7-8 ສະນັ້ນ ລາວຈຶ່ງຕອບກະສັດວ່າ, “ຈົ່ງເອົາເສື້ອຄຸມຂອງພະຣາຊານຸ່ງໃຫ້ຊາຍຄົນນັ້ນ ຄືເສື້ອຄຸມທີ່ທ່ານເອງນຸ່ງນັ້ນ. ຈົ່ງເອົາເຄື່ອງເອ້ ປະຈຳວັງເອ້ໃສ່ເທິງມ້າຂອງທ່ານ.
ສະນັ້ນ ຮາມານຈຶ່ງໄດ້ເອົາເສື້ອຄຸມ ແລະມ້າມາ ແລະນຸ່ງເສື້ອນັ້ນໃຫ້ແກ່ມໍເດໄກ. ຝ່າຍມໍເດໄກກໍຂຶ້ນຂີ່ມ້າ ແລະຮາມານກໍເປັນຜູ້ຈູງມ້າຍ່າງໄປທົ່ວກາງເມືອງ ທັງປະກາດໃຫ້ປະຊາຊົນຊາບວ່າ: “ເບິ່ງແມ! ກະສັດໃຫ້ລາງວັນແກ່ຜູ້ທີ່ເພິ່ນຢາກຍ້ອງຍໍໃຫ້ກຽດ ກໍເປັນດັ່ງນີ້ແຫລະ.”
ດັ່ງນັ້ນ ຮາມານຈຶ່ງເຂົ້າມາ ແລະກະສັດກໍກ່າວແກ່ລາວວ່າ, “ມີຄົນຜູ້ໜຶ່ງ ທີ່ເຮົາຢາກຍ້ອງຍໍໃຫ້ກຽດລາວທີ່ສຸດ. ເຮົາຄວນເຮັດຢ່າງໃດເພື່ອຊາຍຄົນນີ້?” ຮາມານຄິດໃນໃຈວ່າ, “ບັດນີ້ແມ່ນຜູ້ໃດນໍ ທີ່ກະສັດຢາກຍ້ອງຍໍໃຫ້ກຽດຫລາຍທີ່ສຸດນັ້ນ? ກໍຕ້ອງແມ່ນເຮົານີ້ແຫລະ.”
ໃຫ້ຜູ້ໜຶ່ງໃນພວກຂຸນນາງຊັ້ນສູງຂອງທ່ານເປັນຜູ້ຊ່ວຍນຸ່ງເຄື່ອງໃຫ້ລາວ ແລ້ວໃຫ້ລາວຂຶ້ນຂີ່ມ້າຜ່ານກາງເມືອງໄປ. ໃຫ້ເຈົ້ານາຍຄົນນັ້ນປ່າວປະກາດ ໃນຂະນະທີ່ພວກເຂົາຍ່າງໄປວ່າ, ‘ເບິ່ງແມ! ກະສັດໃຫ້ລາງວັນແກ່ຜູ້ທີ່ເພິ່ນຢາກຍ້ອງຍໍໃຫ້ກຽດກໍເປັນຢ່າງນີ້ແຫລະ.”’