3 ແລ້ວຣາຊີນີເອສະເທີກໍຕອບວ່າ, “ຖ້າພະຣາຊາພໍໃຈອະນຸຍາດໃຫ້ ຕາມຄຳຂໍຮ້ອງຢ່າງຖ່ອມຕົວຂອງຂ້ານ້ອຍນີ້ແລ້ວ ຄວາມປາຖະໜາຂອງຂ້ານ້ອຍກໍຄືວ່າ: ໃຫ້ຂ້ານ້ອຍກັບປະຊາຊົນຂອງຂ້ານ້ອຍມີຊີວິດຢູ່.
ພວກຂ້າຣາຊການຂອງເພິ່ນໄດ້ເຂົ້າມາບອກວ່າ, “ພວກຂ້ານ້ອຍໄດ້ຍິນວ່າກະສັດແຫ່ງອິດສະຣາເອນມີໃຈເມດຕາ. ດັ່ງນັ້ນ ຈົ່ງໃຫ້ພວກຂ້ານ້ອຍເອົາຜ້າກະສອບຮັດແອວ ແລະເອົາເຊືອກຄ້ອງຄໍໄປຫາເພິ່ນ ແລະບາງທີເພິ່ນຈະໄວ້ຊີວິດຂອງທ່ານກໍໄດ້.”
ເທື່ອໜຶ່ງອີກກະສັດໄດ້ໃຊ້ນາຍທະຫານຜູ້ໜຶ່ງໄປ ພ້ອມທັງທະຫານຫ້າສິບຄົນ. ນາຍທະຫານໄດ້ຂຶ້ນໄປທີ່ເທິງເນີນພູຄຸເຂົ່າລົງຕໍ່ໜ້າເອລີຢາ ແລະວິງວອນຂໍຕໍ່ເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ຂໍໂຜດເມດຕາຂ້ານ້ອຍ ແລະຄົນຂອງຂ້ານ້ອຍແດ່ທ້ອນ ຈົ່ງໄວ້ຊີວິດຂອງພວກຂ້ານ້ອຍດ້ວຍເທີ້ນ
ລາວຍັງເອົາສຳເນົາຄຳປະກາດສັ່ງທຳລາຍລ້າງຜານຊາວຢິວ ທີ່ອອກດຳລັດໃນນະຄອນຊູຊາໃຫ້ຮາທາດ. ມໍເດໄກຂໍລາວໃຫ້ຖືເອົາສຳເນົາຄຳປະກາດນັ້ນໄປຫາເອສະເທີ ແລະອະທິບາຍສະຖານະການສູ່ນາງຟັງ ແລະບອກນາງໄປຂໍຮ້ອງນຳກະສັດໃຫ້ເມດຕາຊົນຊາດຂອງນາງ.
ຖ້າພະຣາຊາເມດຕາ ພໍທີ່ຈະໃຫ້ຕາມຄຳຂໍຮ້ອງຂອງຂ້ານ້ອຍໄດ້ແລ້ວ ຂ້ານ້ອຍຢາກໃຫ້ທ່ານກັບຮາມານມາເປັນແຂກໃນງານກິນລ້ຽງ ທີ່ຂ້ານ້ອຍຈະຈັດຂຶ້ນອີກສຳລັບທ່ານໃນມື້ອື່ນ. ໃນເວລານັ້ນ ຂ້ານ້ອຍຈຶ່ງຈະບອກທ່ານວ່າ ຂ້ານ້ອຍຕ້ອງການຫຍັງ.”
ກະສັດລຸກຢືນຂຶ້ນທັງໃຈຮ້າຍຫລາຍ ແລະອອກຈາກຫ້ອງໜີໄປຂ້າງນອກທີ່ສວນອຸທະຍານ. ຮາມານເຫັນວ່າກະສັດຕັ້ງໃຈຈະລົງໂທດຕົນເພາະເລື່ອງນີ້; ສະນັ້ນ ລາວຈຶ່ງຢູ່ຮ້ອງຂໍຣາຊີນີເອສະເທີໃຫ້ໄວ້ຊີວິດຕົນ.
“ຂ້າແດ່ພະຣາຊາ ຖ້າທ່ານພໍໃຈ ແລະເປັນຫ່ວງຂ້ານ້ອຍ ແລະຖ້າທ່ານເຫັນວ່າເປັນການຖືກຕ້ອງ ກໍຂໍທ່ານອອກຄຳສັ່ງເປັນທາງການ ເພື່ອກີດກັ້ນບໍ່ໃຫ້ຄຳສັ່ງຂອງຮາມານຖືກນຳໄປປະຕິບັດ ຄືຄຳສັ່ງຂອງລູກຊາຍຂອງຮາມເມດາທາ ຜູ້ທີ່ເປັນເຊື້ອສາຍຂອງອາກັກ ເພື່ອທຳລາຍລ້າງຜານຊາວຢິວທຸກຄົນໃນອານາຈັກນີ້.
ມານຊາຕານຈຶ່ງໂຕ້ຕອບພຣະເຈົ້າຢາເວຄືນວ່າ, “ມະນຸດຍ່ອມສະລະທຸກສິ່ງເພື່ອໃຫ້ຊີວິດຕົນຍັງຢູ່.
ຈົ່ງບອກພວກເຂົາພຽງແຕ່ວ່າ ເຈົ້າຂໍຮ້ອງເຮົາບໍ່ໃຫ້ສົ່ງເຈົ້າກັບຄືນໄປຕາຍທີ່ຄຸກເທົ່ານັ້ນ.”