Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 4:8 - ພຣະຄຳພີສັກສິ

8 ລາວ​ຍັງ​ເອົາ​ສຳເນົາ​ຄຳ​ປະກາດ​ສັ່ງ​ທຳລາຍ​ລ້າງຜານ​ຊາວຢິວ ທີ່​ອອກ​ດຳລັດ​ໃນ​ນະຄອນ​ຊູຊາ​ໃຫ້​ຮາທາດ. ມໍເດໄກ​ຂໍ​ລາວ​ໃຫ້​ຖື​ເອົາ​ສຳເນົາ​ຄຳ​ປະກາດ​ນັ້ນ​ໄປ​ຫາ​ເອສະເທີ ແລະ​ອະທິບາຍ​ສະຖານະການ​ສູ່​ນາງ​ຟັງ ແລະ​ບອກ​ນາງ​ໄປ​ຂໍຮ້ອງ​ນຳ​ກະສັດ​ໃຫ້​ເມດຕາ​ຊົນຊາດ​ຂອງ​ນາງ.

Uka jalj uñjjattʼäta Copia luraña




ເອສະເທີ 4:8
14 Jak'a apnaqawi uñst'ayäwi  

ສ່ວນ​ເອສະເທີ ນາງ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຜູ້ໃດ​ຮູ້​ວ່າ​ຕົນ​ເປັນ​ຄົນ​ຢິວ. ມໍເດໄກ​ບອກ​ນາງ​ບໍ່​ໃຫ້​ບອກ​ຜູ້ໃດ​ໝົດ ແລະ​ນາງ​ກໍ​ຟັງຄວາມ​ຂອງ​ມໍເດໄກ​ໃນ​ເລື່ອງ​ນີ້ ດັ່ງ​ນາງ​ໄດ້​ເຄີຍ​ຟັງຄວາມ​ຂອງ​ລາວ​ມາ​ຕັ້ງແຕ່​ຍັງ​ນ້ອຍ ໃນ​ຄາວ​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ລາວ​ນັ້ນ.


ຮາທາດ​ໄດ້​ປະຕິບັດ​ຕາມ


ຂ້ານ້ອຍ​ຈະ​ທົນ​ຢູ່​ໄດ້​ຢ່າງໃດ ຖ້າ​ຄວາມພິນາດ​ນີ້​ມາ​ເຖິງ​ຊົນຊາດ​ຂອງ​ຂ້ານ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ຕ້ອງ​ຖືກ​ຂ້າ?”


ສິ່ງ​ທີ່​ຂ້ອຍ​ພໍເຮັດໄດ້​ເຖິງ​ແມ່ນ​ບໍ່ມີ​ຄວາມຜິດ ຄື​ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ຜູ້​ພິພາກສາ​ຂ້ອຍ.


ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ຄວາມ​ສະຫງົບສຸກ “ຈົ່ງ​ຈະເລີນ​ເທີ້ນ​ທຸກຄົນ​ທີ່​ຮັກ​ນະຄອນ​ເຢຣູຊາເລັມ​ເອີຍ


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


ຖ້າ​ຜູ້​ເປັນ​ນາຍ​ຂອງເຈົ້າ​ໃຈຮ້າຍ​ໃຫ້​ເຈົ້າ ຢ່າ​ສູ່​ຟ້າວ​ຍື່ນ​ໃບ​ລາອອກ ຖ້າ​ເຈົ້າ​ມິດງຽບ​ເສີຍຢູ່ ຄວາມ​ຜິດພາດ​ອັນ​ໃຫຍ່ຫລວງ​ອາດ​ຈະ​ໄດ້​ຮັບ​ການອະໄພ​ໃຫ້​ກໍໄດ້.


ໃນ​ຂະນະ​ນັ້ນ ເຮໂຣດ​ໄດ້​ເກີດ​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊາວ​ຕີເຣ ແລະ​ຊາວ​ຊີໂດນ​ຫລາຍ​ທີ່ສຸດ, ແຕ່​ຊາວ​ເມືອງ​ເຫຼົ່ານັ້ນ​ໄດ້​ຕົກລົງ​ກັນ​ມາ​ພົບ​ເພິ່ນ, ໂດຍ​ມີ​ບຣາຊະໂຕ​ຜູ້​ຮັບຜິດຊອບ​ວັງ​ຂອງ​ກະສັດ​ເປັນ​ເພື່ອນ​ພວກເຂົາ, ຈຶ່ງ​ໄດ້​ໄປ​ຂໍ​ໃຫ້​ກະສັດ​ເຮໂຣດ​ສ້າງ​ຄວາມ​ເປັນ​ມິດໄມຕຼີ​ກັບ​ພວກເຂົາ ເພາະ​ເມືອງ​ຂອງ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ແຜ່ນດິນ​ຂອງ​ເພິ່ນ.


ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ


ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka