Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 6:12 - ພຣະຄຳພີສັກສິ

12 ແລ້ວ​ມໍເດໄກ​ກໍ​ກັບຄືນ​ໄປ​ທີ່​ທາງ​ເຂົ້າ​ວັງ ແລະ​ໃນຂະນະ​ດຽວກັນ​ນັ້ນ​ຮາມານ​ກໍ​ຟ້າວ​ກັບຄືນ​ເມືອ ທັງ​ອັດ​ໜ້າ​ຂອງຕົນ​ໄວ້​ດ້ວຍ​ຄວາມ​ອັບອາຍ.

Uka jalj uñjjattʼäta Copia luraña




ເອສະເທີ 6:12
14 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ຮ້ອງໄຫ້​ຂຶ້ນ​ໄປ​ເທິງ​ພູເຂົາ​ໝາກກອກເທດ; ເພິ່ນ​ປະ​ຕີນ​ເປົ່າ​ແລະ​ເອົາ​ຜ້າ​ຄຸມ​ຫົວ​ໄວ້​ເປັນ​ເຄື່ອງໝາຍ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ທຸກຄົນ​ທີ່​ຕິດຕາມ​ເພິ່ນ​ໄປ​ນັ້ນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ແລະ​ຮ້ອງໄຫ້​ເໝືອນກັນ.


ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ ກະສັດ​ບໍ່ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງຕົນ ລາວ​ກໍ​ຂີ່​ລໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ; ເມື່ອ​ຈັດການ​ກັບ​ທຸລະກິດ​ໃນ​ຄອບຄົວ​ຮຽບຮ້ອຍ​ແລ້ວ ລາວ​ກໍ​ຜູກ​ຄໍ​ຕາຍ. ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ປະຈຳ​ຄອບຄົວ.


ສ່ວນ​ກະສັດ​ກໍໄດ້​ກັບຄືນ​ສູ່​ນະຄອນ​ຊາມາເຣຍ ດ້ວຍ​ຄວາມ​ກັງວົນ​ແລະ​ເປັນທຸກໃຈ.


ກະສັດ​ອາຮາບ​ໄດ້​ກັບ​ເມືອ​ວັງ​ທັງ​ໂສກເສົ້າ​ແລະ​ໂກດຮ້າຍ​ຍ້ອນ​ຄຳເວົ້າ​ຂອງ​ນາໂບດ​ຊາວ​ຢິດຊະເຣນ. ເພິ່ນ​ນອນ​ປິ່ນໜ້າ​ເຂົ້າ​ໃສ່​ຝາ​ເທິງ​ຕຽງ​ທັງ​ບໍ່​ຍອມ​ກິນ​ຫຍັງ​ເລີຍ.


ເພິ່ນ​ຕອບ​ວ່າ, “ຍ້ອນ​ນາໂບດ​ຊາວ​ຢິດຊະເຣນ​ໄດ້​ເວົ້າ​ໃຫ້​ອ້າຍ. ອ້າຍ​ຂໍ​ຊື້​ສວນອະງຸ່ນ​ຈາກ​ລາວ ຫລື​ຖ້າ​ລາວ​ຍິນຍອມ​ອ້າຍ​ກໍ​ຈະ​ເອົາ​ສວນອະງຸ່ນ​ໃໝ່​ປ່ຽນ, ແຕ່​ລາວ​ຕອບ​ວ່າ, ‘ຂ້ານ້ອຍ​ຈະ​ບໍ່​ເອົາ​ສວນອະງຸ່ນ​ຂອງ​ຂ້ານ້ອຍ​ໃຫ້​ທ່ານ.”’


ອາຊາຣີຢາ​ກັບ​ບັນດາ​ປະໂຣຫິດ​ຄົນອື່ນໆ ຈ້ອງເບິ່ງ​ໜ້າຜາກ​ຂອງ​ກະສັດ​ດ້ວຍ​ຄວາມ​ຢ້ານກົວ​ຫລາຍ ແລະ​ບັງຄັບ​ໃຫ້​ເພິ່ນ​ອອກ​ໜີໄປ​ຈາກ​ທີ່ນັ້ນ. ຍ້ອນ​ພຣະເຈົ້າຢາເວ​ລົງໂທດ ເພິ່ນ​ຈຶ່ງ​ຮີບ​ໜີໄປ.


ໃນ​ເວລາ​ດຽວກັນ​ນັ້ນ ກະສັດ​ກໍ​ແຕ່ງຕັ້ງ​ມໍເດໄກ​ໃຫ້​ຮັບ​ຕຳແໜ່ງ​ບໍລິຫານ​ຣາຊການ.


ສະນັ້ນ ຮາມານ​ຈຶ່ງ​ໄດ້​ເອົາ​ເສື້ອ​ຄຸມ ແລະ​ມ້າ​ມາ ແລະ​ນຸ່ງ​ເສື້ອ​ນັ້ນ​ໃຫ້​ແກ່​ມໍເດໄກ. ຝ່າຍ​ມໍເດໄກ​ກໍ​ຂຶ້ນ​ຂີ່​ມ້າ ແລະ​ຮາມານ​ກໍ​ເປັນ​ຜູ້​ຈູງ​ມ້າ​ຍ່າງ​ໄປ​ທົ່ວ​ກາງເມືອງ ທັງ​ປະກາດ​ໃຫ້​ປະຊາຊົນ​ຊາບ​ວ່າ: “ເບິ່ງແມ! ກະສັດ​ໃຫ້​ລາງວັນ​ແກ່​ຜູ້​ທີ່​ເພິ່ນ​ຢາກ​ຍ້ອງຍໍ​ໃຫ້ກຽດ ກໍ​ເປັນ​ດັ່ງນີ້ແຫລະ.”


ລາວ​ກຳລັງ​ກົ້ມ​ຕົວ​ລົງ​ໃສ່​ຕັ່ງນວມ​ຍາວ ບ່ອນ​ທີ່​ຣາຊີນີ​ເອສະເທີ​ນັ່ງ​ຢູ່​ນັ້ນ​ເພື່ອ​ຂໍ​ຄວາມ​ເມດຕາ ພໍດີ​ຖືກ​ກັບ​ເວລາ​ທີ່​ກະສັດ​ກັບຄືນ​ມາ​ຈາກ​ສວນ ແລະ​ເຂົ້າ​ໄປ​ໃນ​ຫ້ອງ. ເມື່ອ​ເຫັນ​ດັ່ງນີ້​ແລ້ວ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ນີ້​ກຳລັງ​ຈະ​ຂົ່ມຂືນ​ຣາຊີນີ​ຕໍ່ໜ້າ​ເຮົາ​ຢູ່​ທີ່​ວັງ​ຂອງເຮົາ​ບໍ?” ກະສັດ​ເວົ້າ​ຍັງ​ບໍ່​ທັນ​ຂາດຄຳ ບັນດາ​ຊາຍ​ຕອນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ຮາມານ​ໄວ້.


ຄົນຊົ່ວຊ້າ​ນັ້ນ​ຈະ​ມີ​ໄຊຊະນະ​ຢູ່​ຊົ່ວຄາວ ພວກເຂົາ​ຈະ​ພົບ​ຄວາມສຸກ​ໃນ​ໄລຍະ​ສັ້ນໆ​ເທົ່ານັ້ນ.


ພຣະເຈົ້າ​ມອບ​ໂລກນີ້​ໃຫ້​ແກ່​ຄົນຊົ່ວ​ປົກຄອງ ແລະ​ເຮັດ​ໃຫ້​ຜູ້​ຕັດສິນ​ຄວາມ​ຕາບອດ​ໝົດ​ແລ້ວ. ຖ້າ​ບໍ່ແມ່ນ​ພຣະອົງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ ແມ່ນ​ຜູ້ໃດ​ເດນໍ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້.


ຊາມູເອນ​ນອນ​ຫລັບ​ໄປ​ຈົນເຖິງ​ມື້​ເຊົ້າ ແລ້ວ​ລາວ​ກໍ​ລຸກ​ຂຶ້ນ​ໄປ​ໄຂ​ປະຕູ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ແຕ່​ລາວ​ບໍ່ກ້າ​ບອກ​ນິມິດ​ນີ້​ແກ່​ເອລີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka