5 ແລ້ວນາງກໍເອີ້ນເອົາຮາທາດມາພົບ ຄືຊາຍຕອນຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກກະສັດໃຫ້ເປັນຄົນຮັບໃຊ້ຂອງນາງ. ນາງໄດ້ບອກໃຫ້ລາວໄປຖາມມໍເດໄກເບິ່ງວ່າ ມີເລື່ອງຫຍັງເກີດຂຶ້ນ ແລະດ້ວຍເຫດໃດ.
ໃນມື້ທີເຈັດຂອງງານກິນລ້ຽງ ກະສັດມີອາຣົມເບີກບານມ່ວນຊື່ນ ຍ້ອນເຫຼົ້າອະງຸ່ນທີ່ເພິ່ນໄດ້ດື່ມ. ສະນັ້ນ ເພິ່ນຈຶ່ງເອີ້ນເອົາຊາຍຕອນເຈັດຄົນ ທີ່ເປັນຄົນຮັບໃຊ້ສ່ວນຕົວຂອງຕົນມາ ດັ່ງນີ້: ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະກາກກັດ.
ແຕ່ເມື່ອບັນດາຄົນຮັບໃຊ້ບອກຣາຊີນີຕາມຄຳສັ່ງຂອງກະສັດແລ້ວ ຍານາງກໍປະຕິເສດທີ່ຈະມາ. ເລື່ອງນີ້ໄດ້ເຮັດໃຫ້ກະສັດຄຽດຮ້າຍຢ່າງໜັກ.
ແລະເອສະເທີກໍໃຫ້ລາວນຳເອົາຖ້ອຍຄຳ ຄືນມາບອກມໍເດໄກວ່າ:
ເມື່ອສາວໃຊ້ຂອງນາງເອສະເທີ ແລະພວກຊາຍຕອນໄດ້ມາບອກເອສະເທີເຖິງສິ່ງທີ່ມໍເດໄກກຳລັງກະທຳ ນາງກໍເປັນທຸກໃຈຫລາຍ. ນາງໄດ້ສົ່ງເຄື່ອງນຸ່ງໄປໃຫ້ມໍເດໄກໃສ່ແທນຜ້າກະສອບເຂົ້າ ແຕ່ລາວບໍ່ຍອມຮັບ.
ຮາທາດກໍໄປຫາມໍເດໄກທີ່ສີ່ແຍກກາງເມືອງທາງເຂົ້າວັງ.
ຮາທາດໄດ້ປະຕິບັດຕາມ
ຈົ່ງຊົມຊື່ນຍິນດີ ກັບຜູ້ທີ່ຊົມຊື່ນຍິນດີ ຈົ່ງຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້.
ຖ້າອະໄວຍະວະອັນໜຶ່ງເຈັບ ອະໄວຍະວະທັງໝົດກໍເຈັບດ້ວຍກັນ ຖ້າອະໄວຍະວະອັນໜຶ່ງໄດ້ຮັບກຽດ ອະໄວຍະວະທັງໝົດກໍຊົມຊື່ນຍິນດີດ້ວຍກັນ.
ຢ່າໃຫ້ຜູ້ໃດເຫັນແກ່ຜົນປະໂຫຍດຂອງຕົນແຕ່ຝ່າຍດຽວ, ແຕ່ຈົ່ງຄິດເຖິງຜົນປະໂຫຍດຂອງຄົນອື່ນດ້ວຍ.
ເພາະວ່າ ພວກເຮົາບໍ່ໄດ້ມີມະຫາປະໂຣຫິດ ທີ່ບໍ່ສາມາດຈະເຫັນໃຈໃນຄວາມອ່ອນແອຂອງພວກເຮົາ, ແຕ່ມີຕົນໜຶ່ງທີ່ຊົງຖືກທົດລອງເໝືອນຢ່າງເຮົາທຸກປະການ, ເຖິງປານນັ້ນ ພຣະອົງກໍຍັງບໍ່ມີບາບ.