Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 5:3 - ພຣະຄຳພີສັກສິ

3 ກະສັດ​ຖາມ​ວ່າ, “ຣາຊີນີ​ເອສະເທີ​ເອີຍ ມີ​ເລື່ອງ​ຫຍັງ​ບໍ? ບອກ​ເຮົາ​ມາ​ເບິ່ງດູ​ວ່າ ເຈົ້າ​ຕ້ອງການ​ຫຍັງ ແລະ​ຢາກ​ຈະ​ໃຫ້​ເຮົາ​ເຮັດ​ຫຍັງ ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ເຮົາ​ກໍ​ຍົກ​ໃຫ້​ໄດ້.”

Uka jalj uñjjattʼäta Copia luraña




ເອສະເທີ 5:3
11 Jak'a apnaqawi uñst'ayäwi  

ຣາຊິນີ​ກ່າວ​ວ່າ, “ແມ່​ຢາກ​ຂໍຮ້ອງ​ລູກ​ສິ່ງ​ນ້ອຍໆ​ພຽງ​ສິ່ງ​ໜຶ່ງ; ຂໍ​ລູກ​ຢ່າ​ປະຕິເສດ​ແມ່​ເລີຍ.” ເພິ່ນ​ຖາມ​ວ່າ, “ແມ່​ຢາກ​ຂໍ​ຫຍັງ? ລູກ​ຈະ​ບໍ່​ປະຕິເສດ​ແມ່​ດອກ.”


ໃນຄືນນັ້ນ ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ເພິ່ນ​ທາງ​ຄວາມຝັນ ແລະ​ຖາມ​ເພິ່ນ​ວ່າ, “ເຈົ້າ​ຢາກ​ໄດ້​ຫຍັງ​ຈາກ​ເຮົາ?”


ກະສັດ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ສະຫວັນ


ເອສະເທີ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ຂ້ານ້ອຍ​ຢາກ​ໃຫ້​ທ່ານ ແລະ​ຮາມານ​ໄປ​ເປັນ​ແຂກ​ໃນ​ງານກິນລ້ຽງ​ທີ່​ຂ້ານ້ອຍ​ຈະ​ຈັດຂຶ້ນ​ສຳລັບ​ທ່ານ​ໃນ​ຄືນນີ້.”


ກະສັດ​ຖາມ​ນາງ​ໃນ​ເວລາ​ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ​ວ່າ, “ບອກ​ເຮົາ​ມາ​ດູ​ວ່າ​ເຈົ້າ​ຢາກ​ໄດ້​ຫຍັງ? ແລະ​ເຈົ້າ​ຈະ​ໄດ້​ຮັບ. ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ຂໍຮ້ອງ ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້.”


ໃນ​ວັນ​ທີ​ສອງ, ຂະນະທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ ກະສັດ​ກໍ​ຖາມ​ນາງ​ອີກ​ວ່າ, “ບັດນີ້​ຣາຊີນີ​ເອສະເທີ​ເອີຍ ເຈົ້າ​ຢາກ​ໄດ້​ຫຍັງ? ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ ແລະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ. ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ເຮົາ​ກໍ​ຈະ​ມອບ​ໃຫ້​ເຈົ້າ​ໄດ້.”


ແລ້ວ​ກະສັດ​ກໍໄດ້​ບອກ​ຣາຊີນີ​ເອສະເທີ​ວ່າ, “ພຽງແຕ່​ໃນ​ເມືອງ​ຊູຊາ ພວກ​ຢິວ​ໄດ້​ຂ້າ​ຫ້າຮ້ອຍ​ຄົນ ລວມ​ທັງ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ​ດ້ວຍ ແລະ​ຢູ່​ຕາມ​ແຂວງ​ຕ່າງໆ ພວກເຂົາ​ຈະ​ເຮັດ​ຢ່າງ​ໃດ​ນໍ ບັດນີ້​ເຈົ້າ​ຢາກ​ໄດ້​ຫຍັງ​ແດ່? ແລະ​ເຈົ້າ​ກໍ​ຈະ​ໄດ້​ຕາມໃຈ​ມັກ. ບອກ​ເຮົາ​ມາ​ອີກ​ດູ​ວ່າ​ເຈົ້າ​ຢາກ​ໄດ້​ຫຍັງ ແລະ​ເຈົ້າ​ກໍ​ຈະ​ໄດ້​ສິ່ງນັ້ນ.”


ແລ້ວ​ເພິ່ນ​ກໍ​ສາບານ​ປະຕິຍານ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ​ມາ ແມ່ນແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງເຮົາ.”


“ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ເຈົ້າ?” ລາວ​ຕອບ​ວ່າ, “ທ່ານເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ເຫັນຮຸ່ງ​ແດ່ທ້ອນ.”


ນາຍພັນ​ຈຶ່ງ​ຈູງ​ມື​ຊາຍ​ໜຸ່ມ​ນັ້ນ​ໄປ​ຕ່າງຫາກ ແລະ​ຖາມ​ລາວ​ວ່າ, “ເຈົ້າ​ມີ​ເລື່ອງ​ຫຍັງ​ຈະແຈ້ງ​ໃຫ້​ຂ້ອຍ​ຮູ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka