Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 4:3 - ພຣະຄຳພີສັກສິ

3 ທົ່ວ​ທຸກ​ແຂວງ ບ່ອນ​ໃດ​ທີ່​ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງ​ກະສັດ ກໍ​ມີ​ສຽງ​ຮ້ອງໄຫ້​ໄວ້ທຸກ​ຢູ່​ໃນ​ທ່າມ​ກາງ​ຊາວຢິວ. ພວກເຂົາ​ອົດອາຫານ ຮ້ອງໄຫ້, ຄໍ່າຄວນ ແລະ​ເກືອບ​ທຸກຄົນ​ໃນ​ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ນອນ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ.

Uka jalj uñjjattʼäta Copia luraña




ເອສະເທີ 4:3
20 Jak'a apnaqawi uñst'ayäwi  

ເຫດການ​ຊຶ່ງ​ມີ​ກ່າວ​ໃນ​ທີ່​ນີ້​ແມ່ນ​ເກີດຂຶ້ນ​ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ຜູ້​ທີ່​ໄດ້​ປົກຄອງ 127 ແຂວງ ຕັ້ງແຕ່​ອິນເດຍ​ເຖິງ​ຊູດານ.


ດັ່ງນັ້ນ ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ທີໜຶ່ງ ຮາມານ​ຈຶ່ງ​ເອີ້ນ​ພວກ​ເລຂາທິການ​ຂອງ​ກະສັດ​ມາ ແລະ​ໃຫ້​ພວກເຂົາ​ຂຽນ ແລະ​ແປ​ປະກາດ​ນັ້ນ​ອອກ​ເປັນ​ຫລາຍ​ພາສາ ຕາມ​ແບບ​ຂຽນ​ທີ່​ມີ​ໃຊ້​ໃນ​ອານາຈັກ ແລະ​ສົ່ງ​ໃຫ້​ພວກ​ຜູ້ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ທຸກຄົນ. ປະກາດ​ນີ້​ໄດ້​ອອກ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບຕາ​ໃສ່​ດ້ວຍ​ແຫວນ​ຂອງ​ເພິ່ນ.


“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ຈົນ​ມາ​ຮອດ​ປະຕູ​ທາງ​ເຂົ້າ​ວັງ. ລາວ​ເຂົ້າ​ໄປ​ຂ້າງ​ໃນ​ວັງ​ບໍ່ໄດ້ ເພາະ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ວັງ.


ເມື່ອ​ສາວໃຊ້​ຂອງ​ນາງ​ເອສະເທີ ແລະ​ພວກ​ຊາຍ​ຕອນ​ໄດ້​ມາ​ບອກ​ເອສະເທີ​ເຖິງ​ສິ່ງ​ທີ່​ມໍເດໄກ​ກຳລັງ​ກະທຳ ນາງ​ກໍ​ເປັນທຸກໃຈ​ຫລາຍ. ນາງ​ໄດ້​ສົ່ງ​ເຄື່ອງນຸ່ງ​ໄປ​ໃຫ້​ມໍເດໄກ​ໃສ່​ແທນ​ຜ້າ​ກະສອບເຂົ້າ ແຕ່​ລາວ​ບໍ່​ຍອມ​ຮັບ.


ແລະ​ທັງ​ແນະນຳ​ພວກເຂົາ​ພ້ອມ​ທັງ​ເຊື້ອສາຍ ໃຫ້​ຢຶດຖື​ປູຣິມ​ຕາມ​ວັນ​ທີ່​ໄດ້​ກຳນົດ​ໄວ້ ໃຫ້​ເປັນ​ກົດລະບຽບ​ໃນ​ການ​ຖືສິນ​ອົດອາຫານ ແລະ​ເວລາ​ໂສກເສົ້າ​ໄວ້ທຸກ. ຄຳສັ່ງ​ນີ້​ແມ່ນ​ຖືກ​ປະກາດ​ໃຫ້​ໃຊ້ ໂດຍ​ມໍເດໄກ​ແລະ​ຣາຊີນີ​ເອສະເທີ.


ໂຢບ​ໄປ​ນັ່ງ​ຢູ່​ໃກ້ໆ​ກອງ​ຂີ້ເຖົ່າ ແລະ​ເອົາ​ກະບີ້ງ​ໝໍ້​ແຕກ​ຂູດ​ຕາມ​ເນື້ອຕົວ​ຕົນເອງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.


ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.


ເມື່ອ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າເອງ​ເປັນທຸກ; ພວກເຈົ້າ​ກົ້ມ​ຫົວ​ລົງ​ຕໍ່າໆ​ດັ່ງ​ໃບ​ຫຍ້າ​ອ່ອນໂນ້ມ ແລະ​ປູ​ກະສອບ​ເຂົ້າ​ເທິງ​ຂີ້ເຖົ່າ​ເນີ້ງຕົວ​ລົງນອນ. ອັນນັ້ນ​ບໍ​ທີ່​ພວກເຈົ້າ​ເອີ້ນ​ວ່າ​ຖືສິນ​ອົດອາຫານ? ພວກເຈົ້າ​ຄິດວ່າ​ພຣະເຈົ້າຢາເວ​ຈະ​ພໍໃຈ​ນຳ​ການ​ກະທຳ​ເຊັ່ນນັ້ນ​ບໍ?


ພວກເຂົາ​ລ້ວນແຕ່​ໄວ້ທຸກ​ໃຫ້​ເຈົ້າ​ຢ່າງ​ຂົມຂື່ນ ໂດຍ​ໂຮຍ​ຂີ້ຝຸ່ນ​ໃສ່​ຫົວ​ທັງ​ກິ້ງເກືອກ​ຕົວ​ໃນ​ຂີ້ເຖົ່າ.


ຂ້າພະເຈົ້າ​ຕັ້ງໜ້າ​ພາວັນນາ​ອະທິຖານ​ຂໍ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ, ຖືສິນ​ອົດອາຫານ, ນຸ່ງ​ເສື້ອ​ຜ້າ​ກະສອບເຂົ້າ ແລະ​ນັ່ງ​ໃນ​ຂີ້ເຖົ່າ​ໄຟ.


ເມື່ອ​ກະສັດ​ນີເນເວ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ລຸກຂຶ້ນ​ຈາກ​ບັນລັງ​ແກ້​ເຄື່ອງ​ກະສັດ​ອອກ ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ແລະ​ນັ່ງ​ເທິງ​ຂີ້ເຖົ່າ.


ແລ້ວ​ຈະ​ໂຍນ​ພວກເຂົາ​ຖິ້ມ​ໃສ່​ໃນ​ເຕົາ​ໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂົບແຂ້ວ​ຄ້ຽວຟັນ.


ແລ້ວ​ກະສັດ​ກໍ​ບອກ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ແລະ​ຕີນ​ຂອງ​ມັນ​ໄວ້ ແລະ​ໂຍນ​ມັນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ທີ່​ມືດໆ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບແຂ້ວ​ຄ້ຽວຟັນ.”’


ແລະ​ເອົາ​ຄົນ​ຮັບໃຊ້​ຜູ້​ບໍ່ມີ​ປະໂຫຍດ​ຜູ້​ນີ້ ໂຍນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ໃນ​ຄວາມມືດ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຢູ່.”


ໂຢຊວຍ​ແລະ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເປັນທຸກໃຈ ແລະ​ໝູບ​ໜ້າ​ກັບ​ພື້ນດິນ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໝູບ​ຢູ່​ຢ່າງ​ນີ້ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ພ້ອມ​ທັງ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຕົນເອງ ເພື່ອ​ສະແດງ​ເຖິງ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ.


ຄົນນຳຂ່າວ​ໄດ້​ມາ​ທີ່​ເມືອງ​ກີເບອາ​ບ່ອນ​ທີ່​ໂຊນ​ຢູ່. ເມື່ອ​ຄົນ​ບອກ​ຂ່າວ​ນີ້​ສູ່​ຊາວ​ເມືອງ​ຟັງ ປະຊາຊົນ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມ​ໝົດຫວັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka