Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 6:3 - ພຣະຄຳພີສັກສິ

3 ກະສັດ​ຖາມ​ຂຶ້ນ​ວ່າ, “ພວກເຮົາ​ໄດ້​ໃຫ້ກຽດ ແລະ​ລາງວັນ ແກ່​ມໍເດໄກ​ຢ່າງໃດ​ໃນ​ເລື່ອງ​ນີ້?” ພວກ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຕອບ​ວ່າ, “ຍັງ​ບໍ່​ທັນ​ໃຫ້​ລາງວັນ​ຫຍັງ​ເລີຍ.”

Uka jalj uñjjattʼäta Copia luraña




ເອສະເທີ 6:3
12 Jak'a apnaqawi uñst'ayäwi  

ແຕ່​ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ​ບໍ່ໄດ້​ລະນຶກເຖິງ​ໂຢເຊັບ​ເລີຍ ລາວ​ລືມໄລ​ໂຢເຊັບ​ໄປ​ຢ່າງ​ໝົດສິ້ນ.


ດາວິດ​ໄດ້​ເວົ້າ​ວ່າ, “ຜູ້​ທຳອິດ​ທີ່​ຂ້າ​ຄົນ​ເຢບຸດ ຈະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ” ສະນັ້ນ ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຈຶ່ງ​ເປັນ​ຜູ້​ນຳພາ​ບຸກໂຈມຕີ​ເມືອງ​ນີ້ ແລະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ.


ຕອນ​ທີ່​ພວກເຂົາ​ໄດ້​ອ່ານ​ນັ້ນ ມີ​ທັງ​ເລື່ອງ​ຂອງ​ມໍເດໄກ ທີ່​ຮູ້​ເຖິງ​ການ​ວາງແຜນ​ສັງຫານ​ກະສັດ ຄື​ການ​ປອງຮ້າຍ​ຊຶ່ງ​ຊາຍ​ຕອນ​ສອງ​ຄົນ ຄື​ບິກທານາ ແລະ​ເຕເຣເຊ ຄົນ​ເຝົ້າ​ຫ້ອງ​ຂອງ​ກະສັດ​ໄດ້​ເຮັດ​ຂຶ້ນ​ໃນ​ວັງ.


ກະສັດ​ຖາມ​ວ່າ, “ມີ​ຂ້າຣາຊການ​ຄົນ​ໃດ​ແດ່​ຢູ່​ໃນ​ວັງ?” ໃນ​ເວລາ​ນັ້ນ ຮາມານ​ຫາ​ກໍ​ເຂົ້າ​ມາ​ໃນ​ເດີ່ນ​ຂອງ​ວັງ; ລາວ​ໄດ້​ມາ​ຂໍ​ໃຫ້​ກະສັດ​ແຂວນຄໍ​ມໍເດໄກ​ໃສ່​ເທິງ​ບ່ອນ​ແຂວນຄໍ ທີ່​ຖືກ​ສ້າງ​ໄວ້​ຢ່າງ​ຮຽບຮ້ອຍ​ແລ້ວ.


ມີ​ຊາຍ​ຍາກຈົນ​ຄົນໜຶ່ງ​ທີ່​ອາໄສ​ຢູ່​ໃນ​ເມືອງນີ້. ລາວ​ເປັນ​ຄົນມີ​ປັນຍາ​ຈົນ​ຊ່ວຍ​ເມືອງ​ນີ້​ໄວ້​ໄດ້, ແຕ່​ບໍ່ມີ​ຜູ້ໃດ​ຄິດເຖິງ​ລາວ​ເລີຍ.


ບັດນີ້ ເຮົາ​ໄດ້ຍິນ​ວ່າ​ເຈົ້າ​ຄົ້ນຄວ້າ​ຕີ​ຄວາມໝາຍ ແລະ​ອະທິບາຍ​ຄວາມ​ເລິກລັບ​ໄດ້. ຖ້າ​ເຈົ້າ​ອ່ານ​ແລະ​ບອກ​ຄວາມໝາຍ​ຂອງ​ຄຳ​ຂຽນ​ນີ້​ໃຫ້​ເຮົາ​ຮູ້​ໄດ້ ເຈົ້າ​ກໍ​ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ແລ້ວ​ເຈົ້າ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ຄົນ​ຮັບໃຊ້​ນຳ​ເອົາ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ມາ​ນຸ່ງ​ໃຫ້​ດານີເອນ​ໃນທັນທີ ແລະ​ຄ້ອງ​ຄໍ​ສາຍ​ສ້ອຍ​ກຽດຕິຍົດ​ໃຫ້​ລາວ. ເພິ່ນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka