Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 7:2 - ພຣະຄຳພີສັກສິ

2 ໃນ​ວັນ​ທີ​ສອງ, ຂະນະທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ ກະສັດ​ກໍ​ຖາມ​ນາງ​ອີກ​ວ່າ, “ບັດນີ້​ຣາຊີນີ​ເອສະເທີ​ເອີຍ ເຈົ້າ​ຢາກ​ໄດ້​ຫຍັງ? ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ ແລະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ. ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ເຮົາ​ກໍ​ຈະ​ມອບ​ໃຫ້​ເຈົ້າ​ໄດ້.”

Uka jalj uñjjattʼäta Copia luraña




ເອສະເທີ 7:2
7 Jak'a apnaqawi uñst'ayäwi  

ກະສັດ​ຖາມ​ວ່າ, “ຣາຊີນີ​ເອສະເທີ​ເອີຍ ມີ​ເລື່ອງ​ຫຍັງ​ບໍ? ບອກ​ເຮົາ​ມາ​ເບິ່ງດູ​ວ່າ ເຈົ້າ​ຕ້ອງການ​ຫຍັງ ແລະ​ຢາກ​ຈະ​ໃຫ້​ເຮົາ​ເຮັດ​ຫຍັງ ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ເຮົາ​ກໍ​ຍົກ​ໃຫ້​ໄດ້.”


ກະສັດ​ຖາມ​ນາງ​ໃນ​ເວລາ​ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ​ວ່າ, “ບອກ​ເຮົາ​ມາ​ດູ​ວ່າ​ເຈົ້າ​ຢາກ​ໄດ້​ຫຍັງ? ແລະ​ເຈົ້າ​ຈະ​ໄດ້​ຮັບ. ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ຂໍຮ້ອງ ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້.”


ສະນັ້ນ ກະສັດ​ກັບ​ຮາມານ​ຈຶ່ງ​ໄປ​ຮັບປະທານ​ອາຫານ​ໃນ​ງານລ້ຽງ​ຂອງ​ຣາຊີນີ​ເອສະເທີ


ແລ້ວ​ກະສັດ​ກໍໄດ້​ບອກ​ຣາຊີນີ​ເອສະເທີ​ວ່າ, “ພຽງແຕ່​ໃນ​ເມືອງ​ຊູຊາ ພວກ​ຢິວ​ໄດ້​ຂ້າ​ຫ້າຮ້ອຍ​ຄົນ ລວມ​ທັງ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ​ດ້ວຍ ແລະ​ຢູ່​ຕາມ​ແຂວງ​ຕ່າງໆ ພວກເຂົາ​ຈະ​ເຮັດ​ຢ່າງ​ໃດ​ນໍ ບັດນີ້​ເຈົ້າ​ຢາກ​ໄດ້​ຫຍັງ​ແດ່? ແລະ​ເຈົ້າ​ກໍ​ຈະ​ໄດ້​ຕາມໃຈ​ມັກ. ບອກ​ເຮົາ​ມາ​ອີກ​ດູ​ວ່າ​ເຈົ້າ​ຢາກ​ໄດ້​ຫຍັງ ແລະ​ເຈົ້າ​ກໍ​ຈະ​ໄດ້​ສິ່ງນັ້ນ.”


ແລ້ວ​ເພິ່ນ​ກໍ​ສາບານ​ປະຕິຍານ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ​ມາ ແມ່ນແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງເຮົາ.”


ຈົນເຖິງ​ບັດນີ້ ພວກເຈົ້າ​ບໍ່ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງເຮົາ, ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ເພື່ອ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບ​ບໍລິບູນ.”


ນາຍພັນ​ຈຶ່ງ​ຈູງ​ມື​ຊາຍ​ໜຸ່ມ​ນັ້ນ​ໄປ​ຕ່າງຫາກ ແລະ​ຖາມ​ລາວ​ວ່າ, “ເຈົ້າ​ມີ​ເລື່ອງ​ຫຍັງ​ຈະແຈ້ງ​ໃຫ້​ຂ້ອຍ​ຮູ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka