Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 4:4 - ພຣະຄຳພີສັກສິ

4 ເມື່ອ​ສາວໃຊ້​ຂອງ​ນາງ​ເອສະເທີ ແລະ​ພວກ​ຊາຍ​ຕອນ​ໄດ້​ມາ​ບອກ​ເອສະເທີ​ເຖິງ​ສິ່ງ​ທີ່​ມໍເດໄກ​ກຳລັງ​ກະທຳ ນາງ​ກໍ​ເປັນທຸກໃຈ​ຫລາຍ. ນາງ​ໄດ້​ສົ່ງ​ເຄື່ອງນຸ່ງ​ໄປ​ໃຫ້​ມໍເດໄກ​ໃສ່​ແທນ​ຜ້າ​ກະສອບເຂົ້າ ແຕ່​ລາວ​ບໍ່​ຍອມ​ຮັບ.

Uka jalj uñjjattʼäta Copia luraña




ເອສະເທີ 4:4
10 Jak'a apnaqawi uñst'ayäwi  

ລູກຊາຍ​ແລະ​ລູກສາວ​ຕ່າງ​ກໍ​ເລົ້າໂລມ​ເພິ່ນ, ແຕ່​ເພິ່ນ​ບໍ່​ຟັງ​ໃຜ​ໝົດ ແລະ​ເວົ້າ​ວ່າ, “ຂ້ອຍ​ຈະ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຂ້ອຍ ຈົນກວ່າ​ຈະ​ຕາຍ​ຕາມ​ລາວ​ໄປ.” ສະນັ້ນ ເພິ່ນ​ຈຶ່ງ​ສືບຕໍ່​ໄວ້ທຸກ​ໃຫ້​ແກ່​ໂຢເຊັບ​ລູກຊາຍ​ຂອງຕົນ.


ເຢຮູ​ຫລຽວ​ຂຶ້ນ​ໄປ ແລະ​ຮ້ອງ​ໃສ່​ວ່າ, “ແມ່ນ​ໃຜ​ຢູ່​ຝ່າຍ​ຂ້າພະເຈົ້າ​ແດ່?” ໃນ​ຂະນະນັ້ນ ໄດ້​ມີ​ຊາຍ​ຕອນ​ສອງ​ສາມ​ຄົນ​ໄດ້​ຫລຽວເບິ່ງ​ລາວ​ທາງ​ປ່ອງຢ້ຽມ.


ແຕ່​ເມື່ອ​ບັນດາ​ຄົນ​ຮັບໃຊ້​ບອກ​ຣາຊີນີ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລ້ວ ຍານາງ​ກໍ​ປະຕິເສດ​ທີ່​ຈະ​ມາ. ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ກະສັດ​ຄຽດຮ້າຍ​ຢ່າງໜັກ.


ທົ່ວ​ທຸກ​ແຂວງ ບ່ອນ​ໃດ​ທີ່​ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງ​ກະສັດ ກໍ​ມີ​ສຽງ​ຮ້ອງໄຫ້​ໄວ້ທຸກ​ຢູ່​ໃນ​ທ່າມ​ກາງ​ຊາວຢິວ. ພວກເຂົາ​ອົດອາຫານ ຮ້ອງໄຫ້, ຄໍ່າຄວນ ແລະ​ເກືອບ​ທຸກຄົນ​ໃນ​ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ນອນ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ.


ແລ້ວ​ນາງ​ກໍ​ເອີ້ນ​ເອົາ​ຮາທາດ​ມາ​ພົບ ຄື​ຊາຍ​ຕອນ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ກະສັດ​ໃຫ້​ເປັນ​ຄົນ​ຮັບໃຊ້​ຂອງ​ນາງ. ນາງ​ໄດ້​ບອກ​ໃຫ້​ລາວ​ໄປ​ຖາມ​ມໍເດໄກ​ເບິ່ງ​ວ່າ ມີ​ເລື່ອງ​ຫຍັງ​ເກີດຂຶ້ນ ແລະ​ດ້ວຍເຫດໃດ.


ເມື່ອ​ຢູ່​ໃນ​ຄາວ​ລຳບາກ​ເດືອດຮ້ອນ​ຂັດສົນ ຂ້ານ້ອຍ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ທັງຄືນ ແຕ່​ຄວາມ​ເລົ້າໂລມ​ໃຈ​ກໍ​ບໍ່​ເຫັນ​ມາ​ປານ​ນີ້.


ເມື່ອ​ຄົນຕ່າງດ້າວ​ຜູ້ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ລາວ​ຈະ​ບໍ່ໄດ້​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຈະ​ບໍ່​ໃຫ້​ຂ້ອຍ ນະມັດສະການ​ກັບ​ປະຊາຊົນ​ຂອງ​ພຣະອົງ.” ຊາຍ​ກະເທີຍ​ຄົນ​ໜຶ່ງ​ບໍ່​ຕ້ອງ​ຄິດ​ເລີຍ​ວ່າ​ເພາະ​ຕົນ​ມີ​ລູກ​ບໍ່ໄດ້ ຈຶ່ງ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ບໍ່ໄດ້.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ມີ​ສຽງ​ໜຶ່ງ​ໃນ​ຣາມາ ສຽງ​ຮ້ອງໄຫ້​ຄວນຄາງ​ຢ່າງ​ລະທົມ​ຂົມຂື່ນ ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ໃຫ້​ລູກໆ​ຂອງຕົນ ທີ່​ໄດ້​ເສຍໄປ ຈຶ່ງ​ບໍ່​ຟັງ​ຄຳ​ປອບໃຈ​ໃດໆ​ທັງນັ້ນ.”


ດັ່ງນັ້ນ ທ່ານ​ຈຶ່ງ​ລຸກ​ຂຶ້ນ​ເດີນທາງ​ໄປ ແລະ​ເບິ່ງແມ! ມີ​ໄທ​ເອທີໂອເປຍ​ຄົນ​ໜຶ່ງ​ເປັນ​ກະເທີຍ ເປັນ​ຂ້າຣາຊການ​ຊັ້ນ​ສູງ​ຂອງ​ກັນເດກາ ຄື​ຣາຊີນີ​ຂອງ​ຊາວ​ເອທີໂອເປຍ ເປັນ​ນາຍ​ຄັງ​ຊັບ​ທັງໝົດ​ຂອງ​ຣາຊີນີ ເພິ່ນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນະມັດສະການ.


ເພິ່ນ​ຈະ​ຫັກ​ເອົາ​ໜຶ່ງສ່ວນສິບ​ຂອງ​ເຂົ້າ​ສາລີ​ແລະ​ໝາກອະງຸ່ນ​ຂອງ​ພວກເຈົ້າ ສຳລັບ​ນາຍ​ທະຫານ​ປະຈຳວັງ​ແລະ​ສຳລັບ​ຂ້າຣາຊການ​ຄົນອື່ນໆ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka