ເອສະເທີ 5:1 - ພຣະຄຳພີສັກສິ1 ໃນວັນທີສາມ ທີ່ຣາຊີນີເອສະເທີຖືສິນອົດອາຫານ ຣາຊີນີໄດ້ນຸ່ງຊຸດຣາຊີນີອອກໄປຢືນຢູ່ໃນເດີ່ນຂອງວັງ ແລະຫັນໜ້າໄປທາງຫ້ອງບັນລັງ. ສ່ວນກະສັດກໍນັ່ງເທິງບັນລັງຂ້າງໃນ ແລະຫັນໜ້າໄປສູ່ທາງເຂົ້າ. Uka jalj uñjjattʼäta |
“ຖ້າຜູ້ໃດຜູ້ໜຶ່ງ ບໍ່ວ່າຊາຍຫລືຍິງທີ່ເຂົ້າໄປໃນເດີ່ນຂອງວັງ ເພື່ອພົບກະສັດໂດຍບໍ່ໄດ້ຖືກເອີ້ນມາ ຈະຕ້ອງຕາຍ. ນັ້ນແຫລະ ຄືກົດໝາຍ; ທຸກໆຄົນນັບຕັ້ງແຕ່ພວກທີ່ປຶກສາຂອງກະສັດ ຈົນເຖິງປະຊາຊົນຕາມແຂວງຕ່າງໆ ກໍຮູ້ຈັກກົດໝາຍນີ້. ມີທາງດຽວທີ່ເວັ້ນຈາກກົດໝາຍນີ້ໄດ້ ຄືຖ້າກະສັດຍື່ນໄມ້ຄ້ອນເທົ້າຄຳຂອງເພິ່ນໃສ່ຜູ້ໃດ ເພິ່ນຈະໄວ້ຊີວິດຂອງຜູ້ນັ້ນ. ແຕ່ເປັນເວລາໜຶ່ງເດືອນແລ້ວ ທີ່ກະສັດບໍ່ໄດ້ເອີ້ນຂ້ອຍເຂົ້າໄປຫາເພິ່ນ.”
“ຈົ່ງໄປທ້ອນໂຮມເອົາພວກຢິວໃນນະຄອນຊູຊາ; ໃຫ້ພາກັນຖືສິນອົດອາຫານ ແລະພາວັນນາອະທິຖານເພື່ອຂ້ອຍ. ຢ່າກິນ ຫລືດື່ມຫຍັງພາຍໃນສາມວັນສາມຄືນ. ຂ້ອຍກັບສາວໃຊ້ຂອງຂ້ອຍກໍຈະປະຕິບັດຢ່າງດຽວກັນ. ຫລັງຈາກນີ້ຂ້ອຍຈະໄປຫາກະສັດ ເຖິງແມ່ນວ່າຈະເປັນການຝ່າຝືນກົດໝາຍກໍຕາມ. ຖ້າຂ້ອຍຕາຍຍ້ອນກະທຳເຊັ່ນນີ້ ຂ້ອຍກໍຍອມ.”