2 ຕອນທີ່ພວກເຂົາໄດ້ອ່ານນັ້ນ ມີທັງເລື່ອງຂອງມໍເດໄກ ທີ່ຮູ້ເຖິງການວາງແຜນສັງຫານກະສັດ ຄືການປອງຮ້າຍຊຶ່ງຊາຍຕອນສອງຄົນ ຄືບິກທານາ ແລະເຕເຣເຊ ຄົນເຝົ້າຫ້ອງຂອງກະສັດໄດ້ເຮັດຂຶ້ນໃນວັງ.
ໃນຣາຊການຂອງກະສັດເຊເຊັດ ເຫຼົ່າສັດຕູຂອງປະຊາຊົນທີ່ຢູ່ໃນຢູດາຍແລະນະຄອນເຢຣູຊາເລັມ ໄດ້ນຳຂໍ້ກ່າວຫາຂຽນເປັນລາຍລັກອັກສອນມາຕໍ່ສູ້ພວກເຂົາ.
ກະສັດຖາມຂຶ້ນວ່າ, “ພວກເຮົາໄດ້ໃຫ້ກຽດ ແລະລາງວັນ ແກ່ມໍເດໄກຢ່າງໃດໃນເລື່ອງນີ້?” ພວກຄົນຮັບໃຊ້ຂອງເພິ່ນຕອບວ່າ, “ຍັງບໍ່ທັນໃຫ້ລາງວັນຫຍັງເລີຍ.”