4 ເອສະເທີຕອບວ່າ, “ຂ້າແດ່ພະຣາຊາ ຖ້າທ່ານພໍໃຈ ຂ້ານ້ອຍຢາກໃຫ້ທ່ານ ແລະຮາມານໄປເປັນແຂກໃນງານກິນລ້ຽງທີ່ຂ້ານ້ອຍຈະຈັດຂຶ້ນສຳລັບທ່ານໃນຄືນນີ້.”
ອີຊາກຈຶ່ງກ່າວວ່າ, “ຈົ່ງເອົາອາຫານມາໃຫ້ພໍ່ກິນ ເມື່ອກິນແລ້ວພໍ່ຈະອວຍພອນເຈົ້າ.” ຢາໂຄບຈຶ່ງເອົາອາຫານມາໃຫ້ພໍ່ຂອງຕົນກິນ ແລະເອົາເຫຼົ້າອະງຸ່ນໃຫ້ເພິ່ນດື່ມ.
‘ທ່ານເອີຍ ຢາໂຄບຄົນຮັບໃຊ້ຂອງທ່ານກຳລັງເດີນທາງມາຕາມຫລັງ.”’ ຢາໂຄບຄິດວ່າ, “ດ້ວຍຂອງຕ້ອນທີ່ຂ້ອຍສົ່ງໄປໃຫ້ນັ້ນ ລາວຄົງຈະເຫັນໃຈຂ້ອຍ ແລະເມື່ອຂ້ອຍພົບລາວ ບາງທີລາວອາດຈະຍົກໂທດໃຫ້ຂ້ອຍກໍໄດ້.”
ໃນເວລາດຽວກັນນັ້ນ ຣາຊີນີວາຊະຕີກໍໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕຂຶ້ນ ສຳລັບບັນດາຜູ້ຍິງຢູ່ພາຍໃນວັງ.
ຄຳປະກາດທາງຣາຊການໄດ້ຖືກແຈ້ງອອກໄປທົ່ວເມືອງເອກຊູຊາ ພວກຜູ້ນຳຂ່າວກໍແລ່ນນຳເອົາຂ່າວໄປຍັງແຂວງຕ່າງໆຕາມຄຳສັ່ງຂອງກະສັດ. ສ່ວນກະສັດແລະຮາມານກໍນັ່ງດື່ມເຫຼົ້າ ໃນຂະນະທີ່ເມືອງເອກຊູຊາເກີດສັບສົນວຸ້ນວາຍຢູ່ນັ້ນ.
ກະສັດຖາມວ່າ, “ຣາຊີນີເອສະເທີເອີຍ ມີເລື່ອງຫຍັງບໍ? ບອກເຮົາມາເບິ່ງດູວ່າ ເຈົ້າຕ້ອງການຫຍັງ ແລະຢາກຈະໃຫ້ເຮົາເຮັດຫຍັງ ແມ່ນແຕ່ອານາຈັກເຄິ່ງໜຶ່ງເຮົາກໍຍົກໃຫ້ໄດ້.”
ແລ້ວກະສັດກໍໄດ້ສັ່ງຮາມານໃຫ້ເຂົ້າມາພົບໃນທັນທີ ເພື່ອພວກຕົນຈະໄດ້ໄປເປັນແຂກຂອງເອສະເທີ. ແລ້ວກະສັດກັບຮາມານກໍໄດ້ໄປໃນງານກິນລ້ຽງຂອງເອສະເທີ.
ຖ້າພະຣາຊາເມດຕາ ພໍທີ່ຈະໃຫ້ຕາມຄຳຂໍຮ້ອງຂອງຂ້ານ້ອຍໄດ້ແລ້ວ ຂ້ານ້ອຍຢາກໃຫ້ທ່ານກັບຮາມານມາເປັນແຂກໃນງານກິນລ້ຽງ ທີ່ຂ້ານ້ອຍຈະຈັດຂຶ້ນອີກສຳລັບທ່ານໃນມື້ອື່ນ. ໃນເວລານັ້ນ ຂ້ານ້ອຍຈຶ່ງຈະບອກທ່ານວ່າ ຂ້ານ້ອຍຕ້ອງການຫຍັງ.”
ຄວາມສຸກເປັນຂອງຜູ້ທີ່ມີໃຈເຜື່ອແຜ່ແລະໃຫ້ຢືມ ຄືຜູ້ທີ່ດຳເນີນທຸລະກິດດ້ວຍຄວາມສັດຊື່.
ຄົນໂງ່ຈ້າເປັ່ງຄວາມໂມໂຫອອກມາ, ແຕ່ວ່າຄົນທີ່ຢັ້ງຄິດກໍທົນທານແລະອົດທົນໄວ້ໄດ້.
ພີ່ນ້ອງທັງຫລາຍເອີຍ, ຢ່າໃຫ້ຄວາມນຶກຄິດຂອງພວກເຈົ້າເປັນຢ່າງເດັກນ້ອຍ ຝ່າຍຄວາມຊົ່ວ ຈົ່ງເປັນເໝືອນເດັກນ້ອຍອ່ອນ, ແຕ່ຝ່າຍຄວາມນຶກຄິດ ຈົ່ງເປັນຢ່າງຜູ້ແກ່.