10 ແຕ່ລາວໄດ້ລະງັບຕົວເອງໄວ້ ແລະຍ່າງເມືອເຮືອນ. ແລ້ວລາວກໍເຊີນເອົາໝູ່ຂອງລາວມາທີ່ເຮືອນ ແລະຂໍໃຫ້ນາງເຊເຣເຊເມຍຂອງຕົນ ມາຮ່ວມນຳພວກເຂົາດ້ວຍ.
ໂຢເຊັບບໍ່ສາມາດອົດກັ້ນນໍ້າຕາໄວ້ໄດ້ຕໍ່ໜ້າຄົນຮັບໃຊ້ຂອງຕົນ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ພວກເຂົາທັງໝົດອອກໄປຈາກຫ້ອງ. ເມື່ອໂຢເຊັບບອກພວກອ້າຍນ້ອງຂອງຕົນວ່າ ເພິ່ນແມ່ນໃຜນັ້ນ; ບໍ່ມີຄົນອື່ນຢູ່ໃນທີ່ນັ້ນເລີຍ.
ລາວໄດ້ເວົ້າອວດຕໍ່ພວກເຂົາວ່າ ຕົນເປັນຄົນຮັ່ງມີແລະມີລູກຊາຍຫລາຍຄົນ ແລະວ່າກະສັດໄດ້ແຕ່ງຕັ້ງຕົນໃຫ້ເປັນຂ້າຣາຊການຊັ້ນສູງ ແລະບອກວ່າຕົນເປັນຄົນສຳຄັນກວ່າຂ້າຣາຊການຄົນອື່ນໆຂອງກະສັດ.
ລາວໄດ້ບອກສິ່ງທີ່ໄດ້ເກີດຂຶ້ນທັງໝົດແກ່ເມຍ ແລະໝູ່ເພື່ອນຂອງລາວ. ແລ້ວເມຍລາວພ້ອມທັງໝູ່ເພື່ອນຜູ້ທີ່ສະຫລາດກໍບອກລາວວ່າ, “ທ່ານກຳລັງສູນເສຍອຳນາດໃຫ້ແກ່ມໍເດໄກ. ລາວເປັນຄົນຢິວ ທ່ານຈະເອົາຊະນະລາວບໍ່ໄດ້ດອກ. ລາວຈະຕ້ອງເອົາຊະນະທ່ານຢ່າງແນ່ນອນ.”
ຈົ່ງລະງັບຄວາມໂມໂຫຂອງເຈົ້າໄວ້ ເພາະຄົນໂງ່ຈ້ານັ້ນມີຄວາມໂກດແຄ້ນຢູ່ໃນໃຈ.