Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 5:11 - ພຣະຄຳພີສັກສິ

11 ລາວ​ໄດ້​ເວົ້າ​ອວດ​ຕໍ່​ພວກເຂົາ​ວ່າ ຕົນ​ເປັນ​ຄົນ​ຮັ່ງມີ​ແລະ​ມີ​ລູກຊາຍ​ຫລາຍ​ຄົນ ແລະ​ວ່າ​ກະສັດ​ໄດ້​ແຕ່ງຕັ້ງ​ຕົນ​ໃຫ້​ເປັນ​ຂ້າຣາຊການ​ຊັ້ນສູງ ແລະ​ບອກ​ວ່າ​ຕົນ​ເປັນ​ຄົນ​ສຳຄັນ​ກວ່າ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ.

Uka jalj uñjjattʼäta Copia luraña




ເອສະເທີ 5:11
19 Jak'a apnaqawi uñst'ayäwi  

ຢາໂຄບ​ໄດ້ຍິນ​ພວກ​ລູກຊາຍ​ຂອງ​ລາບານ​ເວົ້າ​ວ່າ, “ຢາໂຄບ​ໄດ້​ເອົາ​ຊັບສົມບັດ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ. ຊັບສົມບັດ​ທັງໝົດ​ທີ່​ລາວ​ມີ​ນັ້ນ​ເປັນ​ຂອງ​ພໍ່​ພວກເຮົາ.”


ເປັນ​ເວລາ​ຫົກ​ເດືອນ​ເຕັມ ທີ່​ເພິ່ນ​ໄດ້​ສະແດງ​ຄວາມຮັ່ງມີ​ຂອງ​ສຳນັກ​ແຫ່ງ​ຈັກກະພັດ ຕະຫລອດ​ທັງ​ຄວາມ​ງົດງາມ ແລະ​ການ​ຄອງ​ອຳນາດ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ​ໄດ້​ເຫັນ.


ໃນ​ເວລາ​ຕໍ່ມາ ກະສັດ​ເຊເຊັດ​ໄດ້​ເລື່ອນຊັ້ນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຮາມານ​ເປັນ​ລູກຊາຍ​ຂອງ​ຮາມເມດາທາ ເປັນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາກັກ. ໃຫ້​ມີ​ຕຳແໜ່ງ​ສູງຂື້ນ​ແລະ​ໃຫ້​ນັ່ງ​ສູງ​ກວ່າ​ເຈົ້ານາຍ​ທັງຫລາຍ​ທີ່​ຢູ່​ນຳກັນ.


ແລ້ວ​ມໍເດໄກ​ກໍ​ອອກ​ຈາກ​ວັງ. ລາວ​ນຸ່ງ​ເສື້ອ​ລ່າມ​ສີຟ້າ ແລະ​ສີຂາວ​ຂອງ​ກະສັດ ແລະ​ເສື້ອ​ຄຸມ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ສີມ່ວງ​ເນື້ອ​ລະອຽດ​ດີ​ທັງ​ສວມ​ມົງກຸດ​ຄຳ​ອັນ​ງົດງາມ. ແລ້ວ​ຄົນ​ຕາມ​ຖະໜົນ​ໃນ​ນະຄອນ​ຊູຊາ ຕ່າງ​ກໍ​ຮ້ອງໂຮ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ເມື່ອ​ຖືກ​ຄົນຊົ່ວຮ້າຍ​ຜູ້​ທີ່​ວາງໃຈ​ໃນ​ຄວາມຮັ່ງມີ ອວດດີ​ໃນ​ຊັບສິນ​ອັນ​ໃຫຍ່ໂຕ​ຂອງ​ເຂົາເຈົ້າ.


ຄົນ​ຜູ້ໜຶ່ງ​ໄຖ່​ເອົາ​ຊີວິດ​ຂອງ​ຕົນເອງ​ບໍ່ໄດ້​ເລີຍ ຈ່າຍ​ຄ່າ​ຊີວິດ​ໃຫ້​ພຣະເຈົ້າ​ບໍ່ໄດ້​ຈັກເທື່ອ


ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຈະ​ປະກາດ​ພຣະນາມ​ຂອງ​ພຣະອົງ​ອົງ​ຊົງຄຸນ​ຄວາມດີ ຢູ່​ຊ້ອງໜ້າ​ປະຊາຊົນ​ຂອງ​ພຣະອົງ.


ເພິ່ນ​ເວົ້າ​ອວດ​ວ່າ, “ຜູ້​ບັນຊາການ​ທະຫານ​ທຸກຄົນ​ຂອງເຮົາ ລ້ວນແຕ່​ເປັນ​ກະສັດ​ທັງນັ້ນ


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ພວກ​ສາວົກ​ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ຄຳ​ເວົ້າ​ຂອງ​ພຣະອົງ ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ລູກ​ທັງຫລາຍ​ເອີຍ, ທີ່​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍາກ​ແທ້


ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka