ເອສະເທີ 7:10 - ພຣະຄຳພີສັກສິ10 ດັ່ງນັ້ນ ຮາມານຈຶ່ງຖືກແຂວນຄໍໃສ່ບ່ອນທີ່ລາວເອງໄດ້ສ້າງຂຶ້ນ ເພື່ອແຂວນຄໍມໍເດໄກ. ແລ້ວຄວາມໂກດຮ້າຍຂອງກະສັດກໍໄດ້ເຢັນລົງ. Uka jalj uñjjattʼäta |
ດັ່ງນັ້ນ ເມຍຂອງລາວພ້ອມທັງໝູ່ເພື່ອນຈຶ່ງແນະນຳວ່າ, “ເປັນຫຍັງທ່ານຈຶ່ງບໍ່ໃຫ້ເຂົາສ້າງບ່ອນແຂວນຄໍຂຶ້ນສູງ 22 ແມັດ? ແລະໃນມື້ອື່ນເຊົ້າ ໃຫ້ທ່ານຂໍນຳກະສັດແຂວນຄໍມໍເດໄກໃສ່ຫັ້ນ ແລ້ວຈຶ່ງໄປໃນງານກິນລ້ຽງດ້ວຍຄວາມສະບາຍໃຈ.” ຮາມານຄິດວ່າເປັນຄວາມຄິດທີ່ດີ; ສະນັ້ນ ລາວຈຶ່ງໃຫ້ເຂົາສ້າງບ່ອນແຂວນຄໍຂຶ້ນ.
ລາວກຳລັງກົ້ມຕົວລົງໃສ່ຕັ່ງນວມຍາວ ບ່ອນທີ່ຣາຊີນີເອສະເທີນັ່ງຢູ່ນັ້ນເພື່ອຂໍຄວາມເມດຕາ ພໍດີຖືກກັບເວລາທີ່ກະສັດກັບຄືນມາຈາກສວນ ແລະເຂົ້າໄປໃນຫ້ອງ. ເມື່ອເຫັນດັ່ງນີ້ແລ້ວ ກະສັດຈຶ່ງຮ້ອງຂຶ້ນວ່າ, “ຄົນນີ້ກຳລັງຈະຂົ່ມຂືນຣາຊີນີຕໍ່ໜ້າເຮົາຢູ່ທີ່ວັງຂອງເຮົາບໍ?” ກະສັດເວົ້າຍັງບໍ່ທັນຂາດຄຳ ບັນດາຊາຍຕອນກໍເອົາຜ້າຄຸມຫົວຮາມານໄວ້.
ເພາະສະນັ້ນ ບັດນີ້ພຣະເຈົ້າຢາເວກ່າວວ່າ ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາຈະໃຫ້ພວກເຈົ້າໄດ້ມີອິດສະຫລະພາບ, ພຣະເຈົ້າຢາເວກ່າວວ່າ ຄືອິດສະຫລະພາບທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ທຸກໆຊົນຊາດໃນໂລກນີ້ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດກັບພວກເຂົາ.