5 ດັ່ງນັ້ນ ພວກຄົນຮັບໃຊ້ຈຶ່ງຕອບວ່າ, “ຮາມານຢູ່ນີ້ເດ ລາວກຳລັງລໍຖ້າພົບທ່ານຢູ່.” ກະສັດກ່າວວ່າ, “ບອກໃຫ້ລາວເຂົ້າມາທີ່ນີ້.”
ກະສັດຖາມວ່າ, “ມີຂ້າຣາຊການຄົນໃດແດ່ຢູ່ໃນວັງ?” ໃນເວລານັ້ນ ຮາມານຫາກໍເຂົ້າມາໃນເດີ່ນຂອງວັງ; ລາວໄດ້ມາຂໍໃຫ້ກະສັດແຂວນຄໍມໍເດໄກໃສ່ເທິງບ່ອນແຂວນຄໍ ທີ່ຖືກສ້າງໄວ້ຢ່າງຮຽບຮ້ອຍແລ້ວ.
ດັ່ງນັ້ນ ຮາມານຈຶ່ງເຂົ້າມາ ແລະກະສັດກໍກ່າວແກ່ລາວວ່າ, “ມີຄົນຜູ້ໜຶ່ງ ທີ່ເຮົາຢາກຍ້ອງຍໍໃຫ້ກຽດລາວທີ່ສຸດ. ເຮົາຄວນເຮັດຢ່າງໃດເພື່ອຊາຍຄົນນີ້?” ຮາມານຄິດໃນໃຈວ່າ, “ບັດນີ້ແມ່ນຜູ້ໃດນໍ ທີ່ກະສັດຢາກຍ້ອງຍໍໃຫ້ກຽດຫລາຍທີ່ສຸດນັ້ນ? ກໍຕ້ອງແມ່ນເຮົານີ້ແຫລະ.”