທີ 7:4
18 Jak'a apnaqawi uñst'ayäwi  

ພວກເຮົາ​ກໍ​ເປັນ​ພີ່ນ້ອງ​ຊາວຢິວ​ເຊື້ອຊາດ​ດຽວກັນ. ລູກຫລານ​ຂອງ​ພວກເຮົາ​ກໍດີ​ສໍ່າໆ​ກັບ​ລູກຫລານ​ຂອງ​ພວກເຂົາ​ບໍ່​ແມ່ນ​ບໍ? ແຕ່​ພວກເຮົາ​ຕ້ອງ​ໃຫ້​ລູກຫລານ​ເປັນ​ທາດຮັບໃຊ້. ມີ​ລູກສາວ​ຂອງ​ພວກເຮົາ​ບາງຄົນ​ໄດ້​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ແລ້ວ. ພວກເຮົາ​ຈຶ່ງ​ໝົດຫວັງ ເພາະ​ໄຮ່​ນາ ແລະ​ສວນອະງຸ່ນ​ຂອງ​ພວກເຮົາ​ໄດ້​ຖືກ​ຢຶດ​ໄປ​ຈົນ​ໝົດ.”


ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ປະກາດ​ນີ້ ໄປ​ທົ່ວ​ທຸກ​ແຂວງ​ໃນ​ອານາຈັກ. ໃນ​ປະກາດ​ນັ້ນ​ມີ​ເນື້ອຄວາມ​ວ່າ ໃນ​ວັນ​ທີ່​ກຳນົດ​ໄວ້​ຄື​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄົນ​ຢິວ​ທຸກຄົນ​ບໍ່​ວ່າ​ໜຸ່ມ​ຫລື​ເຖົ້າ ແມ່ຍິງ​ຫລື​ເດັກນ້ອຍ​ຕ້ອງ​ຖືກ​ຂ້າ​ຖິ້ມ​ໝົດ. ພວກເຂົາ​ຈະ​ຕ້ອງ​ຖືກ​ປະຫານໝູ່​ຢ່າງ​ບໍ່​ປານີ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ຈະ​ຕ້ອງ​ຖືກ​ຢຶດ.


ຂ້າແດ່​ພະຣາຊາ ຖ້າ​ທ່ານ​ເຫັນພ້ອມ ຂໍ​ທ່ານ​ຈົ່ງ​ອອກ​ຄຳສັ່ງ​ສັງຫານ​ຄົນ​ເຫຼົ່ານີ້​ເສຍ. ຖ້າ​ທ່ານ​ເຮັດ​ຕາມ ຂ້ານ້ອຍ​ຂໍ​ຮັບຮອງ​ວ່າ​ຈະ​ສາມາດ​ນຳ​ເງິນ 340 ໂຕນ ເຂົ້າ​ມາ​ໄວ້​ໃນ​ຄັງຫລວງ​ໄດ້ ເພື່ອ​ບໍລິຫານ​ຣາຊການ​ຂອງ​ອານາຈັກ.”


ແລ້ວ​ກະສັດ​ເຊເຊັດ​ກໍ​ຖາມ​ຣາຊີນີ​ວ່າ, “ຜູ້ໃດ​ທີ່​ບັງອາດ​ເຮັດ​ຢ່າງນີ້? ຄົນ​ນັ້ນ​ຢູ່​ໃສ?”


ເອສະເທີ​ຕອບ​ວ່າ, “ສັດຕູ​ຂອງ​ພວກ​ຂ້ານ້ອຍ ຜູ້​ຂົ່ມເຫັງ​ພວກ​ຂ້ານ້ອຍ ກໍ​ຄື​ຮາມານ​ຊາຍ​ຊົ່ວຊ້າ​ຄົນ​ນີ້.” ຮາມານ​ປະເຊີນ​ໜ້າ​ກັບ​ກະສັດ ແລະ​ຣາຊີນີ ດ້ວຍ​ຄວາມ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.


ໃນ​ຈົດໝາຍ​ເຫຼົ່ານັ້ນ​ໄດ້​ອະທິບາຍ​ວ່າ ກະສັດ​ໄດ້​ອະນຸຍາດ​ໃຫ້​ຊາວຢິວ​ຢູ່​ໃນ​ທຸກ​ເມືອງ​ຈັດ​ລະບຽບ​ການ​ປ້ອງກັນ​ຕົວເອງ. ຖ້າ​ພວກເຂົາ​ພ້ອມ​ທັງ​ລູກ​ເມຍ​ຖືກ​ໂຈມຕີ ດ້ວຍ​ກອງທັບ​ຈາກ​ຊົນຊາດ​ໃດ​ຫລື​ແຂວງ​ໃດ ກໍ​ໃຫ້​ພວກເຂົາ​ຕໍ່ສູ້​ຄືນ ແລະ​ທຳລາຍ​ຄົນ​ທີ່​ໂຈມຕີ​ເຫຼົ່ານັ້ນ; ໃຫ້​ຂ້າ​ພວກເຂົາ​ຖິ້ມ​ຢ່າງ​ບໍ່​ໃຫ້​ເຫຼືອ​ທັງ​ຢຶດ​ຊັບສິນ​ຂອງ​ພວກເຂົາ​ໄດ້.


ຂ້ານ້ອຍ​ຈະ​ທົນ​ຢູ່​ໄດ້​ຢ່າງໃດ ຖ້າ​ຄວາມພິນາດ​ນີ້​ມາ​ເຖິງ​ຊົນຊາດ​ຂອງ​ຂ້ານ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ຕ້ອງ​ຖືກ​ຂ້າ?”


ແຕ່​ເອສະເທີ​ໄດ້​ເຂົ້າ​ໄປ​ຫາ​ກະສັດ ແລະ​ກະສັດ​ໄດ້​ອອກ​ຄຳສັ່ງ​ເປັນ​ລາຍລັກອັກສອນ ໃຫ້​ຮາມານ​ໄດ້​ຮັບ​ໂທດ​ດ້ວຍ​ເຄາະກຳ​ທີ່​ລາວ​ໄດ້​ວາງ​ແຜນການ​ໄວ້​ສຳລັບ​ຊາວຢິວ ຄື​ລາວ​ພ້ອມ​ດ້ວຍ​ລູກຊາຍ​ສິບ​ຄົນ​ຂອງ​ລາວ​ຖືກ​ແຂວນຄໍ​ເທິງ​ຫລັກ.


ນອກຈາກນີ້​ແລ້ວ ເພິ່ນ​ຍັງ​ເລືອກເອົາ​ດານີເອນ​ກັບ​ສອງ​ຄົນອື່ນ​ອີກ ໃຫ້​ເປັນ​ຜູ້​ກວດກາ​ຣາຊການ​ແຜ່ນດິນ ເພື່ອ​ດູແລ​ແລະ​ຮັກສາ​ຜົນປະໂຫຍດ​ຂອງ​ກະສັດ.


ພວກເຈົ້າ​ໄດ້​ນຳ​ເອົາ​ປະຊາຊົນ​ຢູດາ​ແລະ​ເຢຣູຊາເລັມ ໄປ​ຈາກ​ປະເທດ​ຂອງ​ພວກເຂົາ ເພື່ອ​ຂາຍ​ໃຫ້​ແກ່​ຊາວ​ກຣີກ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ຂາຍ​ຄົນ​ສັດຊື່​ໃຫ້​ເປັນ​ທາດຮັບໃຊ້​ຍ້ອນ​ພວກເຂົາ​ບໍ່ມີ​ເງິນ​ຈ່າຍ​ໜີ້ ແລະ​ຍັງ​ຂາຍ​ຄົນ​ຍາກຈົນ​ຍ້ອນ​ບໍ່ມີ​ເງິນ​ຈ່າຍ​ຄ່າ​ເກີບ​ພຽງ​ຄູ່ດຽວ.


ແຕ່​ຖ້າ​ຄົນ​ໃຊ້​ຜູ້​ນັ້ນ​ຄິດ​ວ່າ ຍັງ​ອີກ​ດົນ​ນາຍ​ຂອງຕົນ​ຈະ​ກັບ​ມາ ແລະ​ຖ້າ​ລາວ​ລົງ​ມື​ຂ້ຽນ​ຕີ​ຄົນ​ຮັບໃຊ້​ຜູ້​ອື່ນໆ ທັງ​ຊາຍ​ແລະ​ຍິງ ທັງ​ກິນ​ແລະ​ດື່ມ​ຈົນ​ມືນ​ເມົາ​ດ້ວຍ,


ພຣະເຈົ້າຢາເວ​ຈະ​ສົ່ງ​ພວກເຈົ້າ​ກັບຄືນ​ໄປ​ສູ່​ປະເທດ​ເອຢິບ​ທາງ​ເຮືອ ເຖິງ​ແມ່ນ​ວ່າ​ພຣະອົງ ໄດ້​ສັ່ງ​ໄວ້​ວ່າ ພວກເຈົ້າ​ບໍ່​ຕ້ອງ​ກັບຄືນ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ​ກໍຕາມ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຈ່າວ​ຂາຍ​ຕົນເອງ​ເປັນ​ຄົນ​ຮັບໃຊ້​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ແຕ່​ບໍ່ມີ​ຜູ້ໃດ​ຕ້ອງການ​ຊື້​ພວກເຈົ້າ.”


ຍ້ອນ​ພວກເຈົ້າ​ໄດ້​ເຮັດ​ເຊັ່ນນີ້ ພວກເຈົ້າ​ຈຶ່ງ​ຖືກ​ສາບແຊ່ງ ຄົນ​ຂອງ​ພວກເຈົ້າ​ຈະ​ເປັນ​ຄົນ​ຮັບໃຊ້​ເລື້ອຍໄປ ພວກເຈົ້າ​ຈະ​ຕ້ອງ​ຕັດຟືນ​ແລະ​ຕັກນໍ້າ ສຳລັບ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.”


ໃຫ້​ເຈົ້າ​ຢູ່​ກັບ​ຂ້ອຍ​ນີ້​ແຫຼະ ແລະ​ຢ່າ​ຢ້ານ​ເລີຍ ກະສັດ​ໂຊນ​ຢາກ​ຂ້າ​ທັງ​ຂ້ອຍ​ແລະ​ເຈົ້າ​ຄືກັນ, ແຕ່​ຖ້າ​ເຈົ້າ​ຢູ່​ກັບ​ຂ້ອຍ ເຈົ້າ​ຈະ​ປອດໄພ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka