5 ແລ້ວກະສັດກໍໄດ້ສັ່ງຮາມານໃຫ້ເຂົ້າມາພົບໃນທັນທີ ເພື່ອພວກຕົນຈະໄດ້ໄປເປັນແຂກຂອງເອສະເທີ. ແລ້ວກະສັດກັບຮາມານກໍໄດ້ໄປໃນງານກິນລ້ຽງຂອງເອສະເທີ.
ເອສະເທີຕອບວ່າ, “ຂ້າແດ່ພະຣາຊາ ຖ້າທ່ານພໍໃຈ ຂ້ານ້ອຍຢາກໃຫ້ທ່ານ ແລະຮາມານໄປເປັນແຂກໃນງານກິນລ້ຽງທີ່ຂ້ານ້ອຍຈະຈັດຂຶ້ນສຳລັບທ່ານໃນຄືນນີ້.”
ຂະນະທີ່ພວກເຂົາກຳລັງເວົ້າກັນຢູ່ນັ້ນ ຊາຍຕອນຢູ່ໃນວັງກໍມາຮອດ ແລະຟ້າວພາຮາມານໄປໃນງານກິນລ້ຽງຂອງຣາຊີນີເອສະເທີທີ່ໄດ້ຈັດຕຽມໄວ້ແລ້ວ.