Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 6:4 - ພຣະຄຳພີສັກສິ

4 ກະສັດ​ຖາມ​ວ່າ, “ມີ​ຂ້າຣາຊການ​ຄົນ​ໃດ​ແດ່​ຢູ່​ໃນ​ວັງ?” ໃນ​ເວລາ​ນັ້ນ ຮາມານ​ຫາ​ກໍ​ເຂົ້າ​ມາ​ໃນ​ເດີ່ນ​ຂອງ​ວັງ; ລາວ​ໄດ້​ມາ​ຂໍ​ໃຫ້​ກະສັດ​ແຂວນຄໍ​ມໍເດໄກ​ໃສ່​ເທິງ​ບ່ອນ​ແຂວນຄໍ ທີ່​ຖືກ​ສ້າງ​ໄວ້​ຢ່າງ​ຮຽບຮ້ອຍ​ແລ້ວ.

Uka jalj uñjjattʼäta Copia luraña




ເອສະເທີ 6:4
12 Jak'a apnaqawi uñst'ayäwi  

“ຖ້າ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ທີ່​ເຂົ້າ​ໄປ​ໃນ​ເດີ່ນ​ຂອງ​ວັງ ເພື່ອ​ພົບ​ກະສັດ​ໂດຍ​ບໍ່ໄດ້​ຖືກ​ເອີ້ນ​ມາ ຈະ​ຕ້ອງ​ຕາຍ. ນັ້ນແຫລະ ຄື​ກົດໝາຍ; ທຸກໆ​ຄົນ​ນັບ​ຕັ້ງແຕ່​ພວກ​ທີ່ປຶກສາ​ຂອງ​ກະສັດ ຈົນເຖິງ​ປະຊາຊົນ​ຕາມ​ແຂວງ​ຕ່າງໆ ກໍ​ຮູ້ຈັກ​ກົດໝາຍ​ນີ້. ມີ​ທາງດຽວ​ທີ່​ເວັ້ນຈາກ​ກົດໝາຍ​ນີ້​ໄດ້ ຄື​ຖ້າ​ກະສັດ​ຍື່ນ​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຜູ້ໃດ ເພິ່ນ​ຈະ​ໄວ້​ຊີວິດ​ຂອງ​ຜູ້ນັ້ນ. ແຕ່​ເປັນ​ເວລາ​ໜຶ່ງ​ເດືອນ​ແລ້ວ ທີ່​ກະສັດ​ບໍ່ໄດ້​ເອີ້ນ​ຂ້ອຍ​ເຂົ້າ​ໄປ​ຫາ​ເພິ່ນ.”


ໃນ​ວັນ​ທີ​ສາມ ທີ່​ຣາຊີນີ​ເອສະເທີ​ຖືສິນ​ອົດອາຫານ ຣາຊີນີ​ໄດ້​ນຸ່ງ​ຊຸດ​ຣາຊີນີ​ອອກ​ໄປ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວັງ ແລະ​ຫັນໜ້າ​ໄປ​ທາງ​ຫ້ອງ​ບັນລັງ. ສ່ວນ​ກະສັດ​ກໍ​ນັ່ງ​ເທິງ​ບັນລັງ​ຂ້າງ​ໃນ ແລະ​ຫັນໜ້າ​ໄປ​ສູ່​ທາງ​ເຂົ້າ.


ດັ່ງນັ້ນ ເມຍ​ຂອງ​ລາວ​ພ້ອມທັງ​ໝູ່ເພື່ອນ​ຈຶ່ງ​ແນະນຳ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ໃຫ້​ເຂົາ​ສ້າງ​ບ່ອນ​ແຂວນຄໍ​ຂຶ້ນ​ສູງ 22 ແມັດ? ແລະ​ໃນ​ມື້ອື່ນ​ເຊົ້າ ໃຫ້​ທ່ານ​ຂໍ​ນຳ​ກະສັດ​ແຂວນຄໍ​ມໍເດໄກ​ໃສ່​ຫັ້ນ ແລ້ວ​ຈຶ່ງ​ໄປ​ໃນ​ງານ​ກິນລ້ຽງ​ດ້ວຍ​ຄວາມ​ສະບາຍ​ໃຈ.” ຮາມານ​ຄິດ​ວ່າ​ເປັນ​ຄວາມຄິດ​ທີ່ດີ; ສະນັ້ນ ລາວ​ຈຶ່ງ​ໃຫ້​ເຂົາ​ສ້າງ​ບ່ອນ​ແຂວນຄໍ​ຂຶ້ນ.


ກະສັດ​ຖາມ​ຂຶ້ນ​ວ່າ, “ພວກເຮົາ​ໄດ້​ໃຫ້ກຽດ ແລະ​ລາງວັນ ແກ່​ມໍເດໄກ​ຢ່າງໃດ​ໃນ​ເລື່ອງ​ນີ້?” ພວກ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຕອບ​ວ່າ, “ຍັງ​ບໍ່​ທັນ​ໃຫ້​ລາງວັນ​ຫຍັງ​ເລີຍ.”


ດັ່ງນັ້ນ ພວກ​ຄົນ​ຮັບໃຊ້​ຈຶ່ງ​ຕອບ​ວ່າ, “ຮາມານ​ຢູ່​ນີ້​ເດ ລາວ​ກຳລັງ​ລໍ​ຖ້າ​ພົບ​ທ່ານ​ຢູ່.” ກະສັດ​ກ່າວ​ວ່າ, “ບອກ​ໃຫ້​ລາວ​ເຂົ້າ​ມາ​ທີ່​ນີ້.”


ແລ້ວ​ຄົນ​ໜຶ່ງ​ໃນ​ພວກ​ຊາຍຕອນ​ທີ່​ຊື່​ວ່າ​ຮັກໂບນາ ກໍໄດ້​ເວົ້າ​ວ່າ, “ຍິ່ງ​ໄປ​ກວ່າ​ນີ້​ອີກ ຮາມານ​ຍັງ​ໄດ້​ສ້າງ​ບ່ອນ​ແຂວນຄໍ​ສູງ​ຊາວສອງ​ແມັດ​ທີ່​ເຮືອນ​ຂອງ​ລາວ ເພື່ອ​ລາວ​ຈະ​ໄດ້​ແຂວນ​ຄໍ​ມໍເດໄກ ຜູ້​ທີ່​ຊ່ວຍ​ຊີວິດ​ຂອງ​ພະຣາຊາ.” ກະສັດ​ສັ່ງ​ວ່າ, “ແຂວນຄໍ​ຮາມານ​ໃສ່​ບ່ອນ​ນັ້ນ.”


ແຕ່​ຜູ້​ປະທັບ​ເທິງ​ຟ້າ​ສະຫວັນ​ໄດ້​ຫົວຂວັນ ແລະ​ພຣະເຈົ້າຢາເວ​ຫຍໍ້ຫຍັນ​ພວກເຂົາ.


ພຣະອົງ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ​ຮັກສາ​ພວກເຂົາ​ໃຫ້​ມີ​ຊີວິດ​ໃນ​ຄາວ​ອຶດຢາກ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka