1 ສະນັ້ນ ກະສັດກັບຮາມານຈຶ່ງໄປຮັບປະທານອາຫານໃນງານລ້ຽງຂອງຣາຊີນີເອສະເທີ
ຄຳປະກາດທາງຣາຊການໄດ້ຖືກແຈ້ງອອກໄປທົ່ວເມືອງເອກຊູຊາ ພວກຜູ້ນຳຂ່າວກໍແລ່ນນຳເອົາຂ່າວໄປຍັງແຂວງຕ່າງໆຕາມຄຳສັ່ງຂອງກະສັດ. ສ່ວນກະສັດແລະຮາມານກໍນັ່ງດື່ມເຫຼົ້າ ໃນຂະນະທີ່ເມືອງເອກຊູຊາເກີດສັບສົນວຸ້ນວາຍຢູ່ນັ້ນ.
ຖ້າພະຣາຊາເມດຕາ ພໍທີ່ຈະໃຫ້ຕາມຄຳຂໍຮ້ອງຂອງຂ້ານ້ອຍໄດ້ແລ້ວ ຂ້ານ້ອຍຢາກໃຫ້ທ່ານກັບຮາມານມາເປັນແຂກໃນງານກິນລ້ຽງ ທີ່ຂ້ານ້ອຍຈະຈັດຂຶ້ນອີກສຳລັບທ່ານໃນມື້ອື່ນ. ໃນເວລານັ້ນ ຂ້ານ້ອຍຈຶ່ງຈະບອກທ່ານວ່າ ຂ້ານ້ອຍຕ້ອງການຫຍັງ.”
ຂະນະທີ່ພວກເຂົາກຳລັງເວົ້າກັນຢູ່ນັ້ນ ຊາຍຕອນຢູ່ໃນວັງກໍມາຮອດ ແລະຟ້າວພາຮາມານໄປໃນງານກິນລ້ຽງຂອງຣາຊີນີເອສະເທີທີ່ໄດ້ຈັດຕຽມໄວ້ແລ້ວ.
ໃນວັນທີສອງ, ຂະນະທີ່ດື່ມເຫຼົ້າອະງຸ່ນຢູ່ນັ້ນ ກະສັດກໍຖາມນາງອີກວ່າ, “ບັດນີ້ຣາຊີນີເອສະເທີເອີຍ ເຈົ້າຢາກໄດ້ຫຍັງ? ຈົ່ງບອກເຮົາມາເບິ່ງດູ ແລະເຈົ້າກໍຈະໄດ້ຮັບສິ່ງນັ້ນ. ແມ່ນແຕ່ອານາຈັກເຄິ່ງໜຶ່ງເຮົາກໍຈະມອບໃຫ້ເຈົ້າໄດ້.”