Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 5:9 - ພຣະຄຳພີສັກສິ

9 ເມື່ອ​ຮາມານ​ອອກ​ຈາກ​ງານ​ກິນລ້ຽງ​ໄປ ລາວ​ກໍ​ດີໃຈ ແລະ​ມີ​ອາຣົມ​ດີ. ແຕ່​ແລ້ວ​ລາວ​ກໍ​ເຫັນ​ມໍເດໄກ​ຢູ່​ທາງ​ເຂົ້າ​ວັງ. ໃນ​ຂະນະທີ່​ລາວ​ຍ່າງ​ຜ່ານ​ໄປ​ນັ້ນ ມໍເດໄກ​ບໍ່ໄດ້​ລຸກ​ຂຶ້ນ ຫລື​ສະແດງ​ຄວາມ​ເຄົາຣົບ​ແຕ່​ຢ່າງໃດ ລາວ​ຈຶ່ງ​ໂກດຮ້າຍ​ມໍເດໄກ​ທີ່ສຸດ.

Uka jalj uñjjattʼäta Copia luraña




ເອສະເທີ 5:9
19 Jak'a apnaqawi uñst'ayäwi  

ກະສັດ​ອາຮາບ​ໄດ້​ກັບ​ເມືອ​ວັງ​ທັງ​ໂສກເສົ້າ​ແລະ​ໂກດຮ້າຍ​ຍ້ອນ​ຄຳເວົ້າ​ຂອງ​ນາໂບດ​ຊາວ​ຢິດຊະເຣນ. ເພິ່ນ​ນອນ​ປິ່ນໜ້າ​ເຂົ້າ​ໃສ່​ຝາ​ເທິງ​ຕຽງ​ທັງ​ບໍ່​ຍອມ​ກິນ​ຫຍັງ​ເລີຍ.


ເພິ່ນ​ຕອບ​ວ່າ, “ຍ້ອນ​ນາໂບດ​ຊາວ​ຢິດຊະເຣນ​ໄດ້​ເວົ້າ​ໃຫ້​ອ້າຍ. ອ້າຍ​ຂໍ​ຊື້​ສວນອະງຸ່ນ​ຈາກ​ລາວ ຫລື​ຖ້າ​ລາວ​ຍິນຍອມ​ອ້າຍ​ກໍ​ຈະ​ເອົາ​ສວນອະງຸ່ນ​ໃໝ່​ປ່ຽນ, ແຕ່​ລາວ​ຕອບ​ວ່າ, ‘ຂ້ານ້ອຍ​ຈະ​ບໍ່​ເອົາ​ສວນອະງຸ່ນ​ຂອງ​ຂ້ານ້ອຍ​ໃຫ້​ທ່ານ.”’


ໃນ​ເວລາ​ດຽວກັນ​ນັ້ນ ກະສັດ​ກໍ​ແຕ່ງຕັ້ງ​ມໍເດໄກ​ໃຫ້​ຮັບ​ຕຳແໜ່ງ​ບໍລິຫານ​ຣາຊການ.


ກະສັດ​ໄດ້​ສັ່ງ​ໃຫ້​ບັນດາ​ຂ້າຣາຊການ​ທັງໝົດ​ຂອງຕົນ ສະແດງ​ຄວາມ​ເຄົາຣົບ​ຕໍ່​ຮາມານ​ໂດຍ​ໃຫ້​ຄຸເຂົ່າ​ກົ້ມຂາບ​ລາວ. ທຸກຄົນ​ກໍໄດ້​ເຮັດ​ຕາມ, ແຕ່​ມໍເດໄກ​ບໍ່ຍອມ​ເຮັດ​ຕາມ.


ເມື່ອ​ຮາມານ​ຮູ້​ວ່າ​ມໍເດໄກ​ບໍ່​ຄຸເຂົ່າ​ກົ້ມຂາບ​ຕົນ ລາວ​ກໍ​ໂກດຮ້າຍ​ຫຼາຍ


ແຕ່​ສິ່ງ​ເຫຼົ່ານີ້​ບໍ່ມີ​ຄວາມໝາຍ​ຫຍັງ​ຕໍ່​ຂ້ອຍ​ດອກ ຕາບໃດ​ທີ່​ຂ້ອຍ​ເຫັນ​ວ່າ​ມໍເດໄກ​ຄົນ​ຢິວ​ຜູ້ນັ້ນ ຍັງ​ນັ່ງ​ຢູ່​ທີ່​ທາງ​ເຂົ້າ​ຂອງ​ວັງ.”


ຄົນຊົ່ວຊ້າ​ນັ້ນ​ຈະ​ມີ​ໄຊຊະນະ​ຢູ່​ຊົ່ວຄາວ ພວກເຂົາ​ຈະ​ພົບ​ຄວາມສຸກ​ໃນ​ໄລຍະ​ສັ້ນໆ​ເທົ່ານັ້ນ.


ທຸກໆ​ຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້ອຍ​ພວກເຂົາ​ຮູ້​ເລື່ອງນີ້​ດີ ວ່າ​ຂ້ອຍ​ມີ​ໃຈ​ຕ້ອນຮັບ​ຄົນ​ແປກໜ້າ​ຢູ່​ເລື້ອຍໆ.


ລາວ​ດູຖູກ​ຄົນ​ທີ່​ພຣະເຈົ້າ​ປະຕິເສດ​ເຂົາ ແຕ່​ໃຫ້ກຽດ​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ. ລາວ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ສະເໝີ ເຖິງ​ວ່າ​ຕົນ​ຈະ​ເປັນ​ຝ່າຍ​ເສຍ​ຜົນປະໂຫຍດ​ກໍຕາມ.


ເຖິງ​ແມ່ນ​ກອງທັບ​ທັງໝົດ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ໂຈມຕີ​ຂ້ານ້ອຍ​ກໍຕາມ ຂ້ານ້ອຍ​ກໍ​ຍັງ​ຈະ​ໄວ້ວາງໃຈ​ໃນ​ພຣະເຈົ້າ.


ດ້ວຍເຫດນີ້ ກະສັດ​ຈຶ່ງ​ໂກດຮ້າຍ​ຫຼາຍ ແລະ​ສັ່ງ​ໃຫ້​ນຳ​ເອົາ​ຊາຍ​ສາມ​ຄົນ​ນັ້ນ​ເຂົ້າ​ມາ​ຫາ​ຕົນ.


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ ພວກ​ໂຫຣາຈານ​ຫລອກລວງ​ຕົນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເບັດເລເຮັມ ແລະ​ໃນ​ເຂດ​ໃກ້ຄຽງ​ຕັ້ງແຕ່​ອາຍຸ​ສອງ​ປີ​ລົງ​ມາ ຕາມ​ເວລາ​ທີ່​ເພິ່ນ​ໄດ້​ພົບ​ກັບ​ພວກ​ໂຫຣາຈານ​ນັ້ນ.


ວິບັດ​ມີ​ແກ່​ພວກເຈົ້າ ທີ່​ອີ່ມ​ເຕັມ​ດຽວ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ອຶດຢາກ ວິບັດ​ມີ​ແກ່​ພວກເຈົ້າ ທີ່​ກຳລັງ​ຫົວ​ ຢູ່​ດຽວ​ນີ້ ເພາະ​ພວກເຈົ້າ​ຈະ​ທຸກໂສກ​ ແລະ​ຮ້ອງ​ໄຫ້.”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ຮ້ອງໄຫ້​ຮໍ່າໄຮ ແຕ່​ໂລກນີ້​ຈະ​ຊົມຊື່ນ​ຍິນດີ, ພວກເຈົ້າ​ຈະ​ໂສກເສົ້າ​ຫລາຍ ແຕ່​ຄວາມ​ໂສກເສົ້າ​ຂອງ​ພວກເຈົ້າ​ຈະ​ກາຍເປັນ​ຄວາມ​ຊົມຊື່ນ​ຍິນດີ.


ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ຊະເຕຟາໂນ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້ ພວກເຂົາ​ກໍ​ໂມໂຫ​ເຕັມທີ ແລະ​ຂົບ​ແຂ້ວ​ຄ້ຽວຟັນ​ໃສ່​ຊະເຕຟາໂນ​ດ້ວຍ​ຄວາມ​ເຈັບແຄ້ນ​ແໜ້ນໃຈ.


ຈົ່ງ​ເປັນ​ທຸກ​ໂສກເສົ້າ ຈົ່ງ​ຮ້ອງໄຫ້​ແລະ​ຮໍ່າໄຮ ໃຫ້​ການ​ຫົວ​ຂອງຕົນ ກັບ​ກາຍເປັນ​ການ​ໂສກເສົ້າ ແລະ​ໃຫ້​ຄວາມ​ຍິນດີ​ກັບ​ກາຍເປັນ​ຄວາມ​ເສົ້າໝອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka