Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 6:1 - ພຣະຄຳພີສັກສິ

1 ໃນຄືນນັ້ນ ກະສັດ​ນອນ​ບໍ່​ຫລັບ ເພິ່ນ​ຈຶ່ງ​ໃຫ້​ຂ້າຣາຊການ​ນຳ​ເອົາ​ປຶ້ມ​ບັນທຶກ​ລາຍງານ​ຂອງ​ກະສັດ ມາ​ອ່ານ​ສູ່​ຟັງ.

Uka jalj uñjjattʼäta Copia luraña




ເອສະເທີ 6:1
12 Jak'a apnaqawi uñst'ayäwi  

ອັບຣາຮາມ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ຈັດຕຽມ​ໃຫ້” ແລະ​ຈົນເຖິງ​ທຸກ​ວັນນີ້ ຊາວ​ເມືອງ​ກໍ​ຍັງ​ເວົ້າ​ຕໍ່ໆ​ກັນ​ມາ​ວ່າ, “ເທິງ​ພູ​ຂອງ​ພຣະເຈົ້າຢາເວ​ຜູ້​ຈັດ​ຫາ​ໃຫ້.”


ພາລະກິດ​ອັນ​ສຳຄັນ​ແລະ​ຍິ່ງໃຫຍ່​ທັງໝົດ​ທີ່​ເພິ່ນ​ໄດ້​ກະທຳ ແລະ​ເລື່ອງລາວ​ທັງໝົດ​ຂອງ​ການ​ແຕ່ງຕັ້ງ​ມໍເດໄກ ໃຫ້​ເປັນ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ທາງ​ຣາຊການ​ຂອງ​ບັນດາ​ກະສັດ​ແຫ່ງ​ເປີເຊຍ​ແລະ​ເມເດຍ.


ໃນ​ລະຫວ່າງ​ທີ່​ມໍເດໄກ​ຮັບ​ຕຳແໜ່ງ​ຢູ່​ໃນ​ວັງ​ນັ້ນ​ກໍ​ມີ​ຊາຍ​ຕອນ​ສອງ​ຄົນ​ຄື: ບິກທານ ແລະ​ເຕເຣເຊ ເປັນ​ຄົນ​ເຝົ້າ​ປະຕູ​ຫ້ອງ​ນອນ​ຂອງ​ກະສັດ. ພວກເຂົາ​ເປັນ​ສັດຕູ​ຕໍ່​ກະສັດ​ເຊເຊັດ ແລະ​ວາງແຜນ​ທີ່​ຈະ​ຂ້າ​ເພິ່ນ.


ມໍເດໄກ​ຮູ້​ເລື່ອງ​ນີ້​ຈຶ່ງ​ບອກ​ໃຫ້​ຣາຊີນີ​ເອສະເທີ​ຮູ້​ນຳ ນາງ​ໄດ້​ບອກ​ກະສັດ​ໃນ​ເລື່ອງ​ທີ່​ມໍເດໄກ​ໄດ້​ຮູ້​ນັ້ນ.


ກະສັດ​ໄດ້​ສັ່ງ​ໃຫ້​ມີ​ການ​ສືບສວນ ແລະ​ພົບ​ວ່າ​ຄຳ​ລາຍງານ​ນັ້ນ​ເປັນ​ຄວາມຈິງ; ສະນັ້ນ ຊາຍ​ທັງສອງ​ຈຶ່ງ​ຖືກ​ແຂວນຄໍ​ທີ່​ເທິງ​ຫລັກໄມ້. ແລ້ວ​ກະສັດ​ກໍໄດ້​ສັ່ງ​ໃຫ້​ຈົດ​ເຫດການ​ນີ້​ໄວ້ ເປັນ​ທາງການ​ໃນ​ປຶ້ມ​ບັນທຶກ​ຂອງ​ກະສັດ.


ຖ້າ​ພະຣາຊາ​ເມດຕາ ພໍ​ທີ່​ຈະ​ໃຫ້​ຕາມ​ຄຳ​ຂໍຮ້ອງ​ຂອງ​ຂ້ານ້ອຍ​ໄດ້​ແລ້ວ ຂ້ານ້ອຍ​ຢາກ​ໃຫ້​ທ່ານ​ກັບ​ຮາມານ​ມາ​ເປັນ​ແຂກ​ໃນ​ງານ​ກິນລ້ຽງ ທີ່​ຂ້ານ້ອຍ​ຈະ​ຈັດຂຶ້ນ​ອີກ​ສຳລັບ​ທ່ານ​ໃນ​ມື້ອື່ນ. ໃນ​ເວລາ​ນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ບອກ​ທ່ານ​ວ່າ ຂ້ານ້ອຍ​ຕ້ອງການ​ຫຍັງ.”


ເມື່ອ​ປະຊາຊົນ​ຂອງເຮົາ​ຊອກ​ນໍ້າ​ດື່ມ​ເພາະ​ຫິວ ເມື່ອ​ລຳຄໍ​ຂອງ​ພວກເຂົາ​ແຫ້ງ​ກະຫາຍ​ຫິວນໍ້າ​ດື່ມ; ແລ້ວ​ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ຕອບ​ພວກເຂົາ ເຮົາ​ຄື​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຈັກເທື່ອ.


ເມື່ອ​ເຈົ້າເນບູ​ກາດເນັດຊາ​ເປັນ​ກະສັດ​ໄດ້​ສອງ​ປີ​ແລ້ວ ເພິ່ນ​ກໍ​ຝັນ​ຢ່າງ​ໜຶ່ງ. ຄວາມຝັນ​ນີ້​ເຮັດ​ໃຫ້​ເພິ່ນ​ເປັນທຸກໃຈ​ຈົນ​ນອນ​ບໍ່​ຫລັບ.


ແລ້ວ​ກະສັດ​ກໍ​ກັບຄືນ​ເມືອ​ວັງ​ຂອງຕົນ ແລະ​ນອນ​ບໍ່​ຫລັບ​ທັງຄືນ ທັງ​ບໍ່ໄດ້​ກິນ​ອາຫານ​ຫລື​ບໍ່​ໃຫ້​ມີ​ການ​ມ່ວນຊື່ນ​ລື້ນເລີງ​ໃດໆ.


ແລ້ວ​ຄົນ​ຢຳເກງ​ພຣະເຈົ້າຢາເວ​ກໍໄດ້​ເວົ້າ​ຕໍ່​ກັນແລະກັນ; ພຣະເຈົ້າຢາເວ​ກໍ​ໄດ້ຍິນ ແລະ​ໄດ້​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. ຊ້ອງໜ້າ​ຂອງ​ພຣະອົງ ມີ​ໜັງສື​ເຫຼັ້ມ​ໜຶ່ງ​ຊຶ່ງ​ບັນທຶກ​ຊື່​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ແລະ​ເຄົາຣົບ​ນັບຖື​ພຣະນາມ​ຂອງ​ພຣະອົງ.


ຄວາມ​ຮັ່ງມີ​ຂອງ​ພຣະເຈົ້າ​ກໍ​ມີ​ຢ່າງ​ລົ້ນເຫລືອ ແລະ​ພຣະ​ສະຕິປັນຍາ ທັງ​ຄວາມ​ຮອບຮູ້​ຂອງ​ພຣະອົງ​ກໍ​ແສນ​ເລີດລໍ້າ ການ​ຕັດສິນ​ຂອງ​ພຣະອົງ ກໍ​ເຫຼືອ​ທີ່​ຈະ​ເຂົ້າໃຈ​ໄດ້ ແລະ​ວິທີ​ທາງ​ຂອງ​ພຣະອົງ ກໍ​ເຫຼືອ​ວິໄສ​ທີ່​ຈະ​ຄົ້ນຄວ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka