Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 4:6 - ພຣະຄຳພີສັກສິ

6 ຮາທາດ​ກໍ​ໄປ​ຫາ​ມໍເດໄກ​ທີ່​ສີ່ແຍກ​ກາງເມືອງ​ທາງ​ເຂົ້າ​ວັງ.

Uka jalj uñjjattʼäta Copia luraña




ເອສະເທີ 4:6
5 Jak'a apnaqawi uñst'ayäwi  

ທົ່ວ​ທຸກ​ແຂວງ ບ່ອນ​ໃດ​ທີ່​ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງ​ກະສັດ ກໍ​ມີ​ສຽງ​ຮ້ອງໄຫ້​ໄວ້ທຸກ​ຢູ່​ໃນ​ທ່າມ​ກາງ​ຊາວຢິວ. ພວກເຂົາ​ອົດອາຫານ ຮ້ອງໄຫ້, ຄໍ່າຄວນ ແລະ​ເກືອບ​ທຸກຄົນ​ໃນ​ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ນອນ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ.


ແລ້ວ​ນາງ​ກໍ​ເອີ້ນ​ເອົາ​ຮາທາດ​ມາ​ພົບ ຄື​ຊາຍ​ຕອນ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ກະສັດ​ໃຫ້​ເປັນ​ຄົນ​ຮັບໃຊ້​ຂອງ​ນາງ. ນາງ​ໄດ້​ບອກ​ໃຫ້​ລາວ​ໄປ​ຖາມ​ມໍເດໄກ​ເບິ່ງ​ວ່າ ມີ​ເລື່ອງ​ຫຍັງ​ເກີດຂຶ້ນ ແລະ​ດ້ວຍເຫດໃດ.


ມໍເດໄກ​ໄດ້​ບອກ​ລາວ​ທຸກສິ່ງ​ຕາມ​ທີ່​ເກີດຂຶ້ນ​ນັ້ນ ແລະ​ບອກ​ເຖິງ​ຈຳນວນ​ເງິນ​ທີ່​ຮາມານ​ໄດ້​ສັນຍາ​ຈະ​ໃສ່​ໃນ​ຄັງ​ຫລວງ ຖ້າ​ຊາວຢິວ​ທຸກຄົນ​ຖືກ​ຂ້າ.


ໃນ​ວັນ​ທີ​ສອງ, ຂະນະທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ ກະສັດ​ກໍ​ຖາມ​ນາງ​ອີກ​ວ່າ, “ບັດນີ້​ຣາຊີນີ​ເອສະເທີ​ເອີຍ ເຈົ້າ​ຢາກ​ໄດ້​ຫຍັງ? ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ ແລະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ. ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ເຮົາ​ກໍ​ຈະ​ມອບ​ໃຫ້​ເຈົ້າ​ໄດ້.”


ແລ້ວ​ກະສັດ​ກໍໄດ້​ບອກ​ຣາຊີນີ​ເອສະເທີ​ວ່າ, “ພຽງແຕ່​ໃນ​ເມືອງ​ຊູຊາ ພວກ​ຢິວ​ໄດ້​ຂ້າ​ຫ້າຮ້ອຍ​ຄົນ ລວມ​ທັງ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ​ດ້ວຍ ແລະ​ຢູ່​ຕາມ​ແຂວງ​ຕ່າງໆ ພວກເຂົາ​ຈະ​ເຮັດ​ຢ່າງ​ໃດ​ນໍ ບັດນີ້​ເຈົ້າ​ຢາກ​ໄດ້​ຫຍັງ​ແດ່? ແລະ​ເຈົ້າ​ກໍ​ຈະ​ໄດ້​ຕາມໃຈ​ມັກ. ບອກ​ເຮົາ​ມາ​ອີກ​ດູ​ວ່າ​ເຈົ້າ​ຢາກ​ໄດ້​ຫຍັງ ແລະ​ເຈົ້າ​ກໍ​ຈະ​ໄດ້​ສິ່ງນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka